ແຕ່ປີ 1992 ເປັນຕົ້ນມາ, ການຮ່ວມມືລະຫວ່າງ ສປຊ/ສະພາຄວາມໝັ້ນຄົງ ກັບບັນດາອົງການຈັດຕັ້ງພາກພື້ນນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ປຶກສາຫາລືໃນບັນດາໂຄງການດຳເນີນງານຂອງສະພາຄວາມໝັ້ນຄົງ. ມາຮອດປະຈຸບັນ, ສະພາຄວາມໝັ້ນຄົງໄດ້ຈັດຕັ້ງການປຶກສາຫາລື, ທາບທາມຄຳເຫັນຫຼາຍຄັ້ງ ແລະຮັບຮອງເອົາເອກະສານ, ມະຕິຫຼາຍສະບັບຂອງການເຄື່ອນໄຫວຮ່ວມມືລະຫວ່າງສະພາຄວາມໝັ້ນຄົງ ແລະອົງການຈັດຕັ້ງພາກພື້ນຈຳນວນໜຶ່ງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຈະເປັນປະທານວາລະປຶກສາຫາລືເປີດຂັ້ນສູງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາໃນການສະກັດກັ້ນ ແລະແກ້ໄຂການປະທະກັນ”. ພາບ: dangcongsan.vn.

ໜຶ່ງໃນບັນດາຫົວຂໍ້ທີ່ ສປຊ/ສະພາຄວາມໝັ້ນຄົງ ແລະບັນດາອົງການຈັດຕັ້ງພາກພື້ນໄດ້ເອົາໃຈໃສ່ພິເສດແມ່ນສະກັດກັ້ນການປະທະກັນ. ສປຊ ໄດ້ສ້າງຕັ້ງຂຶ້ນດ້ວຍຈຸດປະສົງຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນຜ່ານບັນດາທິດທາງ, ຄື: ສະກັດກັ້ນການປະທະກັນ; ໜູນຊ່ວຍບັນດາຝ່າຍແກ້ໄຂການປະທະກັນໂດຍສັນຕິວິທີ; ສ້າງສະພາບແວດລ້ອມແຫ່ງຄວາມໝັ້ນຄົງ, ຍືນຍົງໃນການຮັກສາສັນຕິພາບ. ທີ່ສະພາຄວາມໝັ້ນຄົງ, ຫົວຂໍ້ສະກັດກັ້ນການປະທະກັນໄດ້ປຶກສາຫາລືມາແຕ່ປີ 1992 ແລະກາຍເປັນໜຶ່ງໃນບັນດາຈຸດສຸມໃນການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ ດ້ວຍການຮັບຮອງເອົາຄວາມມານະພະຍາຍາມສະກັດກັ້ນການປະທະກັນແມ່ນ “ພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ໃນຄວາມຮັບຜິດຊອບຕົ້ນຕໍຂອງສະພາຄວາມໝັ້ນຄົງກ່ຽວກັບການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ” (ຕາມມະຕິສະບັບເລກທີ 1366 ປີ 2001). ມາຮອດປະຈຸບັນສະພາຄວາມໝັ້ນຄົງ ໄດ້ຮັບຮອງເອົາມະຕິ 6 ສະບັບ ແລະຖະແຫຼງການຂອງປະທານ 11 ສະບັບກ່ຽວກັບຫົວຂໍ້ສະກັດກັ້ນການປະທະກັນ ແລະໄກ່ເກ່ຍ. ສະພາຄວາມໝັ້ນຄົງກໍ່ຈັດຕັ້ງກອງປະຊຸມ, ວາລະປຶກສາຫາລືເປີດຫຼາຍຄັ້ງເພື່ອອັບເດດຂໍ້ມູນຂ່າວສານເປັນປະຈຳຈາກກົນໄກສະກັດກັ້ນການປະທະກັນ, ບັນດາອົງການຕ່າງໆຂອງ ສປຊ. ຄຽງຂ້າງນັ້ນ, ສະກັດກັ້ນການປະທະກັນກໍ່ຄ່ອຍໆກາຍເປັນຈຸດສຸມໃນນະໂຍບາຍ, ຍຸດທະສາດເຄື່ອນໄຫວຂອງອົງການຈັດຕັ້ງພາກພື້ນ, ອະນຸພາກພື້ນເພື່ອປະກອບສ່ວນສະກັດກັ້ນການປະທະກັນແຕ່ຫົວທີ, ຫຼຸດຜ່ອນຄວາມເສຍຫາຍກ່ຽວກັບຄົນ ແລະວັດຖຸສິ່ງຂອງຍ້ອນການປະທະກັນກໍ່ຂຶ້ນ. ບັນຫາສະກັດກັ້ນການປະທະກັນກໍ່ຄ່ອຍໆໄດ້ກຳນົດຢູ່ໃນເອກະສານນະໂຍບາຍ, ອົງການສຳຄັນທີ່ຂຶ້ນກັບອົງການຈັດຕັ້ງພາກພື້ນຕ່າງໆ.

ໃນໄລຍະຜ່ານມາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງວາລະປຶກສາຫາລືຈຳນວນໜຶ່ງກ່ຽວກັບການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະມີການປຶກສາຫາລືເປີດຫຼາຍຄັ້ງກ່ຽວກັບການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງພາກພື້ນ, ແຕ່ວ່າມາຮອດປະຈຸບັນຍັງບໍ່ທັນມີວາລະປຶກສາຫາລືເປີດໃດທີ່ສຸມໃສ່ບົດບາດຂອງບັນດາອົງການຈັດຕັ້ງພາກພື້ນ ໃນການສະກັດກັ້ນການປະທະກັນຜ່ານບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາ. ພ້ອມກັນນັ້ນ, ສະພາຄວາມໝັ້ນຄົງກໍ່ຍັງບໍ່ທັນມີເອກະສານລະອຽດໃດກ່ຽວກັບການກ່ຽວພັນລະຫວ່າງການສ້າງຄວາມໄວ້ເນື້ອເຊື່ອໃຈ, ເຈລະຈາ ແລະສະກັດກັ້ນການປະທະກັນ. ເພາະສະນັ້ນ, ເລື່ອງຫວຽດນາມ ຈັດຕັ້ງວາລະປຶກສາຫາລືເປີດຂັ້ນສູງສະພາຄວາມໝັ້ນຄົງ ສປຊ ຄັ້ງນີ້ແມ່ນເພຶ່ອແນໃສ່ສືບຕໍ່ຊຸກຍູ້ບົດບາດຂອງບັນດາອົງການຈັດຕັ້ງພາກພື້ນກໍ່ຄືການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງພາກພື້ນ, ໃນນັ້ນມີອາຊຽນ, ໃນວິວັດການຮັກສາສັນຕິພາບ, ຄວາມໝັ້ນຄົງ, ພັດທະນາເສດຖະກິດ-ສັງຄົມເວົ້າລວມ ແລະໃນການສະກັດກັ້ນການປະທະກັນເວົ້າສະເພາະ.

ຫວຽດນາມ ເຂົ້າເປັນສະມາຊິກຂອງ ສປຊ ຢ່າງເປັນທາງການໃນວັນທີ 20 ກັນຍາ 1977. ໃນ 44 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບ ສປຊ ໄດ້ປະກອບສ່ວນປົກປ້ອງ ແລະຊຸກຍູ້ຜົນປະໂຫຍດແຫ່ງຊາດ-ຊົນຊາດ, ໂດຍສະເພາະແມ່ນຮັກສາ, ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະສ້າງຄວາມສະດວກໃຫ້ແກ່ການພັດທະນາປະເທດຊາດ. ຜ່ານເລື່ອງເປັນເຈົ້າການ, ຕັ້ງໜ້າປະກອບສ່ວນ ແລະນັບມື້ນັບແທດຈິງຕໍ່ກັບການເຄື່ອນໄຫວຂອງ ສປຊ, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງໃຫ້ດຳລົງຫຼາຍຕຳແໜ່ງ, ອົງການສຳຄັນຂອງ ສປຊ, ໃນນັ້ນໄດ້ເລືອກຕັ້ງເປັນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ສອງເທື່ອ.

ໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ເດືອນມັງກອນ 2020, ຫວຽດນາມ ໄດ້ເຮັດສຳເລັດວຽກງານບໍລິຫານ, ປະທານການເຄື່ອນໄຫວ ແລະຕາງໜ້າໃຫ້ສະພາຄວາມໝັ້ນຄົງໃນການພົວພັນກັບບັນດາປະເທດ, ບັນດາອົງການຈັດຕັ້ງ ສປຊ, ບັນດາອົງການຈັດຕັ້ງພາກພື້ນ ແລະສາກົນ. ຍິ່ງໄປກວ່ານັ້ນ, ໃນບົດບາດເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນວຽກງານລວມຂອງສະພາຄວາມໝັ້ນຄົງບົນຈິດໃຈເອກະລາດ, ປະຊາທິປະໄຕ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະສົມດູນ, ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຫຼັກໝັ້ນສະໜັບສະໜູນການເຄົາລົບກົດບັດ ສປຊ ແລະບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ສະໜັບສະໜູນການຊອກຫາມາດຕະການໃຫ້ແກ່ການປະທະກັນຢູ່ພາກພື້ນ ແລະສາກົນຜ່ານການເຈລະຈາ, ພ້ອມທັງເຊີດຊູຄວາມມານະພະຍາຍາມ, ບົດຮຽນຂອງຫວຽດນາມ ໃນວິວັດແຫ່ງການສ້າງສາຄືນໃໝ່ ແລະພັດທະນາປະເທດ, ເຊື່ອມໂຍງເຂົ້າກັບສາກົນ ແລະພາກພື້ນ.

ສືບທອດຜົນສຳເລັດທີ່ບັນລຸໄດ້ໃນປີປະທານອາຊຽນ 2020 ແລະເດືອນປະທານສະພາຄວາມໝັ້ນຄົງ ຄັ້ງທີ 1 (ເດືອນມັງກອນ 2020), ພວກເຮົາເຊື່ອໝັ້ນຢ່າງແນ່ວແນ່ວ່າ ວາລະປຶກສາຫາລືເປີດຂັ້ນສູງສະພາຄວາມໝັ້ນຄົງ ສປຊ ໂດຍຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງຄັ້ງນີ້ຈະສຳເລັດຢ່າງຈົບງາມ, ປະກອບສ່ວນຢັ້ງຢືນຄືນໃໝ່ຄວາມມານະພະຍາຍາມຂອງ ສປຊ ແລະບັນດາອົງການຈັດຕັ້ງພາກພື້ນໃນການສະກັດກັ້ນ, ແກ້ໄຂການປະທະກັນ, ຜ່ານການສ້າງຄວາມໄວ້້ເນື້ອເຊື່ອໃຈ, ເຈລະຈາບົນພື້ນຖານເຄົາລົບກົດບັດ ສປຊ ແລະກົດໝາຍສາກົນ. ເລື່ອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເປັນປະທານເຫດການນີ້ເປັນການຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ຕໍ່ກັບ ສປຊ ໃນເລື່ອງຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະສະກັດກັ້ນ, ແກ້ໄຂການປະທະກັນ, ພ້ອມທັງປາດຖະໜາຢາກຍົກສູງປະສິດທິຜົນການຮ່ວມມືກັບ ສປຊ ກວ່າອີກ, ສືບຕໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງເຂົ້າໃນການເຄື່ອນໄຫວຂອງ ສປຊ ກໍ່ຄືປະຊາຄົມສາກົນ.

ໂດຍ: ແສງເດືອນ