leftcenterrightdel
ທ່ານພົນໂທ ຫງວຽນຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ຮ່ວາງຫວູ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການລາຍງານຂອງທ່ານ Robert Matheus Michael Tene ຮອງເລຂາທິການໃຫຍ່ອາຊຽນ ກ່ຽວກັບສະພາບການຮ່ວມມືຂອງອາຊຽນໃນໄລຍະຜ່ານມາ  ແລະຝ່າຍບຣູໄນ ລາຍງານຜົນຂອງກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ເປີດກວ້າງ  (ADSOM+ WG). ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງໃນໂລກ ແລະພາກພື້ນ, ພິເສດແມ່ນສິ່ງທ້າທາຍຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະບໍ່ແມ່ນການທະຫານ ທີ່ໄດ້ສົ່ງຜົນສະທ້ອນເຖິງພາກພື້ນໂດຍກົງ; ຕີລາຄາຜົນແຫ່ງການຮ່ວມມືໃນຂອບເຂດ ADMM+ ໃນໄລຍະຜ່ານມາ; ພິຈາລະນາຮ່າງຖະແຫຼງການຮ່ວມກໍ່ຄືເຫັນດີເປັນເອກະພາບວຽກງານກະກຽມໃຫ້ກອງປະຊຸມ ADMM+ ຄັ້ງທີ 8 ໃນໄລຍະຈະມາເຖິງ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ADSOM+ ຜ່ານລະບົບທາງໄກ. ພາບ: ຮ່ວາງຫວູ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ຕີລາຄາກ່ຽວກັບສະພາບການ, ໝາກຜົນຂອງການຮ່ວມມືດ້ານປ້ອງກັນຊາດ, ການທະຫານໃນອາຊຽນ ແລະລະຫວ່າງອາຊຽນ ກັບຄູ່ຮ່ວມມືຕ່າງໆໃນໄລຍະຜ່ານມາ, ແບ່ງປັນຂໍ້ສັງເກດກ່ຽວກັບສະພາບຄວາມໝັ້ນຄົງຢູ່ໃນໂລກ, ພາກພື້ນ, ລວມມີທັງສິ່ງທ້າທາຍຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະບໍ່ແມ່ນການທະຫານ ທີ່ສະຫຼັບກັນໄປຄືການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ບັນຫາຄວາມໝັ້ນຄົງຢູ່ທະເລ. ທ່ານພົນໂທ ຮ່ວາງຊວນຈ໊ຽນ ກໍ່ຢັ້ງຢືນຄໍາໝັ້ນສັນຍາຂອງຫວຽດນາມ ໃນເລື່ອງເຂົ້າຮ່ວມການເຄື່ອນໄຫວຮ່ວມມືໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ  (ADMM) ແລະ ADMM+ ຢ່າງມີປະສິດທິຜົນ,  ສະໜັບສະໜູນປະເທດບຣູໄນ ປະຕິບັດໃຫ້ສໍາເລັດບົດບາດປະທານ ອາຊຽນ 2021.

ໂດຍ: ກວຽດເຕິມ