ຕາງໜ້າການນໍາກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຊົມເຊີຍທ່ານພັນເອກ Ahmad Jais bin Tasliman ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາທູດປ້ອງກັນຊາດມາເລເຊຍ ປະຈໍາ ຫວຽດນາມ. ພ້ອມທັງຕີລາຄາສູງຕໍ່ໝາກຜົນໃນການຮ່ວມມືຫຼາຍດ້ານລະຫວ່າງກອງທັບສອງປະເທດໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນບາງຂົງເຂດ, ຄື: ການກໍ່ສ້າງ, ທະຫານເຮືອ ແລະການຮ່ວມມືຢູ່ເວທີປາໄສຫຼາຍຝ່າຍ, ກົນໄກຕ່າງໆໂດຍອາຊຽນນໍາພາ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານພັນເອກ Ahmad Jais bin Tasliman ທີ່ປຶກສາທູດປ້ອງກັນຊາດມາເລເຊຍ ປະຈໍາ ຫວຽດນາມ. ພາບ: ແຄ໊ງເງິນ.

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພັນເອກ Ahmad Jais bin Tasliman ເຫັນດີເປັນເອກະພາບໂດຍຖືວ່າ ປີ 2020, ຍ້ອນໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19, ຫວຽດນາມ ແລະມາເລເຊຍ ຈຶ່ງບໍ່ທັນຜັນຂະຫຍາຍໄດ້ຫຼາຍເນື້ອໃນຮ່ວມມືດ້ານການທະຫານ-ປ້ອງກັນຊາດ. ຍ້ອນແນວນັ້ນ, ໃນໄລຍະຈະມາເຖິງກະຊວງປ້ອງກັນປະເທດຫວຽດນາມ ແລະມາເລເຊຍ ຄວນຄົ້ນຄວ້າສ້າງກົນໄກເຈລະຈາໃຫ້ເໝາະສົມ, ໃນນັ້ນມີການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ ແລະກຸ່ມເຮັດວຽກຮ່ວມກັນກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຂັ້ນຫົວໜ້າກົມພົວພັນຕ່າງປະເທດ, ແນໃສ່ສ້າງພື້ນຖານໃຫ້ແກ່ການເຄື່ອນໄຫວຮ່ວມມືຢ່າງແທດຈິງ. ເມື່ອພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ, ສອງປະເທດຈະດໍາເນີນການຊຸກຍູ້ບາງເນື້ອໃນຮ່ວມມືລວມມີ, ການກໍ່ສ້າງ, ທະຫານອາກາດ, ທະຫານເຮືອ, ຕໍາຫຼວດທະເລ; ພ້ອມທັງສ້າງໃຫ້ສໍາເລັດໂດຍໄວ ແລະກ້າວເຖິງການລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

ສ່ວນທ່ານພັນເອກ Ahmad Jais bin Tasliman ກໍ່ຂອບໃຈຕໍ່ທ່ານພົນໂທ ຮວ່າງຊວນຈ໊ຽນ ທີ່ໄດ້ສະຫຼະເວລາຕ້ອນຮັບ, ສະແດງຄວາມເປັນກຽດເມື່ອໄດ້ມາປະຕິບັດງານຢູ່ຫວຽດນາມ ແລະຢັ້ງຢືນວ່າ ໃນຖານະຕຳແໜ່ງໃໝ່ຂອງຕົນທ່ານຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ.

ໂດຍ: ເຈິ່ນຮວ່ຽນ