leftcenterrightdel
ທ່ານພົນຈັດຕະວາ ຫງວຽນຊວນກຽນ ທີ່ການສົນທະນາທາງໂທລະສັບ. ພາບ: ວັນຮ໊ຽວ.

ທີ່ການສົນທະນາທາງໂທລະສັບ, ທ່ານພົນຈັດຕະວາ ຫງວຽນຊວນກຽນ ໄດ້ອັບເດັດຂໍ້ມູນຂ່າວສານໃຫ້ຝ່າຍ ສີລັງກາ ຮັບຊາບກ່ຽວກັບການຜັນແປຂອງພະຍາດໂຄວິດ-19 ຢູ່ຫວຽດນາມ ໃນໄລຍະຜ່ານມາ ກໍ່ຄືແບ່ງປັນບົດຮຽນ ແລະມາດຕະການປ້ອງກັນ, ຕ້ານ ແລະຄວບຄຸມ, ປິ່ນປົວພະຍາດໂຄວິດ-19 ຂອງຫວຽດນາມເວົ້າລວມ ແລະກອງທັບເວົ້າສະເພາະ. ທ່ານພົນຈັດຕະວາ ຫງວຽນຊວນກຽນ ເນັ້ນໜັກວ່າ ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຂອງທັງລະບົບການເມືອງ, ການຊີ້ນໍາຢ່າງຂ້ຽວຂາດຂອງລັດຖະບານ ກໍ່ຄືການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ, ໃນນັ້ນ, ກອງທັບປະຊາຊົນຫວຽດນາມ ສວມບົດບາດແກ່ນສານ.

leftcenterrightdel
ບັນຍາກາດທີ່ການສົນທະນາທາງໂທລະສັບທາງໄກ. ພາບ: ວັນຮ໊ຽວ.

ສ່ວນທ່ານພົນເອກ Shavendra Silva ສະແດງຄວາມຂອບໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ເຫັນດີຕໍ່ການສະເໜີຈັດຕັ້ງການສົນທະນາທາງໂທລະສັບ. ທ່ານພົນເອກ Shavendra Silva ໃຫ້ຮູ້ວ່າ ເຖິງວ່າ ສີລັງກາ ບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງກໍ່ຕາມ, ແຕ່ພະຍາດໂຄວິດ-19 ຢູ່ປະເທດນີ້ຍັງມີທ່າອ່ຽງຜັນແປຢ່າງສັບສົນ, ດ້ວຍກໍລະນີຕິດເຊື້ອພະຍາດໂຄວິດ-19 ນັບຮ້ອຍຄົນໃນແຕ່ລະວັນ. ພ້ອມທັງຮັບຮູ້ບົດຮຽນອັນລໍ້າຄ່າເຊິ່ງຝ່າຍຫວຽດນາມ ແບ່ງປັນເພື່ອໝູນໃຊ້ໃນສະພາບຕົວຈິງຂອງພະຍາດໂຄວິດ-19 ຢູ່ສີລັງກາ.

ຄຽງຂ້າງນັ້ນ, ສອງຝ່າຍເຫັນດີເປັນເອກະພາບສະເໜີຕໍ່ການນໍາກະຊວງປ້ອງກັນປະເທດແຕ່ລະປະເທດ ຊຸກຍູ້ການຮ່ວມມືໃນຂົງເຂດການແພດ, ປ້ອງກັນ, ຕ້ານພະຍາດໂຄວິດ-19 ແນໃສ່ຜັນຂະຫຍາຍບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງຫວຽດນາມ ແລະສີລັງກາ ເຊິ່ງໄດ້ລົງນາມໃນປີ 2011.

ໂດຍ: ເຈິ່ນຮວ່ຽນ