ເຫດການດັ່ງກ່າວ ໂດຍຄະນະປະຕິບັດງານຮັກສາສັນຕິພາບ ສປຊ ປະຈໍາ ຊູດັງໃຕ້ (UNMISS) ຈັດຂຶ້ນເພື່ອເປັນການຮັບຮູ້ຄວາມມານະພະຍາຍາມຂອງສະມາຊິກໂຮງໝໍກາງສະໜາມ 2.2 ໃນວິວັດແຫ່ງການປະຕິບັດໜ້າທີ່ຢູ່ ຊູດັງໃຕ້; ພ້ອມທັງເປັນພະຍານຫຼັກຖານໃຫ້ແກ່ການປະກອບສ່ວນຂອງຫວຽດນາມ ໃນຖານະບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ສປຊ ສໍາລັບປະຊາຄົມສາກົນ, ປະກອບສ່ວນໃຫ້ແກ່ສັນຕິພາບ ແລະສະຖຽນລະພາບຢູ່ໃນໂລກ.

leftcenterrightdel
ໝູ່ຄະນະຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຢູ່ພິທີປະດັບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສປຊ. ພາບ: ຈາກໂຮງໝໍກາງສະໜາມ 2.2

ຕາງໜ້າໃຫ້ການນໍາຄະນະປະຕິບັດງານ UNMISS, ທ່ານນາງ Hiroko Hirahara, ຫົວໜ້າຖານທັບດ່ານໜ້າ Bentiu ຂອງ UNMISS ແລະທ່ານພົນຈັດຕະວາ Shamim Kamal, ຫົວໜ້າການທະຫານເຂດ Unity ໄດ້ປະດັບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສປຊ ໃຫ້ 63 ຄົນຂອງໂຮງໝໍກາງສະໜາມ 2.2.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ Hiroko Hirahara ສະແດງຄວາມຂອບໃຈມາຍັງລັດຖະບານຫວຽດນາມ ທີ່ໄດ້ສົ່ງແພດທະຫານທີ່ມີຄວາມຮູ້, ຄວາມສາມາດຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 2 ເຂົ້າຮ່ວມພາລະກໍາຮັກສາສັນຕິພາບ ສປຊ. ທ່ານນາງຫົວໜ້າຖານທັບດ່ານໜ້າ Bentiu ຖືວ່າ, ຕໍ່ໜ້າສິ່ງທ້າທາຍຈາກພະຍາດໂຄວິດ-19, ໂຮງໝໍກາງສະໜາມຂອງຫວຽດນາມ ໄດ້ສວມບົດບາດສໍາຄັນໃນການສະກັດກັ້ນ ແລະຄວບຄຸມພະຍາດໂຄວິດ-19 ຢູ່ຖານທັບ Bentiu, ກໍຄືໄດ້ປະກອບສ່ວນຢ່າງຕັ້ງໜ້າເພື່ອຜັນຂະຫຍາຍແຜນການຮັບມື, ປະຕິບັດຂໍ້ກໍານົດຂອງຄະນະປະຕິບັດງານ ກໍຄື ອົງການອະນາໄມໂລກ (WHO) ຢ່າງເຂັ້ມງວດ.

leftcenterrightdel
ທ່ານນາງ Hiroko Hirahara ອວຍພອນແພດທະຫານຍິງຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຂອງຫວຽດນາມ. ພາບ: ຈາກໂຮງໝໍກາງສະໜາມ 2.2

ສ່ວນທ່ານພັນໂທ, ທ່ານໝໍ ຫວໍວັນຮ໋ຽນ, ຜູ້ອໍານວຍການໂຮງໝໍກາງສະໜາມ 2.2 ຢັ້ງຢືນວ່າ, ໂຮງໝໍກາງສະໜາມຫວຽດນາມ ຮູ້ສຶກເອກອ້າງທະນົງໃຈເພາະວ່າໄດ້ອຸທິດສິ່ງທີ່ດີງາມທີ່ສຸດໃຫ້ແກ່ ສປຊ, ປະກອບສ່ວນຊຸກຍູ້ນໍ້າໃຈມິດຕະພາບ ແລະການຮ່ວມມືກັບບັນດາອົງການຂອງ ສປຊ ແລະບັນດາອົງການຂອງເພື່ອນມິດ... ທ່ານ ເນັ້ນໜັກວ່າ ໜຶ່ງປີທີ່ດໍາລົງຊີວິດ ແລະເຮັດວຽກຢູ່ Bentiu ແມ່ນໄລຍະເວລາທີ່ບໍ່ອາດຫຼົງລືມໄດ້ກັບສະມາຊິກຂອງໂຮງໝໍກາງສະໜາມ 2.2, ທ່ານພັນໂທ ຫວໍວັນຮ໋ຽນ ໄດ້ກ່າວຄວາມຂອບໃຈຕໍ່ການສະໜັບສະໜູນ ແລະຊ່ວຍເຫຼືອຂອງຄະນະປະຕິບັດງານ UNMISS, ທ່ານນາງ Hiroko Hirahara, ທະຫານເຂດ Unity, ບັນດາອົງການ ສປຊ ພ້ອມກັບກົມກອງເພື່ອນມິດ ແລະໂດຍສະເພາະແມ່ນການໜູນຊ່ວຍຂອງອົງການທີ່ຢູ່ພາຍໃນປະເທດທີ່ມີຕໍ່ກົມກອງໃນຕະຫຼອດໄລຍະຜ່ານມາ.

ໂດຍ: ໄຊຊະນະ