ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ແບ່ງປັນບົດຮຽນ, ໜູນຊ່ວຍເພື່ອແນໃສ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ປະກອບສ່ວນປັບປຸງ, ຍົກສູງກໍາລັງຄວາມສາມາດໃຫ້ແກ່ກອງທັບປະຊາຊົນລາວ; ສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານເອກອັກຄະລັດຖະທູດ ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ພາບ: ເຟືອງລິງ.

ສ່ວນທ່ານ ແສງເພັດ ຮຸ່ງບຸນຍວງ ສະແດງຄວາມເຫັນດີເປັນເອກະສັນຕໍ່ການຕີລາຄາ, ແບ່ງປັນຂອງທ່ານພົນເອກ ໂງຊວນລິກ ກ່ຽວກັບສາຍພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນວ່າ ການພົວພັນດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ. ສອງຝ່າຍພວມສືບຕໍ່ຜັນຂະຫຍາຍອະນຸສັນຍາ ແລະແຜນການຮ່ວມມືປະຈໍາປີ, ສຸມໃສ່ຂົງເຂດຕ່າງໆ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການບໍາລຸງສ້າງ, ການສົມທົບກັນລະຫວ່າງບັນດາກໍາລັງຄຸ້ມຄອງ ແລະປົກປັກຮັກສາຊາຍແດນສອງປະເທດໃນການປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດປະເພດຕ່າງໆ, ການຄ້າເຖື່ອນ, ການຄ້າຂາຍ ແລະຂົນສົ່ງຢາເສບຕິດ; ການລາດຕະເວນ, ຄວບຄຸມຊາຍແດນຢ່າງແໜ້ນແຟ້ນ, ການເຂົ້າ-ອອກເມືອງຜິດກົດໝາຍ... ປະກອບສ່ວນຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປຢູ່ແຕ່ລະປະເທດ.

leftcenterrightdel
ທ່ານພັນເອກ ຟ້າມແມ້ງຖັ໊ງ ອວຍພອນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ. ພາບ: ເຟືອງລິງ.

ໃນວັນດຽວກັນ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພັນເອກ ຟ້າມແມ້ງຖັ໊ງ ຮອງຫົວໜ້າກົມພົວພັນຕ່າງປະເທດ ໄດ້ໄປຍັງສະຖານທູດລາວ ປະຈໍາ ຫວຽດນາມ ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ (20-1-1949 / 20-1-2021) ແລະອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI  ຂອງພັກປະຊາຊົນປະຕິວັດລາວ ປະສົບຜົນສໍາເລັດຢ່າງຈົບງາມ.

ໂດຍ: ທູຈາງ