ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮັບໃຊ້ພາລະກິດສ້າງສາ ແລະພັດທະນາປະເທດຊາດ; ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ ກັບບັນດາປະເທດ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງປະເທດຊາດ, ຂອງກອງທັບປະຊາຊົນຫວຽດນາມໃນເວທີສາກົນ; ຢັ້ງຢືນບົດບາດແມ່ນໜຶ່ງໃນບັນດາເສົາຄໍ້າໃນການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ, ລັດ, ແມ່ນແບບວິທີປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກໂດຍສັນຕິວິທີ.

ພິເສດ, ສາມາດເວົ້າເຖິງຈຸດພົ້ນເດັ່ນໃນວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດປີ 2020 ຄື, ການພົວພັນຕ່າງປະເທດຊາຍແດນທາງບົກ ແລະທາງທະເລ ມີກິດຈະກຳຫຼາຍຢ່າງໄດ້ເຄື່ອນໄຫວຢ່າງມີຫົວຄິດປະດິດສ້າງ, ຄື: ການຮ່ວມມືດ້ານປ້ອງກັນຊາດກັບບັນດາປະເທດນັບມື້ນັບແທດຈິງ; ກໍາລັງຄວາມສາມາດຂອງຖັນແຖວພະນັກງານທີ່ເຮັດວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດໄດ້ຮັບການຍົກສູງຂຶ້ນ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ ຫງວຽນຈີ໊ວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຖ່າຍຮູບລວມກັບທີ່ປຶກສາທູດປ້ອງກັນຊາດບັນດາປະເທດອາຊຽນ ປະຈໍາ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM-14) ຄັ້ງທີ 14 ທີ່ຈັດຕັ້ງຢູ່ຮ່າໂນ້ຍ, ຫວຽດນາມ, ເດືອນທັນວາ 2020. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະກັບທ່ານ Samdech Pichey Sena Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ຢູ່ຊາຍແດນສອງປະເທດເນື່ອງໃນໂອກາດພິທີສະເຫຼີມສະຫຼອງ 43 ປີແຫ່ງວັນ ນາຍົກລັດຖະມົນຕີ Hun Sen ແລະເພື່ອນຮ່ວມກົມກອງອອກຈາກ ກໍາປູເຈຍ ໄປຍັງຫວຽດນາມ ຊອກຫາເສັ້ນທາງປົດປ່ອຍປະເທດຊາດ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດປອນປົດ (20-6-1977 / 20-6-2020). ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ບັນຍາກາດການຝຶກຊ້ອມທາງໄກກ່ຽວກັບກົນໄກປ້ອງກັນ, ຕ້ານພະຍາດໂຄວິດ-19 ລະຫວ່າງແພດທະຫານບັນດາປະເທດອາຊຽນ (Covid-19 TTX) ໃນເດືອນພຶດສະພາ 2020, ສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ. ພາບ: ADMM.VN.
leftcenterrightdel
ທ່ານພົນຈັດຕະວາ ເລດຶກຖ໊າຍ ຜູ້ບັນຊາການທະຫານຊາຍແດນຫວຽດນາມ ມອບສັນຍາລັກໜູນຊ່ວຍອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ທ່ານພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນລາວ ໃນເດືອນຕຸລາ 2020. ພາບ: ຫວ໊ຽດລາມ.
leftcenterrightdel
ທ່ານພົນຈັດຕະວາ ຫງວຽນຮວ່າຍເຟືອງ ຮອງຜູ້ບັນຊາການທະຫານຊາຍແດນ ມອບສັນຍາລັກໜູນຊ່ວຍອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກົມໃຫຍ່ອົບພະຍົບ, ກະຊວງພາຍໃນກໍາປູເຈຍ ໃນເດືອນພຶດສະພາ 2020. ພາບ: ອ໊ຽນງອັກ.

ໂດຍ: ເຈິ່ນຮວ່ຽນ