leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມພົວພັນຕ່າງປະເທດ ແລກປ່ຽນທີ່ກອງປະຊຸມທາງໄກກຸ່ມປະຕິບັດງານຮ່ວມ. ພາບ: qdnd.vn.

ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບຖືວ່າ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດສືບຕໍ່ໄດ້ຮັບການຊຸກຍູ້ຜ່ານການຜັນຂະຫຍາຍບາງເນື້ອໃນຮ່ວມມືຢ່າງແທດຈິງ, ລວມມີ: ການແລກປ່ຽນຄະນະຜູ້ແທນ, ການກໍ່ສ້າງ ແລະພິເສດແມ່ນການປຶກສາກະກຽມໃຫ້ປີປະທານອາຊຽນ 2020. ບາງເນື້ອໃນຮ່ວມມືຍັງບໍ່ທັນໄດ້ຮັບການຜັນຂະຫຍາຍຍ້ອນພະຍາດໂຄວິດ-19 ຈະສືບຕໍ່ຊຸກຍູ້ການປະຕິບັດໃນໄລຍະຈະມາເຖິງຕາມຮູບການທີ່ເໝາະສົມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຜ່ານລະບົບທາງໄກຢູ່ຮ່າໂນ້ຍ. ພາບ: qdnd.vn.

ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບ, ສຸມໃສ່ໃນຂົງເຂດແລກປ່ຽນຄະນະຜູ້ແທນ, ການກໍ່ສ້າງ, ການພົບປະແລກປ່ຽນນາຍທະຫານໜຸ່ມ, ກູ້ໄພກູ້ຊີບ, ເສນາຮັກ...; ຄົ້ນຄວ້າ ແລະກຽມພ້ອມເພື່ອຫັນປ່ຽນບາງການເຄື່ອນໄຫວຮ່ວມມືຜ່ານລະບົບທາງໄກຖ້າພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ.

ກອງປະຊຸມດັ່ງກ່າວດໍາເນີນບົນຈິດໃຈເປີດອົກເປີດໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນດາບັນຫາຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ເພື່ອແນໃສ່ນໍາການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ສິງກະໂປ ໃນໄລຍະຈະມາເຖິງເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນກວ່າ, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງລວມຂອງພາກພື້ນ, ກໍ່ຄືການປັບປຸງ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.

ໂດຍ: ເຈິ່ນຮວ່ຽນ