ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ຊົມເຊີຍທ່ານ Cho Han-Deog ທີ່ໄດ້ຮັບແຕ່ງຕັ້ງເປັນຜູ້ອໍານວຍການ KOICA ປະຈໍາ ຫວຽດນາມ; ຕີລາຄາສູງບົດບາດຂອງ KOICA ໃນການພັດທະນາການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ; ຂອບໃຈລັດຖະບານ ສ.ເກົາຫຼີ, ບັນດາອົງການທີ່ກ່ຽວຂ້ອງ, ບໍລິສັດຂອງ ສ.ເກົາຫຼີ ແຕ່ປີ 2017 ມາຮອດປະຈຸບັນໄດ້ຮ່ວມມື, ໜູນຊ່ວຍຫວຽດນາມ ໃນການແກ້ໄຂ, ກໍາຈັດທາດພິດສີສົ້ມ/ດີໂອຊິນ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ແລກປ່ຽນກັບທ່ານ Cho Han-Deog. ພາບ: ວັນຮ໊ຽວ.

ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ນັບມື້ນັບພັດທະນາດີງາມໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ; ພ້ອມທັງເນັ້ນໜັກວ່າ, ຫວຽດນາມ ຫວັງວ່າ ສ.ເກົາຫຼີ ຈະສືບຕໍ່ຜັນຂະຫຍາຍບັນດາໂຄງການໜູນຊ່ວຍຍົກສູງກໍາລັງຄວາມສາມາດ, ອຸປະກອນເຕັກນິກເພື່ອຊ່ວຍໃຫ້ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໝາກມິ່ນ, ລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ.

ສ່ວນທ່ານ Cho Han-Deog ໄດ້ກ່າວຄໍາຂອບໃຈທ່ານພົນໂທ ຫງວຽນຈີ໊ວິ້ງ ທີ່ໄດ້ສະຫຼະເວລາຕ້ອນຮັບ; ພ້ອມທັງສະແດງຄວາມຫວັງວ່າ ການນໍາກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ອໍານວຍຄວາມສະດວກເພື່ອໃຫ້ທ່ານປະຕິບັດສໍາເລັດໜ້າທີ່ໃນຖານະຕໍາແໜ່ງເປັນຜູ້ອໍານວຍການ KOICA ປະຈໍາຫວຽດນາມ; ຢັ້ງຢືນວ່າໃນຖານະຕໍາແໜ່ງໃໝ່ທ່ານຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດເພື່ອຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ KOICA ກໍຄືລະຫວ່າງສອງປະເທດຫວຽດນາມ ແລະສ.ເກົາຫຼີ.

ໂດຍ: ໄຊຊະນະ