ໃນຂອບເຂດບົດບັນທຶກຊ່ວຍຈຳນີ້, USAID ຈະສົມທົບກັບ VNOSMP ເພື່ອອຸປະຖຳໃຫ້ໂຄງການໃໝ່ແກ່ຍາວແຕ່ 3 ຫາ 5 ປີດ້ວຍງົບປະມານ 2,4 ລ້ານໂດລາສະຫະລັດ. ໂຄງການນີ້ເພື່ອແນໃສ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຊອກຫາ ແລະກຳນົດຊື່ຂອງບັນດາທະຫານຫວຽດນາມທີ່ຫາຍສາບສູນໃນປາງສົງຄາມ. ລາຍລະອຽດ, USAID ຈະສະໜອງໃຫ້ຫວຽດນາມ ເຕັກໂນໂລຢີທັນສະໄໝ ແລະດີທີ່ສຸດເພື່ອວິເຄາະ ແລະສັງເຄາະ ADN; ຮ່ວມມືກັບຫວຽດນາມ ເພື່ອເພີ່ມທະວີປະສິດທິຜົນ ແລະປະສິດທິພາບບັນດາຫ້ອງທົດລອງຂອງຫວຽດນາມ.

leftcenterrightdel
ພິທີເຄື່ອນ​ຍ້າຍ​ອັດຖິ​ທະຫານອາເມລິກາ ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ  ກັບຄືນປະ​ເທດ. ພາບ: cand.com.vn. 

ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ບຸ່ຍແທັງເຊິນ ເນັ້ນໜັກວ່າ ເຫດການນີ້ໄດ້ດຳເນີນກົງກັບໂອກາດພິເສດ, ເມື່ອຫວຽດນາມ ແລະອາເມລິກາ ພວມດຳເນີນບັນດາການເຄື່ອນໄຫວສຳຄັນສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ທັງແມ່ນພະຍານຫຼັກຖານຕື່ມອີກກ່ຽວກັບວິວັດການປອງດອງກັນລະຫວ່າງສອງປະເທດ. ທ່ານ ບຸ່ຍແທັງເຊິນ ກໍຖືວ່າ ການຮ່ວມມືຊອກຫາທະຫານຫາຍສາບສູນໃນປາງສົງຄາມໄດ້ ແລະພວມປະກອບສ່ວນຕັ້ງໜ້າເຂົ້າການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະອາເມລິກາ ໃນຊຸມປີຜ່ານມາ, ພ້ອມທັງຊ່ວຍສອງປະເທດມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບເຈດຕະນາດີຂອງກັນ, ຈາກນັ້ນຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ; ຢັ້ງຢືນ ຫວຽດນາມຈະສືບຕໍ່ຮ່ວມມືກັບອາເມລິກາ ໃນຂົງເຂດນີ້ຢ່າງຕັ້ງໜ້າ ແລະມີປະສິດທິຜົນ.

ໂດຍ: ແສງເດືອນ