ນັກຂ່າວ: ຂໍຮຽນສະຫາຍ, ການຮ່ວມມືຫວຽດນາມ-ສະຫະພັນລັດເຊຍ ໃນຂອບເຂດຄະນະກຳມະການປະສົມລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນຫວຽດນາມ - ລັດເຊຍ (ເອີ້ນຫຍໍ້ວ່າແມ່ນຄະນະກໍາມະການປະສົມ) ໄດ້ສວມບົດບາດຄືແນວໃດໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ?

ທ່ານພົນໂທ ຫງວຽນຈີ໊ວິ້ງ: ສູນເຂດຮ້ອນຫວຽດນາມ-ລັດເຊຍ ແມ່ນອົງການໜຶ່ງຂອງກະຊວງປ້ອງກັນປະເທດຫວຽດນາມ, ໄດ້ຮັບມອບໝາຍໜ້າທີ່ໃຫ້ຮ່ວມມືກັບສະຫະພັນລັດເຊຍ ກ່ຽວກັບຂົງເຂດວິທະຍາສາດເຕັກນິກທີ່ກ່ຽວຂ້ອງເຖິງການທະຫານ-ການປ້ອງກັນຊາດ ກໍ່ຄືບັນດາບັນຫາກ່ຽວກັບເສດຖະກິດ, ສັງຄົມ ແລະວິທະຍາສາດ, ເຕັກໂນໂລຢີ. ສູນເຂດຮ້ອນຫວຽດນາມ-ລັດເຊຍ ມີປະຫວັດສາດພິເສດທີ່ສຸດ. ປີ 1988, ຫວຽດນາມ ແລະໂຊວຽດ ໄດ້ສ້າງຕັ້ງສູນຄົ້ນຄວ້າວິທະຍາສາດ ແລະທົດລອງເຂດຮ້ອນປະສົມລະຫວ່າງຫວຽດນາມ-ໂຊວຽດ (ຕົ້ນກໍາເນີດຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ) ເພື່ອຮ່ວມມືຄົ້ນຄວ້າບັນດາບັນຫາກ່ຽວກັບເຂດຮ້ອນ, ລວມມີ: ຊີວະພາບເຂດຮ້ອນ, ຄວາມທົນທານເຂດຮ້ອນ, ແພດສາດເຂດຮ້ອນ. ນີ້ແມ່ນບັນດາບັນຫາໃໝ່ທີ່ສຸດກ່ຽວກັບວິທະຍາສາດ, ເຕັກໂນໂລຢີໃນຄາວນັ້ນ ກໍຄືປະຈຸບັນ, ຮັບໃຊ້ໃຫ້ແກ່ວຽກງານຮັບປະກັນບັນດາການເຄື່ອນໄຫວກ່ຽວກັບວິທະຍາສາດ, ເຕັກໂນໂລຢີທີ່ກ່ຽວຂ້ອງເຖິງຂົງເຂດການທະຫານ-ການປ້ອງກັນຊາດ, ພ້ອມທັງຮັບໃຊ້ໃຫ້ບັນດາບັນຫາກ່ຽວກັບເສດຖະກິດ, ສັງຄົມ, ພິເສດແມ່ນບັນດາບັນຫາກ່ຽວກັບສິ່ງແວດລ້ອມ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ. ພາບ: ຈ້ອງຫາຍ.

ດ້ວຍຖານະແມ່ນກົມກອງຂອງກະຊວງປ້ອງກັນປະເທດ, ສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ປະຕິບັດສຳເລັດເປັນຢ່າງດີບັນດາໜ້າທີ່ໂດຍກະຊວງປ້ອງກັນປະເທດມອບໝາຍໃຫ້, ຮັບໃຊ້ບັນດາການເຄື່ອນໄຫວການທະຫານ-ການປ້ອງກັນຊາດ ກໍຄືບັນດາໜ້າທີ່ສອງຝ່າຍໂດຍຄະນະກຳມະການສົມທົບມອບໝາຍໃຫ້, ຮັບໃຊ້ແກ່ການຄົ້ນຄວ້າວິທະຍາສາດເຕັກນິກ, ເຕັກໂນໂລຢີລະຫວ່າງສອງປະເທດ.

ນັກຂ່າວ: ຈັ່ງຊັ້ນຂໍໃຫ້ສະຫາຍແບ່ງປັນກ່ຽວກັບໝາກຜົນບັນດາການເຄື່ອນໄຫວດ້ານປ້ອງກັນຊາດໃນຂອບເຂດປີຫວຽດນາມ ເຄື່ອນໄຫວຢູ່ລັດເຊຍ ແລະປີ ລັດເຊຍ ເຄື່ອນໄຫວຢູ່ ຫວຽດນາມ ສົກປີ 2019-2020 ແລະບັນດາຜົນງານກ່ຽວກັບການຮ່ວມມືລະຫວ່າງອະນຸກຳມະການຫວຽດນາມ ແລະບັນດາກົມກອງກ່ຽວຂ້ອງຂອງລັດເຊຍ ໃນໄລຍະຜ່ານມາ?

ທ່ານພົນໂທ ຫງວຽນຈີ໊ວິ້ງ: ປີ 2019 ແລະ 2020 ເປັນຂີດໝາຍໃຫ້ແກ່ເຫດການພິເສດທີ່ສຸດລະຫວ່າງຫວຽດນາມ ກັບໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍ ໃນປະຈຸບັນ. ສອງຝ່າຍຈະສະເຫຼີມສະຫຼອງ 70 ປີແຫ່ງວັນການພົວພັນຮ່ວມມືດ້ານປ້ອງກັນຊາດ. ກ່ອນໜ້ານັ້ນ, ປີ 2018, ພວກເຮົາໄດ້ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສູນເຂດຮ້ອນຫວຽດນາມ-ລັດເຊຍ ມາແລ້ວ. ໃນໄລຍະຈະມາເຖິງ, ສູນເຂດຮ້ອນຫວຽດນາມ-ລັດເຊຍ ຈະດໍາເນີນການສະຫຼຸບ 5 ປີແຫ່ງການຮ່ວມມືກັບສະຫະພັນລັດເຊຍ. ໝາກຜົນຂອງວິວັດທະນາການນັ້ນຈະກຳນົດທິດຍຸດທະສາດໃນການຄົ້ນຄວ້າວິທະຍາສາດຮັບໃຊ້ບັນດາການເຄື່ອນໄຫວການທະຫານ-ການປ້ອງກັນຊາດກໍຄືບັນດາບັນຫາກ່ຽວກັບເສດຖະກິດ, ສັງຄົມໃນໄລຍະ 2020-2025. ເນື່ອງໃນໂອກາດນີ້, ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຈະໄປຢ້ຽມຢາມ, ຊີ້ນຳບັນດາການເຄື່ອນໄຫວຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ ດ້ວຍສອງຖານະ: ແມ່ນກົມກອງຂອງກະຊວງປ້ອງກັນປະເທດ ແລະແມ່ນສູນຄົ້ນຄວ້າປະສົມຂອງຫວຽດນາມ ແລະສະຫະພັນລັດເຊຍ.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານຈົ່ງໃຫ້ຮູ້ຕໍ່ໜ້າການຜັນແປສັບສົນຂອງພະຍາດໂຄວິດ-19, ສອງຝ່າຍໄດ້ກໍານົດບັນດາບຸລິມະສິດຮ່ວມມືໃດແດ່ເພື່ອປັບຕົວໃຫ້ເຂົ້າກັບສະພາບການໃໝ່?

ທ່ານພົນໂທ ຫງວຽນຈີ໊ວິ້ງ: ແຜນການທີ່ສອງກະຊວງປ້ອງກັນປະເທດໄດ້ກຳນົດໄວ້ໃນປີ 2020 ແມ່ນລວມມີເຫດການຮ່ວມມືທັງໝົດກວ່າ 60 ເຫດການ. ພະຍາດໂຄວິດ-19 ໄດ້ກີດຂວາງການປະຕິບັດບັນດາເນີື້ອໃນເຊິ່ງສອງຝ່າຍໄດ້ວາງອອກສ່ວນໃດສ່ວນໜຶ່ງ. ເຖິງຢ່າງໃດກໍ່ຕາມ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ບັນດາການເຄື່ອນໄຫວສຳຄັນ, ມີລັກສະນະແທດຈິງນັ້ນແມ່ນບໍ່ມີການປ່ຽນແປງ, ຄື: ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະເຮັດວຽກຂັ້ນຕ່າງໆ, ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ, ການຮ່ວມມືດ້ານວິທະຍາສາດເຕັກນິກການທະຫານ. ກ່ຽວກັບວຽກງານຮັບມືກັບພະຍາດໂຄວິດ-19, ສອງຝ່າຍໄດ້ມີການແລກປ່ຽນກ່ຽວກັບດ້ານວິທະຍາສາດເຕັກນິກ, ການແພດທະຫານເພື່ອປະກອບສ່ວນເຂົ້າວຽກງານສະກັດກັ້ນ ແລະຍູ້ໂລກລະບາດໃຫ້ຖອຍໄປຂອງສອງລັດຖະບານ.

ນັກຂ່າວ: ບັນດານັກຊ່ຽວຊານລັດເຊຍ ໄດ້ມີການປະກອບສ່ວນຄືແນວໃດໃຫ້ແກ່ການພັດທະນາ ແລະເຕີບໃຫຍ່ເຂັ້ມແຂງຂອງອະນຸກຳມະການຫວຽດນາມ ກໍຄືໄດ້ຕີລາຄາແນວໃດຕໍ່ກັບບັນດາເພື່ອນຮ່ວມງານ ແລະບັນດາຄູ່ຮ່ວມມືຢູ່ອະນຸກຳມະການຫວຽດນາມ, ຂໍຮຽນສະຫາຍ?

ທ່ານພົນໂທ ຫງວຽນຈີ໊ວິ້ງ: ບັນດາຊ່ຽວຊານໂຊວຽດ ໃນເມື່ອກ່ອນ ແລະລັດເຊຍ ໃນປະຈຸບັນທີ່ໄດ້ເຮັດວຽກຢູ່ສູນເຂດຮ້ອນຫວຽດນາມ-ລັດເຊຍ ເປັນເວລາກວ່າ 30 ປີ. ເຖິງວ່າສະພາບການມີການປ່ຽນແປງກໍ່ຕາມ, ແຕ່ວ່າບັນດານັກຊ່ຽວຊານເຫຼົ່ານີ້ເຂົາເຈົ້າບໍ່ມີການປ່ຽນແປງ, ກ່ຽວກັບອາລົມຈິດຄວາມຮັກແພງທີ່ມີຕໍ່ ຫວຽດນາມ, ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ກໍຄືສາຍພົວພັນການປ້ອງກັນຊາດລະຫວ່າງສອງປະເທດ. ເຂົາເຈົ້າແມ່ນບັນດານັກຊ່ຽວຊານແຖວໜ້າໃນໂລກກ່ຽວກັບສິ່ງແວດລ້ອມ, ຊີວະພາບ, ບັນດາບັນຫາເຂດຮ້ອນ. ເຂົາເຈົ້າໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ, ສຳຄັນໃຫ້ແກ່ບັນດາໝາກຜົນແຫ່ງການຄົ້ນຄວ້າວິທະຍາສາດຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ.

ຢູ່ສູນເຂດຮ້ອນຫວຽດນາມ-ລັດເຊຍ, ຮ່ວມມືກັບບັນດານັກຊ່ຽວຊານລັດເຊຍ ແມ່ນຖັນແຖວນັກຊ່ຽວຊານຫວຽດນາມ. ມີຜູ້ທີ່ເຄີຍຮ່ຳຮຽນຢູ່ໂຊວຽດ ໃນເມື່ອກ່ອນ, ສະຫະພັນລັດເຊຍ ໃນປະຈຸບັນ ແລະຫຼາຍປະເທດຕ່າງໆໃນໂລກ ຫຼື ຮ່ຳຮຽນຢູ່ພາຍໃນປະເທດ, ແຕ່ວ່າເຂົາເຈົ້າລ້ວນແຕ່ມີຄວາມຮູ້ຢ່າງຄົບຖ້ວນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຮ່ວມມືກັບບັນດາເພື່ອນຮ່ວມງານລັດເຊຍ. ເມື່ອຂ້າພະເຈົ້າພົບປະກັບບັນດານັກຊ່ຽວຊານລັດເຊຍ, ເຂົາເຈົ້າຕີລາຄາສູງຕໍ່ເພື່ອນຮ່ວມງານຫວຽດນາມ. ນັກຊ່ຽວຊານຫວຽດນາມ ຫຼາຍຄົນມີຄວາມຮູ້ລະດັບສາກົນກ່ຽວກັບບັນດາບັນຫາວິທະຍາສາດ, ເຕັກໂນໂລຢີິ.

ນັກຂ່າວ: ຄືສະຫາຍໄດ້ແບ່ງປັນ, ສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ສຸມໃສ່ຄົ້ນຄວ້າກ່ຽວກັບຊີວະພາບເຂດຮ້ອນ, ຄວາມທົນທານເຂດຮ້ອນ, ນັກສຶກສາແພດສາດເຂດຮ້ອນ. ໃນໄລຍະຈະມາເຖິງ, ບັນດາຂົງເຂດນີ້ຈະໄດ້ຮັບການຊຸກຍູ້ຄືແນວໃດ? ຈຸດສຸມການຮ່ວມມືເຊິ່ງສອງຝ່າຍມຸ່ງໄປເຖິງໃນອະນາຄົດແມ່ນຫຍັງ? ຂໍຮຽນສະຫາຍ?

ທ່ານພົນໂທ ຫງວຽນຈີ໊ວິ້ງ: ສູນເຂດຮ້ອນຫວຽດນາມ-ລັດເຊຍ ປະຕິບັດບັນດາການຄົ້ນຄວ້າວິທະຍາສາດພື້ນຖານ, ສ້າງພື້ນຖານຮັບໃຊ້ບັນດາການເຄື່ອນໄຫວການທະຫານ-ການປ້ອງກັນຊາດ ກໍຄືເສດຖະກິດ, ສັງຄົມ. ກ່ຽວກັບຂົງເຂດຄວາມທົນທານເຂດຮ້ອນ, ໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດຂອງອາວຸດ, ຍຸດທະພັນແມ່ນຄວາມທົນທານ. ຕ້ອງມີບັນດາການຄົ້ນຄວ້າວິທະຍາສາດເພື່ອຮັບປະກັນບັນດາອາວຸດ, ຍຸດທະພັນບໍ່ຖືກເປ່ເພໃນອາກາດເຂດຮ້ອນຂອງປະເທດຫວຽດນາມ. ຕົວຢ່າງໜຶ່ງອີກແມ່ນການຄົ້ນຄວ້າກ່ຽວກັບຂົງເຂດຊີວະພາບເຂດຮ້ອນ. ຄວາມເຂົ້າໃຈຕາມປົກກະຕິແມ່ນຈະກ່ຽວຂ້ອງເຖິງເສດຖະກິດ, ສັງຄົມ, ແຕ່ວ່າບັນດາສິ່ງແວດລ້ອມ, ຄື: ຄວາມໝັ້ນຄົງແຫຼ່ງນ້ຳ, ສິ່ງແວດລ້ອມທະເລ... ຍັງມີແງ່ມູມດ້ານການທະຫານ-ການປ້ອງກັນຊາດອີກດ້ວຍ. ຍ້ອນເຫດນັ້ນ, ການຄົ້ນຄວ້າຊີວະພາບເຂດຮ້ອນແມ່ນບັນຫາຮີບດ່ວນທີ່ສຸດ ແລະສູນເຂດຮ້ອນຫວຽດນາມ-ລັດເຊຍ ກໍ່ພວມປະຕິບັດໜ້າທີ່ນີ້ຢູ່. ກ່ຽວກັບຂົງເຂດແພດສາດເຂດຮ້ອນ, ພະຍາດໂຄວິດ-19 ແມ່ນຕົວຢ່າງໜຶ່ງ. ເມື່ອຝ່າຍລັດເຊຍ ມອບຫ້ອງວິເຄາະເຄື່ອນທີ່ໃຫ້ສູນເຂດຮ້ອນຫວຽດນາມ-ລັດເຊຍ ນັ້ນຫວຽດນາມ ຍັງບໍ່ທັນມີກໍລະນີໃດຕິດພະຍາດໂຄວິດ-19 ເທື່ອ. ເຖິງຢ່າງໃດກໍ່ຕາມ, ພວກເຮົາໄດ້ເປັນເຈົ້າການບໍາລຸງສ້າງຖັນແຖວພະນັກງານ, ນາຍທະຫານຢ່າງຮີບດ່ວນ ເພື່ອນຳໃຊ້ຫ້ອງວິເຄາະນີ້ໂດຍໄວ. ພວກເຮົາບໍ່ພຽງແຕ່ປ້ອງກັນ, ຕ້ານໂລກລະບາດຢ່າງລະອຽດຄືພະຍາດໂຄວິດ-19 ໃນໄລຍະຜ່ານມາເທົ່ານັ້ນ ຫາກຍັງຕ້ອງກຽມພ້ອມ, ເປັນເຈົ້າການຮັບມືກັບໂລກລະບາດທັງໝົດທີ່ຈະເກີດຂຶ້ນໃນວົງກວ້າງອີກດ້ວຍ. ນີ້ແມ່ນບັນດາທິດທາງຮ່ວມມືເຊິ່ງຫວຽດນາມ ພ້ອມກັບບັນດານັກຊ່ຽວຊານລັດເຊຍ ຈະຍູ້ແຮງໃນໄລຍະຈະມາເຖິງ.

ນັກຂ່າວ: ບັນດາຜົນງານເຊິ່ງອະນຸກຳມະການຫວຽດນາມ ເວົ້າສະເພາະ ແລະຄະນະກຳມະການປະສົມ, ສູນເຂດຮ້ອນຫວຽດນາມ-ລັດເຊຍ ເວົ້າລວມໄດ້ປະກອບສ່ວນຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ຄືແນວໃດ, ຂໍຮຽນສະຫາຍ?

ທ່ານພົນໂທ ຫງວຽນຈີ໊ວິ້ງ: ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ໄດ້ຜັນຂະຫຍາຍໃນຫຼາຍຂົງເຂດ ແລະບັນລຸປະສິດທິຜົນຫຼາຍຢ່າງ. ຂົງເຂດການທະຫານ-ການປ້ອງກັນຊາດກໍ່ໄດ້ດຳເນີນຢູ່ຫຼາຍແງ່ມູມແຕກຕ່າງກັນ, ຄື: ການຮ່ວມມືດ້ານນະໂຍບາຍ, ການຮ່ວມມືດ້ານເຕັກນິກການທະຫານ, ການຮ່ວມມືກ່ຽວກັບການຝຶກແອບ, ບຳລຸງກໍ່ສ້າງ... ໃນນັ້ນ, ການຮ່ວມມືດ້ານວິທະຍາສາດເຕັກນິກ ແມ່ນຄຸນລັກສະນະສະເພາະພິເສດຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ. ການຮັກສາ, ພັດທະນາການຮ່ວມມືຢູ່ສູນນີ້ໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງສອງຝ່າຍ. ນີ້ແມ່ນຊ່ອງທາງເພື່ອໃຫ້ສອງຝ່າຍແລກປ່ຽນດ້ານວິທະຍາສາດ, ເຕັກໂນໂລຢີ ແລະບຳລຸງກໍ່ສ້າງພະນັກງານ, ນາຍທະຫານກອງທັບຂອງຫວຽດນາມ, ພ້ອມທັງປະກອບສ່ວນໂດຍກົງໃຫ້ແກ່ໜ້າທີ່ພັດທະນາເສດຖະກິດ, ສັງຄົມຂອງປະເທດ.

ສາມາດເວົ້າໄດ້ວ່າ, ການຮ່ວມມືວິທະຍາສາດເຕັກນິກໃນບັນຫາສິ່ງແວດລ້ອມຄືປະຈຸບັນແມ່ນໜ້າທີ່ໜັກໜ່ວງ, ຮີບດ່ວນທີ່ສຸດ ແລະກອງທັບກໍ່ຢູ່ໃນນັ້ນ. ພວກເຮົາປະກອບສ່ວນໜ້ອຍດຽວແຕ່ມີປະສິດທິຜົນ, ມີຄວາມແທດຈິງເພື່ອຮັບປະກັນສິ່ງແວດລ້ອມຂອງປະເທດໃນປະຈຸບັນ ແລະອະນາຄົດໃຫ້ມີຄວາມຍືນຍົງ.

ຂໍຂອບໃຈ!

ໂດຍ: ແສງເດືອນ