ນັກຮົບຫວຽດນາມ 7 ຄົນເຄີຍເຂົ້າຮ່ວມກອງທັບແດງໂຊວຽດ ຕໍ່ສູ້ຕ້ານຟາດຊິດເຢຍລະມັນ ໄດ້ຖືກນຳເຂົ້າຂໍ້ມູນຂອງຫໍພິພິທະພັນ “ເສັ້ນທາງອາໄລຫາ” ຢ່າງສົມກຽດ. ກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານ ໂງດຶກແມັ້ງ ໃຫ້ຮູ້ວ່າ “ພວກເຮົາມີຄວາມເອກອ້າງທະນົງໃຈທີ່ສຸດຕໍ່ວິລະກຳຂອງບັນດານັກຮົບກອມມູນິດຫວຽດນາມ ທີ່ໄດພ້ອມກັບກອງທັບແດງໂຊວຽດ ປົກປັກຮັກສານະຄອນຫຼວງມົດສະກູ ແລະໄຊຊະນະຟາດຊິດເຢຍລະມັນ. ນີ້ແມ່ນຄວາມສາມັກຄີສາກົນກຳມະຊີບຂອງພວກເຮົາ, ນ້ຳໃຈທີ່ເປັນເພື່ອນມິດສູ້ຮົບລະຫວ່າງປະຊາຊົນຫວຽດນາມ ແລະປະຊາຊົນໂຊວຽດ ໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່”.

leftcenterrightdel
ທ່ານ ໂງດຶກແມັ້ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສະຫະພັນລັດເຊຍ ຖະຫວາຍທູບທຽນອາໄລຫາບັນດານັກຮົບກອງທັບແດງໂຊວຽດ ແລະຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໃນການສົງຄາມຕ້ານກອງທັບຟາດຊິດເຢຍລະມັນ ປົກປັກຮັກສານະຄອນມົດສະກູ. ພາບ: ສຳນັກຂ່າວສານຫວຽດນາມ.

75 ປີໄດ້ຜ່ານໄປແລ້ວ, ເລື່ອງເຊີດຊູນັກຮົບຫວຽດນາມ 7 ຄົນທີ່ໄດ້ຕໍ່ສູ້ໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່” ຢູ່ “ເສັ້ນທາງອາໄລຫາ” ບໍ່ພຽງແຕ່ຈົດຈໍາການປະກອບເລືອດເນື້ອຂອງເຂົາເຈົ້າໃນຄວາມມານະພະຍາຍາມຕ້ານຟາດຊິດເທົ່ານັ້ນຫາກຍັງແມ່ນພະຍານຫຼັກຖານກ່ຽວກັບນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ສະຫະພັນລັດເຊຍ ອີກດ້ວຍ.

ໂດຍ: ສົມເພັດ