ເຂົ້າຮ່ວມໃນຄະນະປະຕິບັດງານຍັງມີທ່ານພັນເອກພິເສດ ໂງແອັງທູ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ; ຜູ້ຕາງໜ້າບັນດາພະແນກ, ຂະແໜງທີ່ກ່ຽວຂ້ອງຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ແລະໜັງສືພິມກອງທັບປະຊາຊົນລາວ.

ທີ່ການເຮັດວຽກ, ຜູ້ຕາງໜ້າໂຮງຮຽນນາຍທະຫານບົກ ເລກ 1; ກອງພັນໃຫຍ່ 102 ແລະກອງພົນ 308 (ກອງພົນໃຫຍ່ 1) ໄດ້ແນະນໍາໂດຍສັງເຂບກ່ຽວກັບປະຫວັດສາດ, ມູນເຊື້ອ, ຜົນງານອັນສະຫງ່າລາສີ ແລະຜົນການປະຕິບັດໜ້າທີ່ຂອງກົມກອງໃນຕະຫຼອດໄລຍະຜ່ານມາ.

ຜູ້ຕາງໜ້າບັນດາກົມກອງປາດຖະໜາວ່າ, ໜັງສືພິມກອງທັບປະຊາຊົນລາວ ແລະໜັງສືພິມກອງທັບປະຊາຊົນຫວຽດນາມ ສືບຕໍ່ມີບັນດາຂ່າວ, ບົດ, ສ່ອງແສງຜົນການປະຕິບັດໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບກໍ່ຄືການສຶກສາ-ກໍ່ສ້າງ, ວຽກງານກໍ່ສ້າງພັກ... ຂອງໂຮງຮຽນນາຍທະຫານບົກ ເລກ 1; ກອງພັນໃຫຍ່ 102 ແລະກອງພົນ 308 (ກອງພົນໃຫຍ່ 1) ຢ່າງມີຊີວິດຊີວາກວ່າອີກ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພັນເອກ ຄຳສາວ ແກ້ວວິເສດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງບັນດາກົມກອງ ແລະໄດ້ສ້າງເງື່ອນໄຂໃຫ້ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ຊອກຮູ້, ຂຽນບົດ; ພ້ອມທັງຢັ້ງຢືນວ່າ, ຜ່ານການຢ້ຽມຢາມ ແລະເຮັດວຽກຢູ່ກອງພັນໃຫຍ່ 102; ກອງພົນ 308 ແລະໂຮງຮຽນນາຍທະຫານບົກ ເລກ 1 ໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ ແລະການແບ່ງປັນລະຫວ່າງກອງທັບສອງປະເທດ. ນີ້ກໍ່ແມ່ນແຫຼ່ງເອກະສານທີ່ລໍ້າຄ່າ ເພື່ອໃຫ້ໜັງສືພິມກອງທັບປະຊາຊົນລາວ ໂຄສະນາເຜີຍແຜ່ກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 30 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ. ທ່ານພັນເອກ ຄຳສາວ ແກ້ວວິເສດ ສະເໜີວ່າ ໃນຊຸມປີຕໍ່ໜ້າໂຮງຮຽນນາຍທະຫານບົກ ເລກ 1; ກອງພັນໃຫຍ່ 102 ແລະກອງພົນ 308 (ກອງພົນໃຫຍ່ 1) ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ຖັນແຖວພະນັກງານ, ນັກຂ່າວ, ນັກບັນນາທິການຂອງໜັງສືພິມກອງທັບປະຊາຊົນລາວ ປະຕິບັດວຽກງານສ່ອງແສງບັນດາກິດຈະກໍາຂອງກົມກອງຢ່າງມີຊີວິດຊີວາ, ມີປະສິດທິຜົນ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການຢ້ຽມຢາມ ແລະເຮັດວຽກຂອງໜັງສືພິມກອງທັບປະຊາຊົນລາວ ຢູ່ໂຮງຮຽນນາຍທະຫານບົກ ເລກ 1; ກອງພັນໃຫຍ່ 102 ແລະກອງພົນ 308 (ກອງພົນໃຫຍ່ 1).

leftcenterrightdel
ບັນຍາກາດທີ່ການເຮັດວຽກຢູ່ໂຮງຮຽນນາຍທະຫານບົກ ເລກ 1. ພາບ: qdnd.vn.
leftcenterrightdel
ທ່ານພົນຈັດຕະວາ ຫງວຽນຊວນດຽບ, ຮອງຫົວໜ້າການເມືອງໂຮງຮຽນນາຍທະຫານບົກ ເລກ 1 ມອບຂອງຂວັນເປັນທີ່ລະນຶກໃຫ້ໜັງສືພິມກອງທັບປະຊາຊົນລາວ. ພາບ: qdnd.vn.
leftcenterrightdel
ທ່ານພັນເອກ ຄຳສາວ ແກ້ວວິເສດ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ມອບຂອງຂວັນເປັນທີ່ລະນຶກໃຫ້ໂຮງຮຽນນາຍທະຫານບົກ ເລກ 1. ພາບ: qdnd.vn.
leftcenterrightdel
ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ແລະໜັງສືພິມກອງທັບປະຊາຊົນຫວຽດນາມ ພ້ອມກັບຄະນະຜູ້ແທນໂຮງຮຽນນາຍທະຫານບົກ ເລກ 1 ຖ່າຍຮູບລວມ. ພາບ: qdnd.vn.
leftcenterrightdel
ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ແລະການນໍາໂຮງຮຽນນາຍທະຫານບົກ ເລກ 1 ຖ່າຍຮູບລວມກັບນັກຮຽນລາວ ທີ່ພວມຮໍ່າຮຽນຢູ່ໂຮງຮຽນນາຍທະຫານບົກ ເລກ 1. ພາບ: qdnd.vn.
leftcenterrightdel
ບັນຍາກາດທີ່ການເຮັດວຽກຢູ່ກອງພົນ 308 (ກອງພົນໃຫຍ່ 1). ພາບ: qdnd.vn.
leftcenterrightdel
ຜູ້ຕາງໜ້າກອງພົນ 308 (ກອງພົນໃຫຍ່ 1) ມອບຂອງຂວັນເປັນທີ່ລະນຶກໃຫ້ໜັງສືພິມກອງທັບປະຊາຊົນລາວ. ພາບ: qdnd.vn.
leftcenterrightdel
ທ່ານພັນເອກ ຄຳສາວ ແກ້ວວິເສດ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ມອບຂອງຂວັນເປັນທີ່ລະນຶກໃຫ້ກອງພົນ 308 (ກອງພົນໃຫຍ່ 1). ພາບ: qdnd.vn.
leftcenterrightdel
ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມຫ້ອງມູນເຊື້ອຂອງກອງພົນ 308. ພາບ: qdnd.vn.
leftcenterrightdel
ບັນຍາກາດທີ່ການເຮັດວຽກຢູ່ກອງພັນໃຫຍ່ 102, ກອງພົນ 308. ພາບ: qdnd.vn.
leftcenterrightdel
ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມຫ້ອງມູນເຊື້ອຂອງກອງພັນໃຫຍ່ 102, ກອງພົນ 308. ພາບ: qdnd.vn.
leftcenterrightdel
ທ່ານພັນເອກ ຄຳສາວ ແກ້ວວິເສດ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ມອບຂອງຂວັນເປັນທີ່ລະນຶກໃຫ້ກອງພັນໃຫຍ່ 102, ກອງພົນ 308 (ກອງພົນໃຫຍ່ 1). ພາບ: qdnd.vn.

ໂດຍ: ທະນາພອນ