ທີ່ວາລະປະຊຸມຄົບຄະນະທີສອງດ້ວຍຫົວຂໍ້ “ຄຸ້ມຄອງຄວາມສ່ຽງດ້ານຄວາມໝັ້ນຄົງຢູ່ອາຊີ-ປາຊີຟິກ”, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັປະເທດຫວຽດນາມ ໄດ້ມີບົດກ່າວປາໄສສະແດງທັດສະນະຂອງຫວຽດນາມ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງ ແລະການພັດທະນາເຊິ່ງ ໂລກ ແລະພາກພື້ນຕ່າງກໍ່ມີຄວາມສົນໃຈ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Sergey Shoigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ທີ່ເວທີປາໄສແຊງຊາງ  ປັກກິ່ງ ຄັ້ງທີ 9. ພາບ: ທູຈາງ.

ຕາມທ່ານພົນເອກ ໂງຊວນລິກ ແລ້ວ, ສະພາບແວດລ້ອມດ້ານການເມືອງ ແລະຄວາມໝັ້ນຄົງຢູ່ພາກພື້ນຍັງຊ້ອນແຝງປັດໄຈສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ, ມັນໄດ້ວາງອອກບັນດາສິ່ງທ້າທາຍ ແລະຄວາມສ່ຽງດ້ານຄວາມໝັ້ນຄົງ, ລວມມີບັນດາບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານ ແລະແມ່ນການທະຫານ. ເພື່ອຄຸ້ມຄອງບັນດາຄວາມສ່ຽງດ້ານຄວາມໝັ້ນຄົງຢູ່ພາກພື້ນໃຫ້ເປັນຢ່າງດີ, ທ່ານພົນເອກ ໂງຊວນລິກ ໄດ້ຍົກອອກຄວາມຮຽກຮ້ອງ 4 ຢ່າງ, ນັ້ນແມ່ນ: ຍົກສູງນໍ້າໃຈເຄົາລົບກົດໝາຍສາກົນ ແລະເຄົາລົບເຊິ່ງກັນແລະກັນໃນການພົວພັນສາກົນ ກໍຄືໃນການແກ້ໄຂບັນດາການຂັດແຍ່ງ, ຄວາມບໍ່ລົງລອຍກັນ; ເສີມຂະຫຍາຍຄວາມຮັບຜິດຊອບຂອງບັນດາປະເທດໃຫຍ່; ເສີມຂະຫຍາຍບົດບາດ, ປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ ແລະຫຼາຍຝ່າຍໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຄຸຸ້ມຄອງຄວາມໝັ້ນຄົງຢູ່ພາກພື້ນ; ແກ້ໄຂບັນດາການຂັດແຍ່ງກັນໂດຍສັນຕິວິທີ, ດ້ວຍຈິດໃຈຄູ່ຮ່ວມມື, ເພື່ອຄວາມຮັບຜິດຊອບຂອງປະຊາຄົມ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນທີ່ເວທີປາໄສ ແຊງຊາງ ປັກກິ່ງ ຄັ້ງທີ 9. ພາບ: ທູຈາງ.

ກ່ຽວຂ້ອງເຖິງທະເລຕາເວັນອອກ, ທ່ານພົນເອກ ໂງຊວນລິກ ຖືວ່າ, ນີ້ແມ່ນພາກພື້ນທີ່ເຕັມໄປດ້ວຍຄວາມສ່ຽງດ້ານຄວາມໝັ້ນຄົງຍ້ອນມັນມີການກະທົບຂອງບັນດາປັດໄຈ, ຄື: ການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່; ການຂັດແຍ່ງອະທິປະໄຕ; ບັນດາບັນຫາຄວາມໝັ້ນຄົງແບບໃໝ່... ທ່ານພົນເອກ ໂງຊວນລິກ ກ່າວວ່າ “ບັນຫາທະເລຕາເວັນອອກ ຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ບໍ່ນໍາໃຊ້ກໍາລັງອາວຸດ, ນາບຂູ່ນໍາໃຊ້ກໍາລັງອາວຸດ, ບົນພື້ນຖານກົດໝາຍສາກົນ, ເຄົາລົບຜົນປະໂຫຍດອັນຊອບທໍາຂອງແຕ່ລະປະເທດດ້ວຍຈິດໃຈຄູ່ຮ່ວມມື, ເພື່ອຄວາມຮັບຜິດຊອບຂອງປະຊາຄົມ. ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າຈະມານະພະຍາຍາມພ້ອມກັບບັນດາປະເທດຊຸກຍູ້ການຮ່ວມມືເພື່ອແນໃສ່ກໍ່ສ້າງທະເລຕາເວັນອອກໃຫ້ກາຍເປັນພາກພື້ນສັນຕິພາບ, ສະຖຽນລະພາບ ແລະພັດທະນາ, ເພື່ອຜົນປະໂຫຍດລວມຂອງບັນດາປະເທດພາຍໃນ ແລະນອກພາກພື້ນ”.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ເວທີປາໄສ ແຊງຊາງ ປັກກິ່ງ ຄັ້ງທີ 9. ພາບ: ທູຈາງ.

ທ່ານພົນເອກ ໂງຊວນລິກ ໃຫ້ຮູູ້ວ່າ, ໃນປີ 2020, ຫວຽດນາມ ຈະດໍາລົງຕໍາແໜ່ງເປັນປະທານອາຊຽນ ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ. ດ້ວຍຈິດໃຈຄວາມຮັບຜິດຊອບສູງສຸດ, ຫວຽດນາມ ຊົມເຊີຍ ແລະຕີລາຄາສູງຕໍ່ການສະໜັບສະໜູນ, ການຮ່ວມມືແທດຈິງຂອງບັນດາປະເທດພາຍໃນ ແລະນອກພາກພື້ນເພື່ອປະຕິບັດສໍາເລັດໜ້າທີ່ສໍາຄັນໃໝ່ໃຫ້ເປັນຢ່າງດີ.

ໂດຍ: ໄຊຊະນະ