ເວທີປາໄສ ແຊງຊາງ ປັກກິ່ງປີນີ້ ມີຫົວຂໍ້ວ່າ “ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ແລະຊຸກຍູ້ສັນຕິພາບຢູ່ອາຊີ-ປາຊີຟິກ” ດ້ວຍ 4 ວາລະປະຊຸມຄົບຄະນະ ແລະ 8 ວາລະປະຊຸມພິເສດ. ຕາມແຜນການ, ທ່ານພົນເອກ ໂງຊວນລິກ ຈະມີບົດກ່າວປາໄສສໍາຄັນທີ່ວາລະປະຊຸມຄົບຄະນະທີ 2 ຂອງເວທີປາໄສກ່ຽວກັບຫົວຂໍ້ການຄຸ້ມຄອງຄວາມສ່ຽງກ່ຽວກັບຄວາມໝັ້ນຄົງຢູ່ອາຊີ-ປາຊີຟິກ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມເວທີປາໄສ ແຊງຊາງ ປັກກິ່ງ ຄັ້ງທີ 8. ພາບ: ສໍານັກຂ່າວສານຫວຽດນາມ.

ເລື່ອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມເວທີປາໄສ ແຊງຊາງ ປັກກິ່ງຄັ້ງນີ້ແມ່ນເພື່ອແນໃສ່ສືບຕໍ່ຢັ້ງຢືນບົດບາດຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບສູງຂອງຫວຽດນາມ ສໍາລັບບັນດາບັນຫາສາກົນ ແລະພາກພື້ນ; ສະແດງໃຫ້ເຫັນເຈດຕະນາດີຂອງຫວຽດນາມ ແມ່ນຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື ແລະແບ່່ງປັນບົດຮຽນກັບບັນດາປະເທດໃນການແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງລວມ, ຜ່ານນັ້ນສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອເປັນພື້ນຖານຊຸກຍູ້ການຮ່ວມມືເພື່ອສັນຕິພາບ ແລະພັດທະນາ. ພ້ອມກັນນັ້ນ, ການເຂົ້າຮ່ວມເວທີປາໄສ ແຊງຊາງ ປັກກິ່ງ ຄັ້ງທີ 9 ຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ກໍເປັນການສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງ ແລະການພັດທະນາ ເຊິ່ງ ໂລກ, ພາກພື້ນຕ່າງກໍ່ມີຄວາມສົນໃຈ.

ໂດຍ: ໄຊຊະນະ