ທ່ານ Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ ກ່າວຄໍາເຫັນໄຂງານວາງສະແດງ. ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນຳໂດຍທ່ານພົນຈັດຕະວາ ຟ້າມວັນຫວຶງ, ຫົວໜ້າການເມືອງເຫຼົ່າທັບເຮືອ.

leftcenterrightdel
ທ່ານ Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ ກ່າວຄໍາເຫັນໄຂງານວາງສະແດງ. ພາບ: ຮຸຍກວາງ.

IMDEX ASIA 2019 ມີການເຂົ້າຮ່ວມຂອງ 26 ຄະນະທະຫານເຮືອ, ຕໍາຫຼວດທະເລ ແລະອົງການປະຕິບັດກົດໝາຍຢູ່ທະເລປະເທດຕ່າງໆ. ທີ່ງານວາງສະແດງ, ກຸ່ມບໍລິສັດ, ບໍລິສັດກວ່າ 200 ແຫ່ງ ທີ່ມາຈາກຫຼາຍປະເທດ ແລະເຂດແຄວ້ນ ໄດ້ແນະນໍາບັນດາເຕັກໂນໂລຢີ, ຜະລິດຕະພັນໃໝ່ຫຼ້າສຸດໃນຂົງເຂດການເດີນທະເລປ້ອງກັນຊາດ, ຄື: ບັນດາລະບົບສູ້ຮົບ; ເຕັກໂນໂລຢີປ້ອງກັນຄວາມໝັ້ນຄົງ ແລະຄວາມປອດໄພການເດີນທະເລ...

leftcenterrightdel
ບັນດາຜູ້ແທນຫະຫານເຮືອປະຊາຊົນຫວຽດນາມ ຢ້ຽມຊົມບັນດາຮູບຈໍາລອງອອກແບບກໍາປັ່ນທະຫານເຮືອລຳໃໝ່ຢູ່ IMDEX ASIA 2019. ພາບ: ຮຸຍກວາງ.

ເຂົ້າຮ່ວມງານວາງສະແດງ, ບັນດາຜູ້ແທນຍັງໄດ້ຢ້ຽມຊົມກໍາປັ່ນທະຫານເຮືອເກືອບ 30 ລໍາຂອງບັນດາປະເທດຢູ່ທ່າກໍາປັ່ນຖານທີ່ໝັ້ນທະຫານເຮືອ Changi, ປະເທດສິງກະໂປ; ແລກປ່ຽນບັນດາມາດຕະການເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ແລະຊຸກຍູ້ການຮ່ວມມືໃນຂົງເຂດຄວາມໝັ້ນຄົງການເດີນທະເລ.

ໃນຕອນບ່າຍວັນດຽວກັນ, ຢູ່ຖານທີ່ໝັ້ນທະຫານເຮືອ Changi ໄດ້ດໍາເນີນພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສູນແບ່ງປັນຂໍ້ມູນຂ່າວສານດ້ານຄວາມໝັ້ນຄົງການເດີນທະເລ (IFC). ຄະນະຜູ້ແທນຫວຽດນາມໄດ້ມີບາງການພົບປະສອງຝ່າຍກັບຜູ້ແທນກະຊວງປ້ອງກັນປະເທດ ແລະຫະຫານເຮືອບັນດາປະເທດຕ່າງໆ.

ໂດຍ: ທະນາພອນ