ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຕີລາຄາສູງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບໄດ້ຮັບການພັດທະນາຢ່າງດີງາມ, ສະແດງໃຫ້ເຫັນຜ່ານບາງຂົງເຂດຮ່ວມມື ຄື: ແລກປ່ຽນຄະນະຜູ້ແທນ, ບໍາລຸງສ້າງ, ແບ່ງປັນບົດຮຽນໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ... ທ່ານພົນເອກ ໂງຊວນລິກ ຕີລາຄາສູງການປະກອບສ່ວນຂອງທ່ານ Patrick Leahy ເຂົ້າໃນຂົງເຂດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມລະຫວ່າງສອງປະເທດ. ເນັ້ນໜັກເຖິງຜົນສໍາເລັດຂອງໂຄງການລ້າງທາດພິດດີໂອຊີນຢູ່ສະໜາມບິນດ່ານັ້ງ, ທ່ານພົນເອກ ໂງຊວນລິກ ສະເໜີທ່ານ Patrick Leahy ສືບຕໍ່ມີການປະກອບສ່ວນເພື່ອຊ່ວຍໃຫ້ໂຄງການລ້າງທາດພິດດີໂອຊີນຢູ່ສະໜາມບິນບຽນຮວ່າ ໃນຕໍ່ໜ້າຈະປະສົບຜົນສໍາເລັດຢ່າງຈົບງາມ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ຕ້ອນຮັບທ່ານ Patrick Leahy. ພາບ: ຮວ່າງຫວູ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ຖ່າຍຮູບກັບຄະນະສະມາຊິກສະພາສູງອາເມລິກາ. ພາບ: ຮວ່າງຫວູ.

ທ່ານ Patrick Leahy ເນັ້ນໜັກວ່າ, ການຢ້ຽມຢາມຂອງຄະນະແມ່ນເພື່ອແນໃສ່ປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນສອງຝ່າຍ ຫວຽດນາມ-ອາເມລິກາ. ທ່ານ Patrick Leahy ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງໂຄງການລ້າງທາດພິດດີໂອຊີນຢູ່ສະໜາມບິນດ່າໜັ້ງ, ພ້ອມທັງຢັ້ງຢືນວ່າ ໃນນາມສ່ວນຕົວທ່ານເອົາໃຈໃສ່ບັນຫານີ້ທີ່ສຸດ ແລະດ້ວຍຖານະຕໍາແໜ່ງຂອງຕົນທ່ານຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອໃຫ້ໂຄງການລ້າງທາດພິດດີໂອຊີນຢູ່ສະໜາມບິນບຽນຮວ່າ ປະສົບຜົນສໍາເລັດຢ່າງຈົບງາມ, ສ້າງພື້ນຖານໃຫ້ແກ່ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ເປີດກວ້າງການຮ່ວມມືໄປສູ່ບັນດາຂົງເຂດອື່ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ກວຽດເຕິມ