leftcenterrightdel
ກໍາປັ່ນ 011-ດີງຕຽນຮວ່າງ. ພາບ: qdnd.vn.

ການເດີນທາງຂອງກອງກໍາປັ່ນ 011-ດິງຕຽນຮວ່າງ ແລະ 015-ເຈິ່ນຮືງດ້າວ ເພື່ອແນໃສ່ປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງທະຫານເຮືອ ແລະກອງທັບຫວຽດນາມ ກັບທະຫານເຮືອ ແລະກອງທັບຈີນ, ປະກອບສ່ວນຊຸກຍູ້ການພົວພັນສອງປະເທດໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ພ້ອມກັນນັ້ນເພື່ອແນໃສ່ເພີ່ມທະວີການຮ່ວມມື, ພົບປະແລກປ່ຽນກັບທະຫານເຮືອບັນດາປະເທດໃນໂລກຜ່ານບັນດາການເຄື່ອນໄຫວຫຼາຍຝ່າຍ. ການເດີນທາງກໍ່ແນໃສ່ຝຶກແອບ, ຍົກສູງກໍາລັງຄວາມສາມາດຈັດຕັ້ງການບັນຊາ, ການປະສານປະສົມ, ລະດັບຄວາມຮູ້ເປັນເຈົ້າຂອງອຸປະກອນໃໝ່ໃຫ້ທະຫານເມື່ອເຄື່ອນໄຫວຢູ່ທະເລເປັນເວລາຫຼາຍວັນ.

ໂດຍ: ທູຈາງ