ກົມຮັກສາສັນຕິພາບຫວຽດນາມ
ຍົກສູງກໍາລັງຄວາມສາມາດຈັດຕັ້ງບັນດາຊຸດຝຶກອົບຮົມສາກົນ
ກປ.ອອນໄລ - ຕອນບ່າຍວັນທີ 12 ເມສາ, ຊຸດຝຶກອົບຮົມຂອງສະຫະປະຊາຊາດ (ສປຊ) ກ່ຽວກັບການສ້າງແຜນການແຫ່ງຊາດສະຫງວນໃຫ້ນາຍທະຫານຂັ້ນສູງ ໂດຍກົມຮັກສາສັນຕິພາບຫວຽດນາມ ເປັນເຈົ້າພາບຈັດຕັ້ງໄດ້ອັດລົງຢູ່ຮ່າໂນ້ຍ.
ທ່ານ Rafael Barbieri, ຫົວໜ້າຄະນະນັກຊ່ຽວຊານ ສປຊ ໃຫ້ຮູ້ວ່າ, ຜ່ານຊຸດຝຶກອົບຮົມ, ບັນດານັກສໍາມະນາກອນໄດ້ອັບເດດບັນດາຄວາມຮູ້ ແລະບັນດາຂໍ້ກຳນົດກົດບັງຄັບຂອງການປະຕິບັດທີ່ໄດ້ມາດຕະຖານໃນການເຈລະຈາ, ສ້າງແຜນການ, ການກະກຽມ, ການຜັນຂະຫຍາຍ ແລະການຜັດປ່ຽນກັນຂອງບັນດາກົມກອງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.
    |
 |
ທ່ານພົນຈັດຕະວາ ຮວ່າງກີມຟຸ້ງ ແລະຜູ້ຕາງໜ້າສະຫະປະຊາຊາດ ມອບໃບຢັ້ງຢືນເຂົ້າຮ່ວມພິທີປິດຊຸດຝຶກອົບຮົມໃຫ້ນັກສໍາມະນາກອນ. ພາບ: ຮວ່າງຫວູ. |
ໃນຂະນະນັ້ນ, ຕາມທ່ານພົນຈັດຕະວາ ຮວ່າງກີມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ແລ້ວ, ເລື່ອງໄດ້ຮັບການເລືອກເຟັ້ນຈາກ ສປຊ ເພື່ອຈັດຕັ້ງຊຸດຝຶກອົບຮົມຊ່ວຍໃຫ້ກົມຮັກສາສັນຕິພາບຫວຽດນາມ ຍົກສູງກໍາລັງຄວາມສາມາດກ່ຽວກັບການຈັດຕັ້ງບັນດາຊຸດຝຶກອົບຮົມສາກົນ ແລະສ້າງເງື່ອນໄຂໃຫ້ບັນດານາຍທະຫານຂອງຫວຽດນາມ ປະຕິບັດງານຢູ່ບັນດາຕຳແໜ່ງເປັນເສນາທິການຍຸດທະສາດມີຄວາມຮູ້ຕື່ມເພື່ອປະຕິບັດໜ້າທີ່ໃນບົດບາດຂອງຕົນເປັນຢ່າງດີ.
ທ່ານພົນຈັດຕະວາ ຮວ່າງກີມຟຸ້ງ ຖືວ່າ ບັນດາຄວາມຮູ້ກ່ຽວກັບການເຈລະຈາ, ສ້າງແຜນການ, ການກະກຽມ, ການຜັນຂະຫຍາຍ ແລະການຜັດປ່ຽນກັນຂອງບັນດາກົມກອງທີ່ຜັນຂະຫຍາຍການປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ໄດ້ຖ່າຍທອດໃຫ້ບັນດານັກສໍາມະນາກອນໃນຊຸດຝຶກອົບຮົມ ຈະສວມບົດບາດສໍາຄັນໃນການໜູນຊ່ວຍບັນດາປະເທດທີ່ຈັດສົ່ງທະຫານກະກຽມ ແລະຜັນຂະຫຍາຍບັນດານາຍທະຫານ ກໍ່ຄືບັນດາກົມກອງໄປເຖິງບັນດາຄະນະປະຕິບັດງານ ສປຊ ໃນອະນາຄົດ.
ໂດຍ: ເຈິ່ນຮວ່ຽນ