ຂ້າມມະຫາສະໝຸດ ບືນຕົວໄປໄກ

ເປັນຄັ້ງທໍາອິດ, ກໍາລັງທະຫານເຮືອຫວຽດນາມ ແລະມຽນມາ ຮ່ວມກັນຈັດຕັ້ງການຝຶກຊ້ອມຢູ່ເຂດທະເລ Andaman - ມະຫາສະໝຸດອິນເດຍ. ເຫດການຂ້າມມະຫາສະໝຸດບືນຕົວໄປໄກຂອງກໍາປັ່ນທະຫານເຮືອປະຊາຊົນຫວຽດນາມກໍ່ໄດ້ສ້າງຂີດໝາຍເປັນຄັ້ງທີສອງ, ຜ່ານນັ້ນ, ເປັນການຢັ້ງຢືນກໍາລັງແຮງ, ເຈດຈໍານົງ ແລະຄວາມປາດຖະໜາຢາກເພີ່ມທະວີ ການຮ່ວມມືກັບທະຫານເຮືອບັນດາປະເທດຢູ່ພາກພື້ນຂອງທະຫານເຮືອປະຊາຊົນຫວຽດນາມ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ເພື່ອສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ພາຍຫຼັງໄດ້ຮັບຄໍາສັ່ງ “Commence exercise” ຈາກກໍາປັ່ນບັນຊາ 566 ຂອງມຽນມາ ໃນຕອນເຊົ້າວັນທີ 6 ເມສາ, ກໍາປັ່ນ 012- ລີ໊ຖ໊າຍໂຕ໋ ໄດ້ເລີ່ມເຂົ້າຮ່ວມການຝຶກຊ້ອມບັນດາບົດວິຊາເຄື່ອນທີ່ຮູບແຖວ, ການສື່ສານໃນຄື້ນສັ້ນ, ທຸງເຄື່ອງໝາຍ ແລະເຄົາລົບກັນບົນທະເລ ພ້ອມກັບກໍາປັ່ນຂອງປະເທດມຽນມາ. ໃນເງື່ອນໄຂສະພາບອາກາດເອື້ອອໍານວຍ, ການຝຶກຊ້ອມໄດ້ດໍາເນີນໄປຢ່າງປອດໄພ, ບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ, ຜ່ານນັ້ນເພີ່ມທະວີການເຄື່ອນໄຫວແບ່ງປັນບົດຮຽນ ແລະຝຶກຝົນຫຼໍ່ຫຼອມຄວາມສາມາດໃນການປະສານສົມທົບລະຫວ່າງທະຫານເຮືອສອງປະເທດ.

ທ່ານພັນຕີ ໂດ໋ຫາຍລອງ ກັບຕັນກໍາປັ່ນ 012-ລີ໊ຖ໊າຍໂຕ໋ ສະແດງຄວາມເປັນກຽດເມື່ອໄດ້ເປັນກັບຕັນຄົນທໍາອິດຂອງທະຫານເຮືອປະຊາຊົນຫວຽດນາມ ບັນຊາກໍາປັ່ນເດີນທາງໄປຢ້ຽມຢາມມຽນມາ. ບັນດາການເຄື່ອນໄຫວເຂົ້າຢ້ຽມຂໍ່ານັບ, ຝຶກຊ້ອມບົນທະເລ, ການແຂ່ງຂັນບານສົ່ງມິດຕະພາບ, ການພົບປະແລກປ່ຽນສິລະປະ-ວັດທະນະທໍາ ແລະອາຫານການກິນລະຫວ່າງທະຫານເຮືອສອງປະເທດ ໃນໂອກາດນີ້ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ຊຸກຍູ້ການຮ່ວມມືລະຫວ່າງກອງທັບສອງປະເທດ ເວົ້າລວມ ແລະກໍາລັງທະຫານເຮືອສອງປະເທດເວົ້າສະເພາະ.

leftcenterrightdel
ພົນຈັດຕະວາ Zwe Win Myint  ຜູ້ບັນຊາການທະຫານເຮືອເຂດ Tanin Tharyi  ກອງທັບມຽນມາ (ຢູ່ເຄິ່ງກາງ), ພັນເອກພິເສດ ຫງວຽນດຶກຢາງ, ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາມຽນມາ (ຢູ່ນອກສຸດ, ເບື້ອງຊ້າຍ) ຢ້ຽມຢາມກໍາປັ່ນ 012- ລີ໊ຖ໊າຍໂຕ໋. ພາບ: ມີ໊ແຮ້ງ.

ທີ່ການຕ້ອນຮັບຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ, ທ່ານພົນຈັດຕະວາ Thaung Htike Shwe - ຜູ້ບັນຊາການທະຫານເຂດແຄມທະເລ ຢັ້ງຢືນວ່າ: ກອງທັບມຽນມາ ຍາມໃດກໍຕີລາຄາສູງ ແລະຖືເປັນສໍາຄັນການພົວພັນຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ. ທ່ານໃຫ້ຮູ້ວ່າ, ບັນດານາຍທະຫານຂັ້ນສູງສຸດຂອງກອງບັນຊາການທະຫານ ເຂດແຄມທະເລ ໄດ້ມາຕ້ອນຮັບຄະນະທະຫານເຮືອປະຊາຊົນຫວຽດນາມ ແລະເຂົ້າຮ່ວມບັນດາການຕ້ອນຮັບ.

ຈຸດພົ້ນເດັ່ນໃນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ມຽນມາ

ການຢ້ຽມຢາມມຽນມາ ຂອງກໍາປັ່ນທະຫານເຮືອປະຊາຊົນຫວຽດນາມ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ ໄດ້ ແລະກໍາລັງພັດທະນາຢ່າງຕັ້ງໜ້າ ແລະມີປະສິດທິຜົນ, ກາຍເປັນເສົາຄໍ້າໃນການພົວພັນຫວຽດນາມ-ມຽນມາ. ຈຸດພົ້ນເດັ່ນໃນການຮ່ວມມືດ້ານເສດຖະກິດ-ປ້ອງກັນຊາດລະຫວ່າງສອງປະເທດ ແມ່ນການຮ່ວມທຸລະກິດໂທລະຄົມມະນາຄົມ Mytel ລະຫວ່າງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ຂອງຫວຽດນາມ ແລະຄູ່ຮ່ວມມືມຽນມາ, ກໍາລັງເຄື່ອນໄຫວປະສົບຜົນສໍາເລັດທີ່ສຸດຢູ່ມຽນມາ. ການຮ່ວມທຸລະກິດ Mytel ນີ້ໄດ້ຮັບການຕັ້ງຊ່ືຈາກຈອມພົນ Min Aung Hlaing ຜູ້ບັນຊາການທະຫານສູງສຸດບັນດາກໍາລັງປ້ອງກັນປະເທດມຽນມາ ເຊິ່ງປັດຈຸບັນແມ່ນບໍລິສັດສະໜອງບໍລິການໂທລະຄົມມະນາຄົມໃຫຍ່ທີສອງຢູ່ມຽນມາ, ມີຜູ້ຊົມໃຊ້ເບີເປັນປົກກະຕິເກືອບ 6 ລ້ານເບີ. Mytel ຄາດຄະເນວ່າຈະບືນຕົວຂຶ້ນໃຫ້ຢືນຢູ່ອັນດັບທີໜຶ່ງກ່ຽວກັບຈໍານວນຜູ້ໃຊ້ເບີໂທລະສັບໃນອະນາຄົດອັນໃກ້ນີ້.

ມີວັດຫວຽດນາມຫຼັງໜຶ່ງຕັ້ງຢູ່ “ບ້ານເກີດເມືອງນອນແຫ່ງວັດວາອາຮາມ”

ການພົວພັນຮ່ວມມືທີ່ນັບມື້ນັບພັດທະນາລະຫວ່າງສອງປະເທດນັ້ນໄດ້ສ້າງຂຶ້ນບົນພື້ນຖານການພົວພັນທາງການທູດ ໂດຍປະທານໂຮ່ຈີມິນ ແລະຜູ້ນໍາມຽນມາ A-ung San ກໍ່ຕັ້ງມາແຕ່ດົນນານແລ້ວ. ອາດເວົ້າໄດ້ວ່າແມ່ນໜຶ່ງໃນບັນດາພະຍານຫຼັກຖານໃຫ້ແກ່ນໍ້າໃນມິດຕະພາບຫວຽດນາມ  - ມຽນມາ ນັ້ນແມ່ນຢູ່ຫໍພິພິທະພັນແຫ່ງຊາດມຽນມາ ຢູ່ Yangon ມີເຂດວາງສະແດງກ່ຽວກັບຮູບພາບປະເທດ, ຊາວຫວຽດນາມຕ່າງຫາກ. ໃນນັ້ນ, ພົ້ນເດັ່ນແມ່ນຮູບປັ້ນປະທານ ໂຮ່ຈີມິນ ທີ່ຫຼໍ່ດ້ວຍທອງ ພ້ອມບັນດາຮູບພາບທີ່ເປັນສັນຍາລັກຂອງຫວຽດນາມ, ຄື: ວັດເສົາດຽວ, ດອກບົວ, ກຸບ...

ການຢ້ຽມຢາມມຽນມາ ເປັນເວລາ 4 ວັນຂອງກໍາປັ່ນ 012-ລີ໊ຖ໊າຍໂຕ໋ ພ້ອມດ້ວຍຄະນະປະຕິບັດງານໄດ້ເຊື່ອມຕໍ່ຂົວມິດຕະພາບໃຫ້ຍາວຕື່ມອີກ, ຊຸກຍູ້ການພົວພັນຮ່ວມມືທີ່ນັບມື້ນັບດີງາມລະຫວ່າງສອງປະເທດ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງສອງກອງທັບ ກໍຄືກໍາລັງທະຫານເຮືອສອງປະເທດ.

ໂດຍ: ໄຊຊະນະ