ໃນບົດລາຍງານຕີລາຄາສະພາບການ, ໝາກຜົນ ແລະສະເໜີທິດທາງຮ່ວມມືປ້ອງກັນ, ຕ້ານຢາເສບຕິດລະຫວ່າງຫວຽດນາມ ແລະລາວ, ທ່ານພົນຈັດຕະວາ ຫງວຽນວັນວ້ຽນ ຫົວໜ້າກົມຕໍາຫຼວດສືບສວນອາດຊະຍາກໍາຢາເສບຕິດ ຊີ້ແຈ້ງວ່າ: ໃນໄລຍະຜ່ານມາ, ກໍາລັງທີ່ກ່ຽວຂ້ອງຂອງຫວຽດນາມ ແລະລາວ ໄດ້ເປັນເຈົ້າການສ້າງແຜນການ, ສົມທົບກັນປະຕິບັດການເຄື່ອນໄຫວຮ່ວມມືປ້ອງກັນ, ຕ້ານຢາເສບຕິດບົນຈິດໃຈສັນຍາວ່າດ້ວຍການຮ່ວມມືຄວບຄຸມຢາເສບຕິດ, ຢາບ້າ, ໂຄເຄນ... ເຊິ່ງລັດຖະບານສອງປະເທດ ໄດ້ລົງນາມ.

leftcenterrightdel
ທ່ານ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ. ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ໂຕເລິມ ຊີ້ແຈ້ງວ່າ, ຫວ່າງແລ້ວນີ້, ລາວ ໄດ້ມີມະຕິຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ກ່ຽວກັບວຽກງານຕໍ່ສູ້, ປ້ອງກັນ, ຕ້ານຢາເສບຕິດ. ສິ່ງເຫຼົ່ານີ້ສະແດງໃຫ້ເຫັນຄວາມຕັດສິນໃຈສູງສຸດຂອງລາວ ໃນວຽກງານນີ້.

ທ່ານລັດຖະມົນຕີ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ກໍາລັງຕໍາຫຼວດສືບຕໍ່ຮ່ວມມືຢ່າງເລິກເຊິ່ງ, ຮອບດ້ານກັບລາວ ໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດຮ່ວມມືປ້ອງກັນ, ຕ້ານຢາເສບຕິດ. ສະນັ້ນ ກົມຕໍາຫຼວດສືບສວນອາດຊະຍາກໍາຢາເສບຕິດ ເປັນປະທານ, ສົມທົບກັບກົມພົວພັນຕ່າງປະເທດ, ກົມກົດໝາຍ ແລະປະຕິຮູບການບໍລິຫານ, ຕຸລາການ ປັບປຸງຮ່າງຂໍ້ຕົກລົງຮ່ວມມືລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດໂດຍໄວ...

ເປັນເຈົ້າການຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະໜູນຊ່ວຍລາວ ໃນການສ້າງ ແລະປັບປຸງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ, ພິເສດແມ່ນວຽກງານຄຸ້ມຄອງຜູ້ຕິດຢາເສບຕິດ, ຜູ້ນໍາໃຊ້ຢາເສບຕິດຢ່າງຜິດກົດໝາຍຢູ່ລາວ...

ໂດຍ: ເກື່ອງດັ້ງ