ທ່ານພົນໂທ ຫງວຽນວັນຮ່ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນຳ 1128 ຂອງກະຊວງປ້ອງກັນປະເທດ, ໄດ້ເປັນປະທານການກວດກາ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ທ່ານພົນໂທ ຫງວຽນວັນຮ່ຽນ ໄດ້ຮຽກຮ້ອງໃຫ້ວິທະຍາຄານເຕັກນິກການທະຫານ ສືບຕໍ່ຊາບຊຶມ, ຄົ້ນຄວ້າ, ເພີ່ມເຕີມ, ຫັນເນື້ອໃນກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນເປັນລະອຽດ, ພັດທະນາການສຶກສາ ແລະການບໍາລຸງສ້າງຂອງຂະນະພັກຂັ້ນເທິງເຂົ້າໃນມະຕິນຳພາຂອງຄະນະພັກວິທະຍາຄານ ແລະຄະນະພັກ, ອົງການພັກທຸກຂັ້ນ. ພ້ອມກັນນັ້ນ, ວິທະຍາຄານຕ້ອງມີບັນດາມາດຕະການ ເພື່ອຊຸກຍູ້ບັນດາການເຄື່ອນໄຫວວິທະຍາສາດເຕັກໂນໂລຊີຕື່ມອີກ, ເປັນເຈົ້າການເຕັກໂນໂລຊີພື້ນຖານ, ເຕັກໂນໂລຊີຫຼັກ, ເຕັກໂນໂລຊີຍຸດທະສາດ. ນອກຈາກນີ້, ວິທະຍາຄານຕ້ອງຕັ້ງໜ້າລົງທຶນພື້ນຖານໂຄງລ່າງດີຈີຕອນຢ່າງຄົບຊຸດ, ທັນສະໄໝ, ສ້າງລະບົບນິເວດດີຈີຕອນທີ່ເປັນເອກະພາບເທື່ອລະກ້າວ. ສຸມໃສ່ການພັດທະນາຊັບພະຍາກອນມະນຸດວິທະຍາສາດເຕັກໂນໂລຊີ ແລະການຫັນເປັນດີຈີຕອນທີ່ມີຄຸນນະພາບສູງ; ຍູ້ແຮງການຜັນຂະຫຍາຍການນໍາໃຊ້ປັນຍາປະດິດ (AI) ໃນການສຶກສາ, ການບໍາລຸງກໍ່ສ້າງ, ການຄຸ້ມຄອງ ແລະຄົ້ນຄວ້າວິທະຍາສາດ...

ໃນໄລຍະຜ່ານມາ, ວິທະຍາຄານເຕັກນິກການທະຫານ ໄດ້ນໍາໜ້າໃນການອະນຸຍາດໃຫ້ນັກຮຽນທະຫານໃຊ້ໂທລະສັບມືຖືເພື່ອເຂົ້າອິນເຕີເນັດ ທີ່ມີການຄວບຄຸມ; ສ້າງລະບົບນິເວດດີຈີຕອນຂອງຊອບແວທີ່ຮັບໃຊ້ວຽກງານຄຸ້ມຄອງການບໍາລຸງກໍ່ສ້າງທັງໝົດ, ຕັ້ງແຕ່ການຄຸ້ມຄອງນັກຮຽນທະຫານ, ຄູອາຈານ ຈົນເຖິງຫຼັກສູດ. ໃນໄລຍະປີ 2020-2025, ວິທະຍາຄານ ຜັນຂະຫຍາຍການເປີດໃໝ່ເກືອບ 700 ຫົວຂໍ້, ໜ້າທີ່ວິທະຍາສາດເຕັກໂນໂລຊີໃໝ່ທຸກຂັ້ນ; ຜົນການຄົ້ນຄວ້າຫຼາຍຢ່າງໄດ້ນໍາໄປສູ່ການສ້າງຜະລິດຕະພັນທີ່ຮັບໃຊ້ການອົບຮົມຫັດແອບສູ້ຮົບ ແລະຮັບປະກັນເຕັກນິກໃຫ້ແກ່ອາວຸດຍຸດໂທປະກອນຂອງກອງທັບ...

ໂດຍ: ຈາງຫງວຽນ