ໂດຍໄດ້ຮັບຂອງຂວັນໜູນຊ່ວຍຂອງກຳປັ່ນຕໍາຫຼວດທະເລ 4040 (ກອງເຮືອ 401, ຕໍາຫຼວດທະເລເຂດ 4), ທ່ານ ຫງວຽນວັນຫ່ຽນ, ກັບຕັນເຮືອຫາປາໝາຍເລກ TV 95959 TS, ແບ່ງປັນວ່າ: “ໃນຊຸມປີມໍ່ໆມານີ້, ຍາມໃດພະນັກງານ, ນັກຮົບຕໍາຫຼວດທະເລກໍ່ໄດ້ເອົາໃຈໃສ່ໜູນຊ່ວຍສົມທົບກັບການໂຄສະນາ, ກ່າວເຕືອນກ່ຽວກັບຂໍ້ກຳນົດຂອງກົດໝາຍໃຫ້ພວກຂ້າພະເຈົ້າຢູ່ເຂດຫາປາເລີຍ. ເຂົ້າໃຈບັນຫາຢ່າງຈະແຈ້ງ, ພໍ່ແມ່ປະຊາຊົນຊາວປະມົງສ່ວນຫຼາຍລ້ວນແຕ່ປະຕິບັດຂໍ້ກຳນົດຂອງກົດໝາຍຢ່າງເຂັ້ມງວດ ແລະປາດຖະໜາຢາກຮ່ວມແຮງຮ່ວມໃຈຍົກເລີກ “ບັດເຫຼືອງ” ສິນໃນນໍ້າຂອງຫວຽດນາມ”.

ສ່ວນທ່ານ ເລກວກຕວນ (ເກີດປີ 1981, ຢູ່ແຣກຢ໊າ, ແຂວງອານຢາງ),  ກັບຕັນກໍາປັ່ນໝາຍເລກ KG 94220 TS, ກໍ່ໃຫ້ຮູ້ວ່າ: “ພວກອາວຕໍາຫຼວດທະເລບໍ່ພຽງແຕ່ຊ່ວຍພວກຂ້າພະເຈົ້າປະຕິບັດກົດໝາຍຢູ່ທະເລຢ່າງເຂັ້ມງວດເທົ່ານັ້ນ ຫາກຍັງແມ່ນຜູ້ຊ່ວຍເຫຼືອເມື່ອພວກຂ້າພະເຈົ້າປະສົບກັບໄພອັນຕະລາຍ, ເຄາະຮ້າຍ... ເມື່ອພວກອາວຕໍາຫຼວດທະເລໄດ້ແນະນໍາ, ຮ່ວມເດີນທາງ, ພວກຂ້າພະເຈົ້າກໍ່ມີກໍາລັງແຮງຕື່ມອີກເພື່ອອອກໄປຫາປາຢູ່ທະເລ, ປະກອບສ່ວນພັດທະນາເສດຖະກິດຄອບຄົວ”.

leftcenterrightdel
ກໍາປັ່ນຕໍາຫຼວດທະເລ 4040 (ກອງເຮືອ 401, ຕໍາຫຼວດທະເລເຂດ 4) ຊ່ວຍເຫຼືອເຮືອຫາປາໝາຍເລກ KG 94220 TS ທີ່ເກີດອຸບັດຕິເຫດຢູ່ທະເລໃນທ້າຍເດືອນ ມີນາ 2026.  ພາບ: ແທັງງິ

ພ້ອມກັບພະນັກງານ, ພາລະກອນຂອງກໍາປັ່ນມອບຂອງຂວັນໜູນຊ່ວຍ ແລະໂຄສະນາຄວາມຮູ້ດ້ານກົດໝາຍໃຫ້ພໍ່ແມ່ປະຊາຊົນຊາວປະມົງຢູ່ທະເລ, ທ່ານຮ້ອຍເອກ ເລແອງກວນ, ຫົວໜ້າການເມືອງກໍາປັ່ນຕໍາຫຼວດທະເລ 4040 ໃຫ້ຮູ້ວ່າ: ໃນເວລາເຮັດໜ້າທີ່ລາດຕະເວນຢູ່ທະເລ, ພະນັກງານ, ນັກຮົບກໍາປັ່ນຕໍາຫຼວດທະເລ  4040 ໄດ້ອອກທະເລຕິດແທດກັບເຂດຫາປາ, ຈັດຕັ້ງການລາດຕະເວນຫຼາຍເທື່ອ, ຫຼຸດລະດັບຄວາມໄວເຮືອລົງກວດສອບ ແລະໂຄສະນາກົດໝາຍໃຫ້ຊາວປະມົງ. ຂອງຂວັນຫຼາຍພູດ ແລະໃບປິວ, ເອກະສານກົດໝາຍພ້ອມກັບທຸງຊາດໄດ້ມອບໃຫ້ພໍ່ແມ່ປະຊາຊົນ, ຊ່ວຍຊາວປະມົງຢູ່ເຂດຫາປາອ່າວພາກເໜືອຍົກສູງຄວາມຮັບຮູ້, ບໍ່ລະເມີດຂໍ້ກຳນົດກ່ຽວກັບການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມການກໍານົດ (IUU), ພ້ອມທັງປັບປຸງຄວາມເຊື່ອໝັ້ນ, ຕໍ່ກໍາລັງໜູນຕື່ມອີກ ເພື່ອໃຫ້ພໍ່ແມ່ປະຊາຊົນຊາວປະມົງມີຄວາມອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ.

ແບ່ງປັນກ່ຽວກັບໜ້າທີ່ຕ້ານການຂຸດຄົ້ນ IUU, ທ່ານພົນຈັດຕະວາ ດາວບາຫວຽດ ຜູ້ບັນຊາການຕໍາຫຼວດທະເລເຂດ 4 ໃຫ້ຮູ້ວ່າ: ໃນຈຸດເວລາສູງສຸດໃນການຕໍ່ສູ້, ປ້ອງກັນ ແລະສະກັດກັ້ນການຂຸດຄົ້ນ IUU ຜ່ານມາ, ກໍາລັງຕໍາຫຼວດທະເລເຂດ 4 ເປັນປະທານໄດ້ຈັດຕັ້ງການກວດກາ, ປັບໄໝຫຼາຍກໍລະນີ; ຄົ້ົນພົບ, ແກ້ໄຂຫຼາຍກໍລະນີລະເມີດຂໍ້ກຳນົດກ່ຽວກັບການຂຸດຄົ້ນ IUU ແລະເພີ່ມທະວີການໂຄສະນາ, ກ່າວເຕືອນເຮືອຫາປາເກືອບ 2.000 ເທື່ອລໍາ, ປະກອບສ່ວນຄຸມເຂັ້ມການປະຕິບັດລະບຽບວິໄນຢູ່ທະເລ. ລະອຽດ, ໄດ້ໂຄສະນາໃຫ້ພາຫະນະເຮືອຫາປາ 1.553 ລໍາ/ຊາວປະມົງ 8.218 ຄົນຢູ່ເຂດມັດເຮືອໄວ້; ເຜີຍແຜ່ກົດໝາຍກ່ຽວກັບການຕ້ານການຂຸດຄົ້ນ IUU ໃຫ້ແກ່ພະນັກງານ, ປະຊາຊົນ, ຊາວປະມົງ 9.280 ຄົນ; ຜັນຂະຫຍາຍກໍາປັ່ນປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU ຢູ່ເຂດທະເລຈຸດສູມກວ່າ 90 ເທື່ອ, ເປັນຕົ້ນແມ່ນເຂດທະເລຕິດກັບຊາຍແດນ ມາເລເຊຍ, ໄທ, ອິນໂດເນເຊຍ, ເຂດນໍ້າປະຫວັດສາດ ຫວຽດນາມ-ກໍາປູເຈຍ; ກວດກາ, ເຮັດບົດບັນທຶກ, ປັບໄໝການລະເມີດບໍລິຫານດ້ວຍຈໍານວນເງິນທັງໝົດ 1,8 ຕື້ດົ່ງ...

ທ່ານພົນຈັດຕະວາ ດາວບາຫວຽດ ໃຫ້ຮູ້ວ່າ: “ວິວັດການທີ່ພະນັກງານ, ນັກຮົບຕໍາຫຼວດທະເລເຂດ 4 ປະຕິບັດໜ້າທີ່ທະເລ, ພວກຂ້າພະເຈົ້າຍາມໃດກໍ່ຖືເອົາວຽກງານໂຄສະນາ, ຂົນຂວາຍພໍ່ແມ່ປະຊາຊົນມາກ່ອນ. ດ້ວຍວຽກເຮັດທີ່ແທດຈິງ, ໃກ້ຊິດຕິດແທດ, ພະນັກງານ, ນັກຮົບຕໍາຫຼວດທະເລເຂດ 4 ປາດຖະໜາຢາກຊ່ວຍໃຫ້ຊາວປະມົງເຂົ້າໃຈ, ມີສະຕິຕື່ນຕົວໃນການປະຕິບັດກົດໝາຍ. ນັ້ນແມ່ນປັດໄຈຕັດສິນເພື່ອແກ້ໄຂຂໍ້ຈໍາກັດ, ຄວາມຫຍຸ້ງຍາກ, ປະກອບສ່ວນແກ້ໄຂ “ບັດເຫຼືອງ” ສິນໃນນໍ້າຫວຽດນາມ ເທື່ອລະກ້າວ.

ໂດຍ: ໄຊນີດາ