ຄວາມເອກອ້າງທະນົງໃຈກ່ຽວກັບອະດີດ ແລະຢືນຢັນຄວາມຮັບຜິດຊອບຕໍ່ປະຈຸບັນຕື່ມອີກ
ກປ.ອອນໄລ - ວັນທີ 19 ເມສາ, ກອງບັນຊາການທະຫານແຂວງດົ່ງທ໊າບ ໄດ້ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ (30-4-1975 / 30-4-2026); ວັນສ້າງຕັ້ງກອງພັນອົ໊ບບັ໊ກ II ແລະກອງພັນດົ່ງທ໊າບ ຄົບຮອບ 47 ປີ (30-4-1979 / 30-4-2026). ທ່ານພົນເອກ ຫງວຽນຈ້ອງເຫງ້ຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ການພົບປະສັງສັນ.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ກ່າວຄໍາເຫັນທີ່ການພົບປະ. ພາບ: ກວາງດຶ໊ກ |
ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງການນຳ, ອະດີດການນຳ, ບັນດາອົງການ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ນາຍ ແລະພົນທະຫານ, ຜູ້ແທນໄດ້ມາເຂົ້າຮ່ວມການພົບປະ. ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ສະແດງວ່າ: ການພົບປະຄັ້ງນີ້ບໍ່ພຽງແຕ່ເພື່ອໃຫ້ພວກເຮົາເຄົາລົບນັບຖືປະຫວັດສາດ ແລະມີຄວາມເອກອ້າງທະນົງໃຈກ່ຽວກັບອະດີດເທົ່ານັ້ນ ຫາກຍັງຢືນຢັນຄວາມຮັບຜິດຊອບຕໍ່ປະຈຸບັນ ແລະເຊື່ອໝັ້ນຕໍ່ອະນາຄົດຕື່ມອີກ, ເປັນຕົ້ນແມ່ນຕັກເຕືອນໃຫ້ພວກເຮົາແຕ່ລະຄົນເຄົາລົບບັນດາຄຸນຄ່າຂອງສັນຕິພາບ, ເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ ເຊິ່ງລຸ້ນພໍ່ຕໍ່ລຸ້ນອ້າຍໄດ້ປ່ຽນເປັນການສູນເສຍ ແລະການເສຍສະຫຼະ.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ມອບດອກໄມ້ ແລະຂອງຂວັນໃຫ້ແກ່ຄະນະຕິດຕໍ່ກອງພັນອົ໊ບບັ໊ກ II ແລະກອງພັນດົ່ງທ໊າບ. ພາບ: ກວາງດຶ໊ກ |
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ: “ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ມູນເຊື້ອຮັກຊາດ, ຄວາມກ້າຫານ, ທຸ່ມກາຍທຸ່ມໃຈ ແລະສາຍຈິດມິດໃຈເພື່ອນຮ່ວມກົມກອງຂອງລຸ້ນຊາວໜຸ່ມແຂວງຕ່ຽນຢາງ, ດົ່ງທ໊າບ ໃນເມື່ອກ່ອນຈະຍາມໃດກໍ່ໄດ້ຮັບການຮັກສາ, ເສີມຂະຫຍາຍ ແລະສືບທອດໃຫ້ຄົນລຸ້ນຫຼັງ. ຫວັງວ່າ ແລະເຊື່ອໝັ້ນວ່າ ໄວໜຸ່ມມື້ນີ້ຈະສືບຕໍ່ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ດຳລົງຊີວິດດ້ວຍອຸດົມຄະຕິ, ຄາດຫວັງ ແລະຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ ແລະປະເທດ; ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນການພັດທະນາຈະເລີນຮຸ່ງເຮືອງຂອງບ້ານເກີດເມືອງນອນ, ປະຈັນບານນໍາໜ້າຫັນຄາດຫວັງສ້າງຫວຽດນາມສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ ແລະມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ”.
ໂດຍ: ທອງສີ ສຸຕິວົງ