ສຸມໃສ່ກໍ່ສ້າງກຳລັງປະກອບອາວຸດທະຫານເຂດ 4 ປະຕິວັດ, ມີແບບແຜນ, ແຫຼມຄົມ, ທັນສະໄໝ
ກປ.ອອນໄລ - ຕອນບ່າຍວັນທີ 18 ເມສາ, ຄະນະພັກ, ກອງບັນຊາການທະຫານເຂດ 4 ໄດ້ຈັດຕັ້ງພິທີຕ້ອນຮັບນາມມະຍົດກໍາລັງປະກອບອາວຸດປະຊາຊົນ. ທ່ານ ເລມິງຮືງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນຳ.
    |
 |
|
ທ່ານ ເລມິງຮືງ ນາຍົກລັດຖະມົນຕີຫວຽດນາມ ປະດັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນໃຫ້ແກ່ທະຫານເຂດ 4. ພາບ: qdnd.vn |
ທີ່ພິທີ, ຕາງໜ້າການນໍາພັກ, ລັດ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄດ້ປະດັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນໃຫ້ແກ່ທະຫານເຂດ 4. ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ຍ້ອງຍໍຊົມເຊີຍຜົນງານອັນໂດດເດັ່ນ, ຮັບຮູ້ການປະກອບສ່ວນອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດທະຫານເຂດ 4 ໃນຕະຫຼອດໄລຍະການປະຕິວັດອັນສະຫງ່າລາສີຂອງພັກ, ຂອງຊາດ, ພ້ອມທັງຢືນຢັນວ່າ: ທະຫານເຂດ 4 ແມ່ນໜຶ່ງໃນບັນດາບໍລິເວນຍຸດທະສາດສຳຄັນຂອງທົ່ວປະເທດ; ທີ່ເຕັມໄປດ້ວຍມູນເຊື້ອການປະຕິວັດ.
    |
 |
|
ທ່ານ ເລມິງຮືງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ຮຽກຮ້ອງກຳລັງປະກອບອາວຸດທະຫານເຂດ 4 ຊາບຊຶມຢ່າງເລິກເຊິ່ງແນວທາງການທະຫານ, ການປ້ອງກັນຊາດຂອງພັກ, ກໍາແໜ້ນສະພາບການທຸກດ້ານ, ເຮັດວຽກງານຄາດຄະເນໃຫ້ດີ, ເປັນເສນາທິການໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດກ່ຽວກັບແຜນນະໂຍບາຍ, ແຜນນະໂຍບາຍຮັບມື, ມາດຕະການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອກໍ່ສ້າງ ແລະພັດທະນາປະເທດ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນໃນທຸກສະພາບການຢ່າງເດັດຂາດ.
    |
 |
|
ທ່ານ ເລມິງຮືງ ນາຍົກລັດຖະມົນຕີຫວຽດນາມ ແລະຜູ້ແທນໄດ້ໄປຢ້ຽມຊົມວາງສະແດງ. ພາບ: qdnd.vn |
ພິເສດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງທະຫານເຂດ 4 ຍູ້ແຮງການພັດທະນາ ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ, ປັບປຸງກອງທັບໃຫ້ທັນສະໄໝບໍ່ພຽງແຕ່ມີອຸປະກອນໃໝ່ເທົ່ານັ້ນ, ຫາກຍັງມີຈິນຕະນາການໃໝ່, ວິທີການຈັດຕັ້ງໃໝ່ ແລະກໍາລັງຄວາມສາມາດປັບຕົວໃໝ່. ເພີ່ມທະວີການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ເຮັດໃຫ້ການພົວພັນສາມັກຄີ, ມິດຕະພາບແບບພິເສດກັບປະເທດເພື່ອນລາວ ເລິກເຊິ່ງກວ່າ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະການຮ່ວມມື, ພັດທະນາ, ກາຍເປັນສັນຍາລັກແຫ່ງຄວາມສາມັກຄີແບບພິເສດລະຫວ່າງສອງຊາດ, ສອງປະເທດ ແລະສອງກອງທັບ. ທ່ານນາຍົກລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ, ພະນັກງານ, ນັກຮົບກຳລັງປະກອບອາວຸດທະຫານເຂດ 4 ຈະເສີມຂະຫຍາຍມູນເຊື້ອວິລະຊົນ, ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ, ສືບຕໍ່ຂຽນໜ້າປະຫວັດສາດໃໝ່, ປະກອບສ່ວນສໍາຄັນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່.
ໂດຍ: ເຈິ່ນຮວ່ຽນ