ຊຸດບຳລຸງສ້າງພາສາຈີນ ຄັ້ງນີ້ສຸມໃສ່ການບໍາລຸງສ້າງ 4 ທັກສະ, ຄື: ຟັງ, ເວົ້າ, ອ່ານ ແລະຂຽນ ແລະເນື້ອໃນຂະແໜງຕຳຫຼວດທະເລ, ມຸ່ງໄປເຖິງການສ້າງພື້ນຖານອັນໜັກແໜ້ນເພື່ອໃຫ້ພະນັກງານ, ພາລະກອນແຕ່ລະຄົນສາມາດເຂົ້າເຖິງ ແລະນຳໃຊ້ພາສາຈີນ ເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ຊຸດບໍາລຸງສ້າງ. ພາບ: qdnd.vn

ທ່ານພັນເອກພິເສດ ຫງວຽນມິງແຄ໊ງ ໃຫ້ຮູ້ວ່າ: “ໃນສະໄໝໂລກາພິວັດ, ເມື່ອການຮ່ວມມືສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດນັບມື້ນັບເປີດກວ້າງ, ການຍົກລະດັບພາສາຕ່າງປະເທດ, ພິເສດແມ່ນພາສາຈີນ ໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ, ຕິດພັນກັບກໍາລັງຄວາມສາມາດປະຕິບັດໜ້າທີ່ຂອງກຳລັງຕຳຫຼວດທະເລ. ພາສາຕ່າງປະເທດບໍ່ພຽງແຕ່ແມ່ນເຄື່ອງມືໃນການທັກທາຍເທົ່ານັ້ນ, ຫາກຍັງແມ່ນຂໍກຸນແຈທີ່ຊ່ວຍໃຫ້ພະນັກງານ ແລະນັກຮົບຕຳຫຼວດທະເລ ເປັນເຈົ້າການໃນການເຊື່ອມໂຍງ, ຍົກສູງປະສິດທິຜົນການປະຕິບັດກົດໝາຍ ແລະເພີ່ມທະວີການຮ່ວມມືສາກົນຢູ່ທະເລອີກດ້ວຍ”.

leftcenterrightdel
ນັກຝຶກອົບຮົມ ຖ່າຍຮູບເປັນທີ່ລະນຶກພ້ອມກັບການນໍາຕໍາຫຼວດທະເລເຂດ 2. ພາບ: qdnd.vn

ທ່ານພັນເອກພິເສດ ຫງວຽນມິງແຄ໊ງ ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງສົມທົບກັນຢ່າງແໜ້ນແຟ້ນໃນການຈັດຊຸດບໍາລຸງສ້າງ, ຮັບປະກັນເນື້ອໃນການສິດສອນໃຫ້ສອດຄ່ອງກັບຈຸດພິເສດ ແລະຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຂອງກົມກອງ. ຄະນະຈັດຕັ້ງຊຸດບໍາລຸງສ້າງຕ້ອງຕິດຕາມ ແລະລາຍງານສະພາບການຮຽນ, ລະບຽບວິໄນຂອງນັກຝຶກອົບຮົມຢ່າງເປັນປະຈໍາ. ສ່ວນນັກຝຶກອົບຮົມ ຕ້ອງຍົກສູງຄວາມຮັບຜິດຊອບ, ປະຕິບັດຕາມລະບຽບວິໄນຂອງຫ້ອງຮຽນຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ແລະເປັນເຈົ້າການໃນການຮັບເອົາຄວາມຮູ້, ເປັນເຈົ້າການຮ່ຳຮຽນດ້ວຍຕົນເອງ, ບໍາລຸງສ້າງດ້ວຍຕົນເອງ, ສູ້ຊົນໃຫ້ບັນລຸລະດັບພາສາຕ່າງປະເທດ ຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງໜ້າທີ່ໃນໄລຍະໃໝ່.

ໂດຍ: ທູຈາງ