ທ່ານພົນເອກ ຫງວຽນເຕິນເກືອງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ກປ.ອອນໄລ - ການຢ້ຽມຢາມ ມີຄວາມໝາຍສໍາຄັນ ເພື່ອແນໃສ່ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງລະຫວ່າງການນໍາກອງທັບສອງປະເທດ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງສອງປະເທດ ເວົ້າລວມ ແລະກອງທັບສອງປະເທດ ເວົ້າສະເພາະ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ພາບ: qdnd.vn |
ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານພົນໂທ ສາຍໃຈ ກົມມະສິດ, ກໍາມະການສູນກາງພັກປະຊາຊົນປະຕິວັດ ລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ, ຕອນເຊົ້າວັນທີ 22 ເມສາ, ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ນໍາໂດຍທ່ານພົນເອກ ຫງວຽນເຕິນເກືອງ ກໍາມະການສູນ ກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສ ນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ ເດີນທາງໄປຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການ ແຕ່ວັນທີ 22 ຫາວັນທີ 23 ເມສາ 2026.
ການຢ້ຽມຢາມ ມີຄວາມໝາຍສໍາຄັນ ເພື່ອແນໃສ່ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງລະຫວ່າງການນໍາກອງທັບສອງປະເທດ, ປະກອບສ່ວນປັບປຸງ ກວ່າອີກຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງສອງປະເທດ ເວົ້າລວມ ແລະກອງທັບສອງປະເທດ ເວົ້າສະເພາະ.
ໂດຍ: ກວຽດເຕິມ