ກ່າວຄໍາເຫັນທີ່ງານລ້ຽງ, ທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ຢືນຢັນວ່າ ອົດສະຕາລີ-ຫວຽດນາມ ພວມຮັກສາການພົວພັນຢ່າງແໜ້ນແຟ້ນ, ພ້ອມທັງສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງການຮ່ວມມືືດ້ານປ້ອງກັນຊາດສອງຝ່າຍ.

leftcenterrightdel
ທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ, ທ່ານພົນຕີ ຫງວຽນບາລຶກ ແລະບັນດາຜູ້ແທນເຂົ້າຮ່ວມເຫດການ. ພາບ: ງອັກທື

ສົ່ງຄໍາອວຍພອນອັນອົບອຸ່ນທີ່ສຸດມາຍັງກໍາລັງປ້ອງກັນຊາດອົດສະຕາລີ, ທ່ານພົນຕີ ຫງວຽນບາລຶກ ຢືນຢັນວ່າ ໃນຕະຫຼອດກວ່າເຄິ່ງສະຕະວັດທີ່ຜ່ານມາ, ການພົວພັນມິດຕະພາບ ແລະການຮ່ວມມື, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະພັດທະນາໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ, ໃນນັ້ນການພົວພັນຮ່ວມມືດ້ານປ້ອງກັນຊາດ ໄດ້ຮັບຖືວ່າ ເປັນເສົາຄໍ້າໜຶ່ງໃນການພົວພັນລວມລະຫວ່າງສອງປະເທດ. ສອງຝ່າຍຮ່ວມມືໃນຂົງເຂດຕ່າງໆຢ່າງມີປະສິດທິຜົນ, ຄື: ແລກປ່ຽນຄະນະ, ການເຈລະຈາ-ການປຶກສາຫາລື, ບໍາລຸງສ້າງ, ຮັກສາສັນຕິພາບ ສປຊ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ... ຜ່ານນັ້ນປະກອບສ່ວນຊຸກຍູ້ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດຂອງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເຫດການ. ພາບ: ງອັກທື

ທ່ານພົນຕີ ຫງວຽນບາລຶກ ຢືນຢັນວ່າໃນໄລຍະຈະມາເຖິງ, ກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກໍາລັງປ້ອງກັນຊາດອົດສະຕາລີ ໃນການຜັນຂະຫຍາຍການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດຕ່າງໆຕາມການເຫັນດີເປັນເອກະພາບລະຫວ່າງການນໍາກະຊວງປ້ອງກັນປະເທດສອງປະເທດ, ປະກອບສ່ວນຮັດແໜ້ນກວ່າອີກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອົດສະຕາລີ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາລວມຂອງພາກພື້ນ ແລະໂລກ.

ໂດຍ: ໄຊນີດາ