leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງັຍ ກ່າວຄໍາເຫັນຊີ້ນໍາທີ່ພິທີລົງມືກໍ່ສ້າງໂຮງຮຽນປະຖົມສົມບູນ ເຕິນດົງ. ພາບ: ກວາງດຶກ.

ກ່າວຄໍາເຫັນຊີ້ນໍາທີ່ພິທີລົງມືກໍ່ສ້າງ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ເນັ້ນໜັກວ່າ ນີ້ແມ່ນໂຄງການທີ່ມີຄວາມໝາຍແທດຈິງ, ສະແດງໃຫ້ເຫັນການເອົາໃຈໃສ່ຂອງພັກ, ລັດ, ກອງທັບຕໍ່ກັບພາລະກິດການສຶກສາ ແລະຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ, ພ້ອມທັງສືບຕໍ່ເພີ່ມພູນຄູນສ້າງການພົວພັນສາມັກຄີ, ສະໜິດຕິດແໜ້ນລະຫວ່າງກອງທັບກັບປະຊາຊົນ.

leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງັຍ ແລະບັນດາຜູ້ແທນປະຕິບັດພິທີລົງມືກໍ່ສ້າງໂຮງຮຽນປະຖົມສົມບູນ ເຕິນດົງ (ຕາແສງເຕິນດົງ, ແຂວງດົ່ງຖາບ). ພາບ: ກວາງດຶກ.

ເພື່ອໃຫ້ໂຄງການນີ້ສໍາເລັດຕາມຄວາມຄືບໜ້າ, ຮັບປະກັນຄວາມປອດໄພ, ມີຄຸນນະພາບ, ນໍາເຂົ້າໃຊ້ງານຖືກຕາມຈຸດປະສົງ, ແຜນການ, ສະຫາຍ ຫົວໜ້າກົມໃຫຍ່ການເມືອງ ສະເໜີການນໍາແຂວງດົ່ງຖາບ ສືບຕໍ່ເອົາໃຈໃສ່ນໍາພາ, ຊີ້ນໍາບັນດາພະແນກ, ຄະນະ, ຂະແໜງການ ແລະຄະນະພັກຂັ້ນ, ອໍານາດການປົກຄອງຕາແສງເຕິນດົງ ສົມທົບກັນຢ່າງແໜ້ນແຟ້ນກັບແມ່ທັບນ້ອຍ 20 ແລະກົວໜ້າກໍ່ສ້າງ ໃນໄລຍະກໍ່ສ້າງ, ຖືນີ້ແມ່ນໜ້າທີ່ຈຸດສຸມຂອງທ້ອງຖິ່ນໃນປີ 2026.

leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງັຍ ມອບຂອງຂວັນຈໍານວນ 200 ພູດໃຫ້ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ນັກຮຽນທຸກຍຸກແຕ່ຮຽນເກັ່ງ ໃນບໍລິເວນຕາແສງເຕິນດົງ (ແຂວງດົ່ງຖາບ). ພາບ: ກວາງດຶກ.

ໂອກາດນີ້, ທ່ານພົນເອກ ຫງວຽນຈ້ອງເຫງັຍ, ການນໍາແມ່ທັບນ້ອຍ 20 ໄດ້ມອບຂອງຂວັນຈໍານວນ 200 ພູດໃຫ້ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ນັກຮຽນທຸກຍຸກແຕ່ຮຽນເກັ່ງໃນບໍລິເວນ; ຖະຫວາຍດອກໄມ້, ຈູດທູບທຽນ ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ, ຫໍບູຊານັກຮົບເສຍສະຫຼະຊີວິດເພື່ອຊາດ, ປູຊະນີຍະສະຖານປະຫວັດສາດໃນບໍລິເວນ; ຖະຫວາຍດອກໄມ້, ຈູດທູບທຽນທີ່ເຮືອນສ່ວນຕົວ ພົນເອກ ເລວັນຢຸ້ງ, ອະດີດເລຂາທິການສູນກາງພັກ, ອະດີດຫົວໜ້າກົມໃຫຍ່ການເມືອງ.

ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນທີ 17 ເມສາ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ແລະຄະນະປະຕິບັດງານກົມໃຫຍ່ການເມືອງ ໄດ້ຢ້ຽມຢາມ ແລະເຮັດວຽກທີ່ກອງພັນໃຫຍ່ ທີ 10 (ກອງບັນຊາການທະຫານນະຄອນ ໂຮ່ຈີມິນ, ທະຫານເຂດ 7).

ໂດຍ: ໄຊຊະນະ