ຮັບຮອງເອົາແຜນການ ແລະລາຍການຈັດຕັ້ງພິທີເປີດງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2026
ກປ.ອອນໄລ - ຕອນເຊົ້າວັນທີ 16 ເມສາ, ທີ່ ຮ່າໂນ້ຍ, ທ່ານພົນໂທ ຟຸ່ງສີ້ເຕິນ ຮອງຫົວໜ້າກົມໃຫຍ່ເສນາທິການ, ຫົວໜ້າຄະນະຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2026 ເປັນປະທານກອງປະຊຸມຮັບຮອງເອົາແຜນການ ແລະລາຍການຈັດຕັ້ງພິທີເປີດງານວາງສະແດງ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານຂອງຜູ້ຕາງໜ້າກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ-ອົງການປະຈໍາຄະນະຈັດຕັ້ງ; ເຂົ້າຮ່ວມປະກອບຄວາມເຫັນ, ສະເໜີເພື່ອແນໃສ່ຍູ້ໄວຄວາມຄືບໜ້າວຽກງານກະກຽມໃຫ້ແກ່ພິທີເປີດ.
    |
 |
|
ທ່ານພົນໂທ ຟຸ່ງສີ້ເຕິນ ຮອງຫົວໜ້າກົມໃຫຍ່ເສນາທິການ, ຫົວໜ້າຄະນະຈັດຕັ້ງງານວາງສະແດງ, ເປັນປະທານກອງປະຊຸມ. ພາບ: qdnd.vn |
ທ່ານພົນໂທ ຟຸ່ງສີ້ເຕິນ ຮຽກຮ້ອງວ່າ ບັນດາສະມາຊິຄະນະຈັດຕັ້ງ, ບັນດາອະນຸກໍາມະການຂຶ້ນກັບ ພ້ອມກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງເສີມຂະຫຍາຍຄວາມຮັບຜິດຊອບ, ອີງໃສ່ພາລະບົດບາດ, ໜ້າທີ່, ມອບໝາຍໜ້າທີ່ໃຫ້ຄົນທີ່ຖືກຕ້ອງ, ປະຕິບັດຕາມແຜນການຢ່າງໃກ້ຊິດ ແລະລາຍງານຕໍ່ຄະນະພັກ, ຜູ້ບັນຊາການກົມກອງ ເອົາໃຈໃສ່, ເອົາໃຈໃສ່ເປັນພິເສດເຖິງວຽກງານກະກຽມເພື່ອໃຫ້ງານວາງສະແດງດໍາເນີນປະສົບຜົນສໍາເລັດ. ບັນດາອົງການຄວນກວດກາຄືນຢ່າງວ່ອງໄວ, ຊາບຊຶມບັນດາຂໍ້ຕົກລົງຂອງຄະນະຊີ້ນໍາງານວາງສະແດງ, ກໍ່ຄືກົດລະບຽບການເຄື່ອນໄຫວ, ໜ້າທີ່ຂອງອະນຸກຳມະການ; ກໍາແໜ້ນ, ຜັນຂະຫຍາຍແຜນການໃນຕະຫຼອດຂະບວນການກະກຽມກ່ອນ, ໃນ ແລະພາຍຫຼັງງານວາງສະແດງຢ່າງຮອບດ້ານ.
ທ່ານພົນໂທ ຟຸ່ງສີ້ເຕິນ ສະຫຼຸບວ່າ ຄະນະຈັດຕັ້ງ ຈະປະຊຸມປະຈຳເດືອນຕັ້ງແຕ່ນີ້ຈົນຮອດສິ້ນສຸດງານວາງສະແດງ, ເພື່ອສືບຕໍ່ຜັນຂະຫຍາຍແຜນການ, ປັບປຸງ ແລະແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການ. ທັງໝົດມຸ່ງໄປເຖິງງານວາງສະແດງທີ່ປະສົບຜົນສຳເລັດ, ໜ້າປະທັບໃຈ, ຊຸກຍູ້ການຮ່ວມມືສາກົນ, ປະກອບສ່ວນປັບປຸງກໍາລັງແຮງບົ່ມຊ້ອນດ້ານປ້ອງກັນຊາດ ແລະກໍາລັງແຮງການປົກປັກຮັກສາປະເທດຊາດ.
ໂດຍ: ຈາງຫງວຽນ