ເຂົ້າຮ່ວມອວຍພອນປີໃໝ່ລາວ ມີທ່ານພົນຈັດຕະວາ ຫງວຽນຄັກເທີມ ຮອງອະທິການບໍດີໂຮງຮຽນນາຍທະຫານບົກ ເລກ 1; ທ່ານພັນເອກ ວຽງໄຊ ສຸລິວົງ ທີ່ປຶກສາທູດປ້ອງກັນຊາດລາວ ປະຈໍາ ຫວຽດນາມ.

leftcenterrightdel
ການນໍາໂຮງຮຽນນາຍທະຫານບົກ ເລກ 1 ມອບຂອງຂວັນໃຫ້ແກ່ນັກຮຽນທະຫານລາວ ເນື່ອງໃນໂອກາດບຸນປີໃໝ່. ພາບ: qdnd.vn

ກ່າວຄໍາເຫັນອວຍພອນເນື່ອງໃນໂອກາດບຸນປີໃໝ່ລາວ, ທ່ານພົນຈັດຕະວາ ຫງວຽນຄັກເທີມ ຍ້ອງຍໍຊົມເຊີຍຈິດໃຈມານະພະຍາຍາມຂອງນັກສໍາມະນາກອນບັນດາຊຸດໃນໄລຍະຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຢູ່ໂຮງຮຽນ. ບັນດາສະຫາຍເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກເພື່ອປະຕິບັດສໍາເລັດໜ້າທີ່ການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຢູ່ຫວຽດນາມ ເປັນຢ່າງດີ.

ທ່ານພົນຈັດຕະວາ ຫງວຽນຄັກເທີມ ເນັ້ນໜັກວ່າ: ເສີມຂະຫຍາຍມູນເຊື້ອຂອງບ້ານເກີດເມືອງນອນ, ປະເທດ ແລະຮຸ່ນພໍ່ຮຸ່ນອ້າຍທີ່ໄດ້ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຢູ່ໂຮງຮຽນນາຍທະຫານບົກ ເລກ 1, ໃນໄລຍະຜ່ານມາ, ບັນດາສະຫາຍນັກຮຽນທະຫານລາວ ໄດ້ມີຄວາມພະຍາຍາມ, ແກ້ໄຂທຸກຄວາມຫຍຸ້ງຍາກ, ຍົກສູງຈິດໃຈຄວາມຮັບຜິດຊອບ, ຕັ້ງໜ້າແຂ່ງຂັນສ້າງຜົນງານສູງໃນການຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມ.

ເຂົ້າຮ່ວມການເຄື່ອນໄຫວແຂ່ງຂັນ, ງານມະຫາກໍາກິລາ, ນັກຮຽນທະຫານລາວ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງ. ທີມບານສົ່ງຂອງລະບົບ 3 ດ້ວຍນັກຮຽນທະຫານລາວ ເປັນຫຼັກແຫຼ່ງຍາດໄດ້ລາງວັນທີ 1.

leftcenterrightdel
 
leftcenterrightdel
ພິທີບາສີສູ່ຂວັນຂອງນັກຮຽນທະຫານລາວ ໃຫ້ແກ່ຜູ້ແທນເຂົ້າຮ່ວມບຸນປີໃໝ່ລາວ. ພາບ: qdnd.vn

ໃນບັນຍາກາດທີ່ເບີກບານມ່ວນຊື່ນຂອງບຸນປີໃໝ່ປະຈໍາຊາດລາວ, ຕາງໜ້າຄະນະພັກ, ຄະນະອະທິການບໍດີໂຮງຮຽນນາຍທະຫານບົກ ເລກ 1, ທ່ານພົນຈັດຕະວາ ຫງວຽນຄັກເທີມ ໄດ້ມອບຂອງຂວັນ ແລະພົບປະແລກປ່ຽນພິທີບາສີສູ່ຂວັນ, ຫົດນໍ້າ ກັບນັກຮຽນທະຫານລາວ ຕາມຮີດຄອງປະເພນີບຸນປີໃໝ່ລາວ.

ຄວາມເອົາໃຈໃສ່, ລະດົມກໍາລັງໃຈຢ່າງທັນການຂອງການນໍາຄະນະອະທິການບໍດີ ແລະບັນດາອົງການ, ຄະນະ, ຂະແໜງການແມ່ນແຫຼ່ງລະດົມກຳລັງໃຈເພື່ອນັກຮຽນທະຫານລາວ ສືບຕໍ່ມານະພະຍາຍາມເພື່ອປະຕິບັດສໍາເລັດໜ້າທີ່ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຢູ່ຫວຽດນາມ ເປັນຢ່າງດີ.

ໂດຍ: ໄຊນີດາ