ໂຮງຮຽນນາຍທະຫານສື່ສານ ພົບປະອວຍພອນປີໃໝ່ລາວ ແລະກໍາປູເຈຍ
ກປ.ອອນໄລ, ເນື່ອງໃນໂອກາດບຸນປີໃໝ່ລາວ ແລະເຕັດ Chol Chnam Thmayຂອງ ກໍາປູເຈຍ, ການນໍາໂຮງຮຽນນາຍທະຫານສື່ສານ ໄດ້ຈັດຕັ້ງການພົບປະອວຍພອນໃຫ້ແກ່ນັກສໍາມະນາກອນລາວ ແລະກໍາປູເຈຍ ພວມຮໍ່າຮຽນທີ່ຢູ່ໂຮງຮຽນ.
ເຂົ້າຮ່ວມການພົບປະມີທ່ານພັນເອກພິເສດ ຫງວຽນດຶກຖ້ວນ ຮອງຫົວໜ້າການເມືອງໂຮງຮຽນນາຍທະຫານສື່ສານ; ຕາງໜ້າສະຫະພັນບັນດາອົງການມິດຕະພາບແຂວງແຄ໊ງຮວ່າ; ພ້ອມຕາງໜ້າບັນດາອົງການ, ກົມກອງ ແລະນັກສໍາມະນາກອນລາວ, ກໍາປູເຈຍ ເປັນຈໍານວນຫຼວງຫຼາຍທີ່ພວມຮໍ່າຮຽນຢູ່ໂຮງຮຽນ.
    |
 |
|
ທ່ານພັນເອກພິເສດ ຫງວຽນດຶກຖ້ວນ ຮອງຫົວໜ້າການເມືອງໂຮງຮຽນນາຍທະຫານສື່ສານມອບຂອງຂວັນອວຍພອນໃຫ້ແກ່ນັກສໍາມະນາກອນລາວ ແລະກໍາປູເຈຍ. ພາບ: qdnd.vn |
ທີ່ການພົບປະ, ນັກສໍາມະນາກອນລາວ ແລະກໍາປູເຈຍ ໄດ້ແນະນໍາບາງລັກສະນະສະເພາະກ່ຽວກັບຄີດຄອງປະເພນີບຸນປີໃໝ່ປະຈໍາຊາດປະເທດຂອງຕົນ. ນີ້ແມ່ນງານບຸນສໍາຄັນທີ່ສຸດໃນປີດ້ວຍພິທີທີ່ມີລັກສະນະມະນຸດສະທໍາ, ຄື: ມ້ຽນມັດເຮືອນຊານ, ໄປວັດຂໍໃຫ້ຊີວິດມີຄວາມຜາສຸກ, ຢາດນ້ໍາພະສົງ ແລະຫົດນໍ້າຂໍພອນ. ການເຄື່ອນໄຫວຕ່າງໆນີ້ບໍ່ພຽງແຕ່ສະແດງຄວາມມຸ່ງຫວັງໃຫ້ໜຶ່ງປີສະຫງົບສຸກ, ມີຄວາມຜາສຸກເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ມຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງແຕ່ລະປະເທດ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
    |
 |
|
ຜູ້ແທນເຂົ້າຮ່ວມການພົບປະ. ພາບ: qdnd.vn |
ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈສາມັກຄີ, ນັກສໍາມະນາກອນລາວ ແລະກໍາປູເຈຍ ໄດ້ເອົາມາໃຫ້ຫຼາຍລາຍການສິລະປະທີ່ເປັນເອກະລັກ ສະເພາະ, ເຂັ້ມຂຸ້ນລັກສະນະສະເພາະຊາດ. ພິເສດ, ພິທີໃສ່ດອກໄມ້ ແລະບາສີສຸຂວັນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງ, ສະແດງການສະໜິດຕິດພັນຢ່າງໝັ້ນແກ່ນລະຫວ່າງບັນດາຜູ້ແທນ ແລະນັກສໍາມະນາກອນ.
    |
 |
|
ທ່ານພັນໂທ ຫງວຽນຝີຮ່າ ນັກການເມືອງກອງພັນທີ 18 ກ່າວຄໍາເຫັນອວຍພອນບັນດານັກສໍາມະນາກອນເນື່ອງໃນໂອກາດບຸນປີໃໝ່ລາວ ແລະເຕັດ Chol Chnam Thmay. ພາບ: qdnd.vn |
    |
 |
|
ຕາງໜ້ານັກສໍາມະນາກອນກອງທັບປະຊາຊົນລາວ ກ່າວຄໍາເຫັນ. ພາບ: qdnd.vn |
    |
 |
|
ຕາງໜ້ານັກສໍາມະນາກອນກອງທັບປະຊາຊົນລາຊະອານາຈັກກໍາປູເຈຍ ກ່າວຄໍາເຫັນ. ພາບ: qdnd.vn |
ກ່າວຄໍາເຫັນທີ່ການພົບປະ, ທ່ານພັນໂທ ຫງວຽນຝີຮ່າ ນັກການເມືອງກອງພັນທີ 18 ສົ່ງຄໍາອວຍພອນປີໃໝ່ທີ່ດີງາມທີ່ສຸດມາຍັງນັກສໍາມະນາກອນ ແລະປາດຖະໜາຢາກບັນດາສະຫາຍສືບຕໍ່ສູ້ຊົນ, ຝຶກຝົນຫຼໍ່ຫຼອມຢ່າງເຂັ້ມງວດເພື່ອກາຍເປັນນາຍທະຫານສື່ສານດີເດັ່ນຂອງກອງທັບປະຊາຊົນລາວ ແລະກອງທັບລາຊະອານາຈັກກໍາປູເຈຍ.
    |
 |
|
ການນໍາທາງໂຮງຮຽນ, ສະຫະພັນບັນດາອົງການມິດຕະພາບແຂວງແຄ໊ງຮວ່າ ແລະສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ ມອບຂອງຂວັນຫຼາຍພູດທີ່ມີຄວາມໝາຍເພື່ອລະດົມກໍາລັງໃຈດ້ານຈິດໃຈໃຫ້ແກ່ນັກສໍາມະນາກອນ. ພາບ: qdnd.vn |
    |
 |
|
ຕາງໜ້ານັກສໍາມະນາກອນໃສ່ດອກໄມ້ ແລະບາສີສຸຂວັນໃຫ້ແກ່ບັນດາຜູ້ແທນ. ພາບ: qdnd.vn |
    |
 |
|
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ການນໍາທາງໂຮງຮຽນ, ສະຫະພັນບັນດາອົງການມິດຕະພາບແຂວງແຄ໊ງຮວ່າ ແລະສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ ໄດ້ມອບຂອງຂວັນຫຼາຍພູດທີ່ມີຄວາມໝາຍ ເພື່ອລະດົມກໍາລັງໃຈດ້ານຈິດໃຈໃຫ້ແກ່ນັກສໍາມະນາກອນ.
ຕາງໜ້ານັກສໍາມະນາກອນລາວ ແລະກໍາປູເຈຍ ກ່າວຄໍາເຫັນສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການເອົາໃຈໃສ່, ສ້າງເງື່ອນໄຂສະດວກຂອງການນໍາ, ຜູ້ບັນຊາການໂຮງຮຽນ ແລະບັນດາອົງການ, ກົມກອງ.
ໂດຍ: ໄຊນີດາ