    |
 |
|
ທ່ານພົນເອກ ຟານວັນຢາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ Viettel (Viettel Global). ພາບ: qdnd.vn |
ລາຍຮັບຂອງ Viettel ຢູ່ຕະຫຼາດສາກົນສູງກວ່າລະດັບສະເລ່ຍຂອງຂະແໜງໂທລະຄົມມະນາຄົມທົ່ວໂລກ ທົບ 5-6 ເທົ່າ
ກ່ອນນີ້ສອງທົດສະວັດ, ໃນສະພາບທີ່ປະເທດ ຍັງປະສົບຄວາມຫຍຸ້ງຍາກ, ແຫຼ່ງກໍາລັງຍັງຈໍາກັດ; ໂດຍຊາບຊຶມ, ປະຕິບັດແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ຖືຜົນປະໂຫຍດຂອງປະເທດ-ຂອງຊາດ ເປັນເປົ້າໝາຍສູງສຸດ ແລະເປັນເຈົ້າຕົນເອງທາງຍຸດທະສາດເປັນພື້ນຖານ, ເຊິ່ງໄດ້ສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມຫຼາຍແຫ່ງ, ໃນນັ້ນມີ Viettel ໄດ້ເປັນເຈົ້າການເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງຕັ້ງໜ້າ ແລະພັດທະນາແບບຍືນຍົງ. ພາຍຫຼັງການກະກຽມມາໄດ້ໄລຍະໜຶ່ງ, ພາຍໃຕ້ການນໍາພາ, ຊີ້ນໍາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, Viettel ໄດ້ກາຍເປັນວິສາຫະກິດໂທລະຄົມມະນາຄົມແຫ່ງທໍາອິດຂອງຫວຽດນາມ ທີ່ລົງທຶນຢູ່ຕ່າງປະເທດຢ່າງເປັນທາງການ. ເຫດການນີ້ບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈ “ກ້າຄິດ, ກ້າເຮັດ, ນໍາໜ້າເປີດທາງ” ເທົ່າ ນັ້ນຫາກຍັງສະແດງໃຫ້ເຫັນຄວາມສາມາດເປັນເຈົ້າຂອງດ້ານເຕັກໂນໂລຊີ, ຫັນປ່ຽນຈາກວິສາຫະກິດພາຍໃນປະເທດເປັນກຸ່ມບໍລິສັດທົ່ວໂລກ, ເປັນຂົວຕໍ່ອັນສໍາຄັນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ກັບບັນດາປະເທດຄູ່ຮ່ວມມື, ປະກອບສ່ວນສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ, ພັດທະນາປະເທດ, ຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງຫວຽດນາມ ໃນສັງກາດດີຈີຕອນອີກດ້ວຍ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: qdnd.vn |
    |
 |
|
ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: qdnd.vn |
ໃນຫຼາຍປີຜ່ານມາ, ລາຍຮັບຂອງ Viettel ຢູ່ຕະຫຼາດສາກົນແຫ່ງຕ່າງໆ ເຕີບໂຕສອງຕົວເລກ, ສະເລ່ຍແມ່ນຫຼາຍກວ່າ 20% ຕໍ່ປີ, ສູງທົບ 5-6 ເທົ່າລະດັບສະເລ່ຍຂອງຂະແໜງໂທລະຄົມມະນາຄົມໂລກ, ໃນນັ້ນປີ 2025 ເຕີບໂຕເກືອບ 24%, ສູງສຸດໃນ 9 ປີຜ່ານມາ ແລະບັນລຸສະຖິຕິປະມານ 3,3 ຕື້ໂດລາສະຫະລັດ; ມີ 7/10 ບໍລິສັດຕະຫຼາດ ຮັກສາອັນດັບ 1 ກ່ຽວກັບສ່ວນແບ່ງຕະຫຼາດ, ແຕ່ລະປີສົ່ງເງິນກັບປະເທດປະມານ 350-400 ລ້ານໂດລາສະຫະລັດ.
ກໍ່ສ້າງ Viettel ໃຫ້ມີຄວາມສາມາດແກ່ງແຍ້ງ, ເຂົ້າຮ່ວມລະບົບມູນຄ່າ ທົ່ວໂລກເລິກກວ່າ
ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາຜົນງານດີເດັ່ນພິເສດທີ່ບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ Viettel ໄດ້ມານະພະຍາຍາມ, ສູ້ຊົນບັນລຸໄດ້ໃນ 20 ປີຜ່ານມາ.
    |
 |
|
ທ່ານພົນເອກ ຟານວັນຢາງ ປະດັບນາມມະຍົດວິລະຊົນແຮງງານ ໃຫ້ບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ Viettel. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ ເມື່ອຫວນຄືນໄລຍະທາງ 20 ປີທີ່ ດໍາເນີນທຸລະກິດທົ່ວໂລກຂອງ Viettel, Viettel Global ໄດ້ມີການປະກອບສ່ວນພິເສດດີເດັ່ນໃຫ້ແກ່ການພັດທະນາຂອງປະເທດ, ດ້ວຍບັນດາຂີດໝາຍອັນພົ້ນເດັ່ນ.
ຮັບຮູ້ບັນດາຜົນງານພິເສດດີເດັ່ນໃນການຜະລິດ, ດໍາເນີນທຸລະກິດ, ພັກ, ລັດ ໄດ້ມອບນາມມະຍົດວິລະຊົນແຮງງານ ໃຫ້ບໍລິສັດໃຫຍ່ຫຸ້ນສ່ວນ ລົງທຶນສາກົນ Viettel. ນີ້ແມ່ນຫຼຽນລາງວັນອັນສູງສົ່ງ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງພັກ, ລັດ, ກອງທັບ ຕໍ່ການອຸທິດຕົນຂອງພະນັກງານ, ລັດຖະກອນ, ຜູ້ອອກແຮງງານໃນບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ Viettel.
    |
 |
|
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ພາລະກິດປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຂອງປະຊາຊົນຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະສິ່ງທ້າທາຍທີ່ສະຫຼັບກັນ. ໜ້າທີ່ຂອງ Viettel ເວົ້າລວມ, ເວົ້າສະເພາະແມ່ນບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ Viettel ໃນສັງກາດໃໝ່ແມ່ນໜັກໜ່ວງຫຼາຍ, ດ້ວຍຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂຶ້ນ. ເພື່ອເຮັດສໍາເລັດໜ້າທີ່ຢ່າງດີເດັ່ນໃນໄລຍະການປະຕິວັດໃໝ່, Viettel Global ຕ້ອງສຸມໃສ່ປະຕິບັດເນື້ອໃນຈຸດສຸມຈໍານວນໜຶ່ງດັ່ງນີ້:
ທີໜຶ່ງແມ່ນ, ຊາບຊຶມ, ປະຕິບັດແຜນນະໂຍບາຍ, ການຊີ້ນໍາຂອງສູນກາງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງເຂັ້ມງວດ; ປະຕິບັດທັດສະນະຊີ້ນໍາ “2 ຍຶດໝັ້ນ, 2 ຍູ້ແຮງ, 2 ສະກັດກັ້ນ”, ທິດນໍາ “5 ໝັ້ນຄົງ” ຂອງສະຫາຍເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ ຢ່າງເປັນປະຈໍາ.
ທີສອງແມ່ນ, ກໍ່ສ້າງ Viettel ໃຫ້ກາຍເປັນວິສາຫະກິດເຕັກໂນໂລຊີ, ມີຄວາມສາມາດແກ່ງແຍ້ງສາກົນ, ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ ຢ່າງເລິກເຊິ່ງ ແລະແທດຈິງ.
ທີສາມແມ່ນ, ປະຕິບັດພາລະບົດບາດເປັນກອງທະຫານອອກແຮງງານທໍາການຜະລິດເປັນຢ່າງດີ; ຈັດຕັ້ງການຜະລິດ, ດໍາເນີນທຸລະກິດຢ່າງມີປະສິດທິຜົນ, ປອດໄພ, ຖືກຕາມກົດໝາຍ, ດໍາເນີນທຸລະກິດຕິດພັນກັບຄວາມຮັບຜິດຊອບສັງຄົມ.
ທີສີ່ແມ່ນ, ເປັນເຈົ້າການກວດກາຄືນ, ສັບຊ້ອນການຈັດຕັ້ງຄືນໃໝ່ໃຫ້ກະທັດຮັດ, ເຂັ້ມແຂງ, ມີລັກສະນະຫັນເປັນວິຊາສະເພາະສູງ; ຍົກສູງຄວາມສາມາດບໍລິຫານວິສາຫະກິດໃຫ້ທັນສະໄໝ, ມີປະສິດທິພາບ, ປະສິດທິຜົນ.
ທີຫ້າແມ່ນ, ກໍ່ສ້າງອົງການຈັດຕັ້ງພັກທຸກຂັ້ນໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຕິດພັນກັບການກໍ່ສ້າງບໍລິສັດໃຫຍ່ ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”.
    |
 |
|
ທ່ານພົນຕີ ຕ່າວດຶກຖັງ ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn |
ກ່າວຄໍາເຫັນທີ່ເຫດການ, ທ່ານພົນຕີ ຕ່າວດຶກຖັງ ກໍາມະການສູນກາງພັກ, ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ຢັ້ງຢືນວ່າ ການເອົາໃຈໃສ່ຂອງພັກ, ລັດ, ການຊີ້ນໍາຢ່າງໃກ້ຊິດຕິດແທດຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຜ່ານສະໄໝຕ່າງໆ ກໍຄື ຂອງການນໍາກຸ່ມບໍລິສັດຜ່ານສະໄໝຕ່າງໆ, ໂຄງການລົງທຶນຢູ່ຕ່າງປະເທດ ໃນໄລຍະ 20 ປີ ຂອງ Viettel ໄດ້ນໍາມາເຊິ່ງໝາກຜົນທີ່ປະສົບຜົນສໍາເລັດທີ່ສຸດ. ຢືນຢູ່ຕໍ່ໜ້າພາລະກໍາດໍາເນີນທຸລະກິດທົ່ວໂລກ, Viettel ຕັ້ງເປົ້າໝາຍສືບຕໍ່ພັດທະນາຂົງເຂດໂທລະຄົມມະນາຄົມຢ່າງແຂງແຮງ, ພ້ອມທັງພັດທະນາໄປສູ່ຂົງເຂດໃໝ່ ຄື ເຕັກໂນໂລຊີດີຈີຕອນ, ອຸດສາຫະກໍາເຕັກໂນໂລຊີສູງ ສາມາດໃຊ້ງານໄດ້ສອງຈຸດປະສົງ, ການຄ້າເອເລັກໂຕນິກ, ໂລຈິດສະຕິກ. ດ້ວຍເປົ້າໝາຍເຕີບໂຕຢ່າງໜ້ອຍສຸດ 20% ໃນແຕ່ລະປີ, ສືບຕໍ່ເປີດກວ້າງໄປຍັງຕະຫຼາດໃໝ່, ພ້ອມແລ້ວທີ່ຈະປະເຊີນ ໜ້າກັບສິ່ງທ້າທາຍໃໝ່.
ໂດຍ: ໄຊ