ທະຫານເຂດ 1 ຈັດການຝຶກແອບຫັນປ່ຽນໄປສູ່ສະພາບກຽມພ້ອມສູ້ຮົບປີ 2026
ກປ.ອອນໄລ - ວັນທີ 23 ມີນາ, ກອງບັນຊາການທະຫານເຂດ 1 ຈັດການຝຶກແອບຫັນປ່ຽນໄປສູ່ສະພາບກຽມພ້ອມສູ້ຮົບປີ 2026. ທ່ານພົນຕີ ເຈືອງແມັ້ງຢູງ ຜູ້ບັນຊາການທະຫານເຂດ 1, ຫົວໜ້າຄະນະຊີ້ນໍາການ ຝຶກແອບຫັນປ່ຽນໄປສູ່ສະພາບກຽມພ້ອມສູ້ຮົບທະຫານເຂດ 1 ຕິດຕາມ, ຊີ້ນໍາໂດຍກົງ.
ເນື້ອໃນການຝຶກແອບລວມມີ: ຫັນປ່ຽນສະພາບກຽມພ້ອມສູ້ຮົບ ຈາກເປັນປະຈໍາ ຂຶ້ນສູງ ແລະຫັນປ່ຽນສະພາບກຽມພ້ອມສູ້ຮົບຈາກສູງຂຶ້ນທັງໝົດ; ຈັດຕັ້ງການເຄື່ອນທີ່ກໍາລັງ ແລະປະຕິບັດເນື້ອໃນຢູ່ເຂດເຕົ້າໂຮມປິດລັບ.
    |
 |
|
ທ່ານພົນຕີ ເຈືອງແມັ້ງຢູງ ຜູ້ບັນຊາການທະຫານເຂດ 1 ເຜີຍແຜ່ຄໍາສັ່ງຫັນປ່ຽນໄປສູ່ສະພາບກຽມພ້ອມສູ້ຮົບ. ພາບ: qdnd.vn |
ເພື່ອຮັບໃຊ້ໜ້າທີ່ຝຶກແອບຫັນປ່ຽນໄປສູ່ສະພາບກຽມພ້ອມສູ້ຮົບເປັນຢ່າງດີ, ທະຫານເຂດ 1 ໄດ້ຊາບຊຶມແຜນການຝຶກແອບການຫັນປ່ຽນໄປສູ່ສະພາບກຽມພ້ອມສູ້ຮົບຢ່າງເລິກເຊິ່ງ; ເປັນເຈົ້າການເຮັດວຽກງານກະກຽມເປັນຢ່າງດີ, ສ້າງລະບົບເອກະສານຊີ້ນໍາ; ປັບປຸງ, ຜັນຂະຫຍາຍກອງບັນຊາການຢູ່ເຂດທີ່ຮັບປະກັນພາກສ່ວນ ຢ່າງພຽງພໍ, ປອມແປງຕົນເອງໃຫ້ປິດລັບ.
ວິວັດການຈັດຕັ້ງການຝຶກແອບໄດ້ຈັດຢ່າງແໜ້ນແຟ້ນ, ມີວິທະຍາສາດ, ຖືກຕາມຂ້ັນຕອນ. ບັນດາເນື້ອໃນຄື ຊາບຊຶມຄໍາສັ່ງການຫັນປ່ຽນໄປສູ່ສະພາບກຽມພ້ອມສູ້ຮົບ, ຄໍາສັ່ງປຸກລະດົມ; ປະກາດໃຊ້ມະຕິການນໍາຂອງຄະນະປະຈໍາຄະນະພັກ; ຄໍາສັ່ງໜ້າທີ່ໃຫ້ອົງການ, ກົມກອງໄດ້ຜັນຂະຫຍາຍຢ່າງຄົບຊຸດ, ເຫັນດີເປັນເອກະພາບ. ວຽກງານການບັນຊາ, ປະສານສົມທົບລະຫວ່າງກໍາລັງຕ່າງໆໄດ້ດໍາເນີນຢ່າງແໜ້ນແຟ້ນ, ຕິດແທດກັບຕົວຈິງ; ການເຄື່ອນທີ່, ຜັນຂະຫຍາຍກໍາລັງໄປເຂດເຕົ້າໂຮມປິດລັບໄດ້ຮັບປະກັນຢ່າງວ່ອງໄວ, ທັນການ, ປອດໄພ.
ຜ່ານການຝຶກແອບ, ຄວາມສາມາດໃນການເປັນເສນາທິການ, ບັນຊາ, ປະສານສົມທົບຂອງກົມກອງ ແລະກໍາລັງປະກອບອາວຸດທະຫານເຂດ 1 ສືບຕໍ່ໄດ້ຍົກສູງຂຶ້ນ; ມີຄຸນທາດ, ແບບແຜນການປະຕິບັດງານຂອງຖັນແຖວພະນັກງານໄດ້ຝຶກຝົນຫຼໍ່ຫຼອມ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນເງື່ອນໄຂສູ້ຮົບທັນສະໄໝ.
    |
 |
|
ທ່ານພົນຕີ ເຈືອງແມັ້ງຢູງ ຜູ້ບັນຊາການທະຫານເຂດ 1 ພ້ອມດ້ວຍການນໍາຂອງກອງບັນຊາການທະຫານເຂດ 1 ກວດກາວິທີການກຽມພ້ອມສູ້ຮົບປົກປັກຮັກສາກອງບັນຊາການຢູ່ເຂດອົບພະຍົບຫຼົບໄພ. ພາບ: qdnd.vn |
ອີງຕາມໝາກຜົນທີ່ບັນລຸໄດ້, ກອງບັນຊາການທະຫານເຂດ 1 ຈະສືບຕໍ່ຖອດຖອນບົດຮຽນ, ເພີ່ມເຕີມ, ດັດປັບວິທີການ, ເອກະສານສູ້ຮົບຕ່າງໆໃຫ້ສົມບູນແບບ. ດັດປັບແຜນການຫັນປ່ຽນໄປສູ່ສະພາບກຽມພ້ອມສູ້ຮົບໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ແລະພຶດຕິກໍາຕົວຈິງສົງຄາມເຕັກໂນໂລຢີສູງ, ປະກອບສ່ວນຍົກສູງຄຸນນະພາບການຝຶກແອບ, ຝຶກຊ້ອມ ແລະຄວາມສາມາດກຽມພ້ອມສູ້ຮົບໃນສະພາບການໃໝ່.
ໂດຍ: ໄຊນີດາ