ມອບຂໍ້ຕົກລົງໃຫ້ແກ່ນາຍທະຫານໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ
ກປ.ອອນໄລ - ຕອນເຊົ້າວັນທີ 27 ມີນາ, ທີ່ສໍານັກງານກະຊວງປ້ອງກັນປະເທດ ໄດ້ດໍາເນີນພິທີມອບຂໍ້ຕົກລົງຂອງທ່ານປະທານປະເທດ ໃຫ້ແກ່ບັນດານາຍທະຫາຍໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ແລະຄະນະປະຕິບັດງານຝຶກແອບຂອງສະຫະພາບເອີລົບ (ອີຢູ). ທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ເປັນປະທານພິທີ.
ຕາມທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ແລ້ວ, ນາຍທະຫານ 2 ຄົນ ທີ່ໄດ້ຈັດສົ່ງໄປປະຕິບັດໜ້າທີ່ໃນຄັ້ງນີ້ ໄດ້ຄັດເລືອກຢ່າງລະອຽດລະອໍ, ມີຄຸນທາດການເມືອງເຂັ້ມແຂງ ແລະໜັກແໜ້ນ, ລະດັບວິຊາສະເພາະສູງ, ບົດຮຽນປະສົບການອຸດົມສົມບູນ, ໄດ້ຮັບການບຳລຸງສ້າງຜ່ານສະພາບແວດລ້ອມສາກົນຫຼາຍຢ່າງ, ຕອບສະໜອງຕາມມາດຕະຖານຂອງສະຫະປະຊາຊາດ ແລະອີຢູ.
    |
 |
|
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເປັນປະທານພິທີມອບ-ຮັບຂໍ້ຕົກລົງ. ພາບ: ຕ໊ວນຮຸຍ |
    |
 |
|
ບັນຍາກາດທີ່ພິທີ. ພາບ: ຕ໊ວນຮຸຍ |
ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເນັ້ນໜັກວ່າ ຜ່ານການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ຖານະທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນນັບມື້ນັບໄດ້ຢືນຢັນ ແລະຍົກລະດັບ. ເລື່ອງສະຫະປະຊາຊາດ ແລະອີຢູ ສືບຕໍ່ເຊີນຫວຽດນາມ ຈັດສົ່ງນາຍທະຫານເພື່ອດໍາລົງຕຳແໜ່ງສຳຄັນຢູ່ຄະນະປະຕິບັດງານຢືນຢັນວ່າການຕີລາຄາສູງບົດບາດ, ການປະກອບສ່ວນຂອງຫວຽດນາມ ໃນຂົງເຂດນີ້.
    |
 |
|
ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ກ່າວຄຳເຫັນ. ພາບ: ຕ໊ວນຮຸຍ. |
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ ແລະມານະພະຍາຍາມສູ້ຊົນ, ທ່ານພັນໂທ ຫງວຽນງອັກລິງ ແລະພັນໂທ ເຈິ່ນຖ໊າຍເຊີນ ຈະສຳເລັດໜ້າທີ່ເຊິ່ງ ພັກ, ລັດ ແລະກອງທັບມອບໝາຍໃຫ້.
    |
 |
|
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ນາຍທະຫານ 02 ຄົນທີ່ໄດ້ຈັດສົ່ງໄປປະຕິບັດໜ້າທີ່ ຄັ້ງນີ້. ພາບ: ຕ໊ວນຮູຍ |
ຕາງໜ້າບັນດານາຍທະຫານຮັບໜ້າທີ່, ທ່ານພັນໂທ ຫງວຽນງອກລິງ ກ່າວຄຳເຫັນສະແດງຄວາມເປັນກຽດ, ພາກພູມໃຈເມື່ອໄດ້ ພັກ, ລັດ, ກອງທັບ ໄວ້ເນື້ອເຊື່ອໃຈມອບໜ້າທີ່; ພ້ອມທັງຢືນຢັນຄວາມຕັດສິນໃຈສຳເລັດໜ້າທີ່ຢ່າງດີເດັ່ນ, ປະກອບສ່ວນແຜ່ຂະຫຍາຍຮູບພາບປະເທດ, ຊາວຫວຽດນາມ ຮັກຫອມສັນຕິພາບ.
ໂດຍ: ແສງເດືອນ