ຄະນະໜັງສືພິມກອງທັບປະຊາຊົນນໍາໂດຍທ່ານພັນເອກພິເສດ ຫງວຽນຮ່ົງຫາຍ ຮອງຫົວໜ້າບັນນາທິການ. ພ້ອມເຂົ້າຮ່ວມຍັງມີການນຳ, ພະນັກງານບັນດາຫ້ອງການ, ຄະນະທີ່ກ່ຽວຂ້ອງ. ຝ່າຍຄະນະທີ່ປຶກສາທູດການທະຫານມີພັນໂທ Park Jeong Hwan, ຫົວໜ້າຄະນະທີ່ປຶກສາທູດການທະຫານບັນດາປະເທດ, ທີ່ປຶກສາທູດປ້ອງກັນຊາດສ.ເກົາຫຼີ ປະຈໍາ ຫວຽດນາມ ແລະພັນຕິ Nora Oroszki ຮອງຫົວໜ້າທີ່ປຶກສາທູດປ້ອງກັນຊາດຮຸງກາຣີ ປະຈໍາ ຫວຽດນາມ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນຮ່ົງຫາຍ ມອບຂອງຂວັນທີ່ລະນຶກໃຫ້ພັນໂທ Park Jeong Hwan. ພາບ: ຫວຽດຈູງ

ທີ່ການເຮັດວຽກ, ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ໄດ້ແນະນໍາກ່ຽວກັບພາລະບົດບາດ, ໜ້າທີ່, ສື່ສິ່ງພິມ ແລະພື້ນຖານດີຈີຕອນຂອງໜັງສືພິມກອງທັບປະຊາຊົນ. ແມ່ນອົງການຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ພ້ອມທັງແມ່ນໜຶ່ງໃນ 6 ອົງການສື່ມວນຊົນຫຼັກແຫຼ່ງ, ຫຼາຍປະເພດຂອງຫວຽດນາມ, ສ້າງຕັ້ງກວ່າ 75 ປີ, ໜັງສືພິມກອງທັບປະຊາຊົນຕິດພັນກັບການກໍາເນີດ, ພັດທະນາ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນຫວຽດນາມ. ໜັງສືພິມໂຄສະນາທຸກຂົງເຂດ, ຄື: ເສດຖະກິດ, ການເມືອງ, ສັງຄົມໃນປະເທດ ແລະສາກົນຢ່າງເລິກເຊິ່ງ, ກວ້າງຂວາງ.

ຕີລາຄາສູງເນື້ອໃນ ແລະຄຸນຄ່າຂອງຂໍ້ມູນໃນໜັງສືພິມກອງທັບປະຊາຊົນ, ທ່ານພັນໂທ Park Jeong Hwan ໃຫ້ຮູ້ວ່າ ທ່ານຕິດຕາມຂໍ້ມູນກ່ຽວກັບການເມືອງ, ການພົວພັນຕ່າງປະເທດ, ການຮ່ວມມືດ້ານປ້ອງກັນຊາດ, ການທະຫານທີ່ອຸດົມສົມບູນ, ມີຊີວິດຊີວາຢູ່ໜັງສືພິມຢ່າງເປັນປະຈໍາ. ຫົວໜ້າຄະນະທີ່ປຶກສາທູດການທະຫານບັນດາປະເທດປະຈໍາຫວຽດນາມ ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງຄະນະທີ່ປຶກສາ ແລະໜັງສືພິມກອງທັບປະຊາຊົນໃນໄລຍະຈະມາເຖິງໃນຂົງເຂດຕ່າງໆທີ່ສອງຝ່າຍຈະເຫັນດີເປັນເອກະພາບ;...

leftcenterrightdel
ບັນດາຜູ້ແທນຖ່າຍຮູບທີ່ການເຮັດວຽກ. ພາບ: ຫວຽດຈູງ

ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ເຊື່ອໝັ້ນວ່າ ການເຮັດວຽກແມ່ນໂອກາດ ເພື່ອໃຫ້ສອງຝ່າຍແລກປ່ຽນບັນດາແນວຄວາມຄິດ ແລະສະເໜີແນະບາງເນື້ອໃນຮ່ວມມືຢ່າງແທດຈິງ. ໂດຍຮັບຮູ້ເນື້ອໃນສະເໜີແນະການຮ່ວມມືຂອງຫົວໜ້າຄະນະທີ່ປຶກສາ, ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ເນັ້ນໜັກວ່າ ການປະຕິບັດແນວທາງການພົວພັນຕ່າງປະເທດສະເໝີຕ້ົນສະເໝີປາຍຂອງພັກ, ລັດ, ແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນກ່ຽວກັບການປ້ອງກັນຊາດຂອງກອງທັບປະຊາຊົນຫວຽດນາມ, ໜັງສືພິມກອງທັບປະຊາຊົນແມ່ນຊ່ອງຂໍ້ມູນທີ່ມີປະສິດທິຜົນ, ເຊື່ອໝັ້ນ ແລະຫຼາຍຮູບຫຼາຍແບບກ່ຽວກັບການພົວພັນຕ່າງປະເທດຂອງຫວຽດນາມ ເວົ້າລວມ ແລະການຮ່ວມມືການທະຫານ-ການປ້ອງກັນຊາດລະຫວ່າງຫວຽດນາມ ແລະບັນດາປະເທດເວົ້າສະເພາະ...

ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ຢືນຢັນວ່າ ທີ່ປຶກສາທູດປ້ອງກັນຊາດບັນດາປະເທດ ປະຈໍາ ຫວຽດນາມ ແຕ່ລະທ່ານລ້ວນແຕ່ສາມາດເປັນຜູ້ຮ່ວມງານຂອງໜັງສືພິມ, ສະໜອງຂໍ້ມູນທີ່ມີຜົນປະໂຫຍດບໍ່ພຽງແຕ່ກ່ຽວກັບຂົງເຂດການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ກັບບັນດາປະເທດເທົ່ານັ້ນ ຫາກຍັງໃນຂົງເຂດທີ່ເພື່ອນຜູ້ອ່ານມີຄວາມສົນໃຈ, ຄື: ວັດທະນະທໍາ, ກິລາ, ການທ່ອງທ່ຽວ...

ໂດຍ: ໄຊນີດາ