ງານລ້ຽງສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງບັນດາກໍາລັງປະກອບອາວຸດມຽນມາ
ກປ.ອອນໄລ - ຕອນຄໍ່າວັນທີ 27 ມີນາ, ສະຖານທູດມຽນມາ ປະຈໍາ ຫວຽດນາມ ຈັດຕັ້ງງານລ້ຽງສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງບັນດາກໍາລັງປະກອບອາວຸດມຽນມາ ພາຍໃຕ້ການເປັນປະທານຂອງທ່ານ Uy Lin ອຸປະທູດສາທາລະນະລັດມຽນມາ ປະຈໍາ ຫວຽດນາມ. ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຕີ ຫງວຽນບາລືກ ຮອງຫົວໜ້າກົມໃຫຍ່ເສນາທິການ ເຂົ້າຮ່ວມງານລ້ຽງ.
ກ່າວຄໍາເຫັນທີ່ພິທີ, ຕາງໜ້າການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ, ທ່ານພົນຕີ ຫງວຽນບາລືກ ສົ່ງຄໍາພອນໄຊອັນປະເສີດມາຍັງທ່ານ Uy Lin ອຸປະທູດຊົ່ວຄາວ, ທ່ານ ທີ່ປືກສາທູດການທະຫານ, ທະຫານເຮືອ ແລະທະຫານອາກາດມຽນມາ ພ້ອມກັບນາຍພົນ, ນາຍທະຫານບັນດາກໍາລັງປະກອບອາວຸດມຽນມາ; ເນັ້ນໜັກວ່າ, ການຮ່ວມມືດ້ານການທະຫານ, ການປ້ອງກັນຊາດແມ່ນພາກສ່ວນໜຶ່ງຂອງການພົວພັນຄູ່່ຮ່ວມມືຮອບດ້ານຫວຽດນາມ-ມຽນມາ, ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງສອງປະເທດ, ແຜ່ຂະຫຍາຍຄວາມຄາດຫວັງກ່ຽວກັບເອກະລາດແຫ່ງຊາດ, ສັນຕິພາບ ແລະການຮ່ວມມືພ້ອມກັນພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
|
ທ່ານພົນຈັດຕະວາ Min Thun Nai ທີ່ປຶກສາທູດການທະຫານ, ທະຫານເຮືອ ແລະທະຫານອາກາດມຽນມາ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn |
    |
 |
|
ທ່ານພົນຕີ ຫງວຽນບາລືກ ຮອງຫົວໜ້າກົມໃຫຍ່ເສນາທິການ ກ່າວຄໍາເຫັນຊົມເຊີຍ. ພາບ: qdnd.vn |
ສອງຝ່າຍໄດ້ຜັນຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆທີ່ມີເນື້ອແທ້, ປະສິດທິຜົນ, ຄື: ການແລກປ່ຽນຄະນະ, ບໍາລຸງສ້າງດ້ານພາສາ, ແລກປ່ຽນບົດຮຽນກ່ຽວກັບແພດທະຫານ, ກູ້ຊີບ, ກູ້ໄພ, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ວິສາຫະກິດຮ່ວມມືລະຫວ່າງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ຂອງກະຊວງປ້ອງກັນປະເທດຫວຽດນາມ ແລະວິສາຫະກິດມຽນມາ ດ້ວຍຊື່ເອີ້ນແມ່ນ Mytel ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້ົ້າໃນການພັດທະນາດ້ານເສດຖະກິດ-ສັງຄົມ ແລະຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນມຽນມາ.
ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ Min Thun Nai ທີ່ປຶກສາທູດການທະຫານ, ທະຫານເຮືອ ແລະທະຫານອາກາດມຽນມາ ປະຈໍາ ຫວຽດນາມ ສະແດງຄວາມປິຕິຊົມຊື່ນເປັນສັກຂີພິຍານການພົວພັນສອງປະເທດໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ສ້າງພື້ນຖານໜັກແໜ້ນໃຫ້ຜົນງານອັນຍາວນານ ແລະຍືນຍົງ. ທ່ານພົນຈັດຕະວາ Min Thun Nai ສະແດງຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງກໍາລັງປະກອບອາວຸດສອງປະເທດຈະນັບມື້ນັບປັບປຸງ ແລະເປີດກວ້າງ, ເອົາມາໃຫ້ໝາກຜົນແທດຈິງ, ປະກອບສ່ວນເຂົ້າໃນວັດທະນາຖາວອນ, ຜົນປະໂຫຍດຂອງປະຊາຊົນມຽນມາ ແລະຫວຽດນາມ.
    |
 |
|
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ລັດຖະບານ, ບັນດາກໍາລັງປະກອບອາວຸດມຽນມາ ແລະປະຊາຊົນມຽນມາ ຖືກຮັບຜົນສະທ້ອນຈາກແຜນດິນໄຫວໃນເດືອນ ມີນາ 2025, ທ່ານພົນຈັດຕະວາ Min Thun Nai ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງມາຍັງກອງຊອກຫາກູ້ໄພ-ກູ້ຊີບຂອງກອງທັບ ແລະຕໍາຫຼວດຫວຽດນາມ ພ້ອມກັບອົງການທີ່ກ່ຽວຂ້ອງ ເພື່ອໃຫ້ການໜູນຊ່ວຍຢ່າງທັນການ ແລະຈິດໃຈສາມັກຄີກັບປະຊາຊົນມຽນມາ.
ໂດຍ: ໄຊນີດາ