ພົນໂທ ຟ້າມເຈື່ອງເຊີນ ພົບປະກັບຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ
ກປ.ອອນໄລ - ເນື່ອງໃນໂອກາດເຂົ້າຮ່ວມນໍາຄະນະປະຕິບັດງານຂອງທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ, ວັນທີ 24 ມີນາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງມົດສະກູ, ທ່ານພົນໂທ ຟ້າມເຈື່ອງເຊີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ພົບປະກັບທ່ານ Vasily Osmakov ຮອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ.
    |
 |
|
ພົນໂທ ຟ້າມເຈື່ອງເຊີນ ທີ່ການພົບປະ. ພາບ: qdnd.vn |
ທີ່ການພົບປະ, ເນັ້ນໜັກເຖິງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ສະຫະພັນລັດເຊຍ ເປັນເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ, ທ່ານພົນໂທ ຟ້າມເຈື່ອງເຊີນ ຕີລາຄາສູງຜົນການຮ່ວມມືອັນພົ້ນເດັ່ນໃນທຸກຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນລະດັບສູງ; ຮັກສາກົນໄກຮ່ວມມືທີ່ສໍາຄັນຢ່າງມີປະສິດທິຜົນ; ບໍາລຸງສ້າງ, ອົບຮົມຫັດແອບ; ການຮ່ວມມືເຫຼົ່າທັບ-ເຫຼົ່າຮົບ ແລະລະຫວ່າງບັນດາອົງການ, ກົມກອງ ກະຊວງປ້ອງກັນປະເທດ; ຄົ້ນຄວ້າວິທະຍາສາດໃນຂອບເຂດສູນເຂດຮ້ອນ ຫວຽດນາມ-ລັດເຊຍ.
    |
 |
|
ທ່ານ Vasily Osmakov ຮອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ແລະຜູ້ແທນຄະນະກະຊວງປ້ອງກັນປະເທດລັດເຊຍ ທີ່ການພົບປະ. ພາບ: qdnd.vn |
ສ່ວນທ່ານ Vasily Osmakov ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ລັດເຊຍ ຍາມໃດກໍຖືເປັນສໍາຄັນ ແລະປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ ໃຫ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນກວ່າອີກ. ທ່ານ Vasily Osmakov ຕີລາຄາສູງບົດບາດ, ຖານະທີ່ຕັ້ງນັບມື້ນັບສູງຂຶ້ນຂອງຫວຽດນາມ ໃນພາກພື້ນ, ກໍຄືການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ທີ່ບັນດາກົນໄກຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍ.
ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍປະຕິບັດບັນດາເນື້ອໃນຮ່ວມມືຢ່າງມີປະສິດທິຜົນ, ສຸມໃສ່ເຂົ້າໃນການແລກປ່ຽນຄະນະຜູ້ແທນທຸກລະດັບ; ບໍາລຸງສ້າງ; ຄົ້ນຄວ້າວິທະຍາສາດ, ຖ່າຍທອດ ແລະນໍາໃຊ້ເຕັກໂນໂລຊີ ໃນຂອບເຂດສູນເຂດຮ້ອນ ຫວຽດນາມ-ລັດເຊຍ; ສ້າງ, ລົງນາມບັນດາເອກະສານຮ່ວມມືບົນພື້ນຖານຄວາມຕ້ອງການ ແລະຜົນປະໂຫຍດຂອງແຕ່ລະຝ່າຍ.
ເນື່ອງໃນໂອກາດນີ້, ທ່ານພົນໂທ ຟ້າມເຈື່ອງເຊີນ ໄດ້ເຊື້ອເຊີນທ່ານ Vasily Osmakov, ການນໍາກະຊວງປ້ອງກັນປະເທດລັດເຊຍ ພ້ອມກັບວິສາຫະກິດປ້ອງກັນຊາດ ເຂົ້າຮ່ວມ ແລະວາງສະແດງຜະລິດຕະພັນທີ່ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2026, ເຊິ່ງຄາດວ່າ ຈະຈັດຕັ້ງໃນເດືອນ ທັນວາ 2026.
    |
 |
|
ທ່ານພົນໂທ ຟ້າມເຈື່ອງເຊີນ ໄປວາງພວງມາລາທີ່ອະນຸສາວະລີບັນດານັກຮົບອາສາສະໝັກສາກົນຫວຽດນາມ ເຂົ້າຮ່ວມການຕໍ່ສູ້ປ້ອງກັນນະຄອນຫຼວງມົດສະກູ ໃນສົງຄາມປ້ອງກັນປິຕິພູມທີ່ຍິ່ງໃຫຍ່. ພາບ: qdnd.vn |
ໃນວັນດຽວກັນ, ທ່ານພົນໂທ ຟ້າມເຈື່ອງເຊີນ ໄດ້ໄປວາງພວງມາລາ ທີ່ອະນຸສາວະລີບັນດານັກຮົບອາສາສະໝັກສາກົນຫວຽດນາມ ເຂົ້າຮ່ວມການຕໍ່ສູ້ປ້ອງກັນນະຄອນຫຼວງມົດສະກູ ໃນສົງຄາມປ້ອງກັນປິຕິພູມທີ່ຍິ່ງໃຫຍ່; ຢ້ຽມຢາມຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ແລະພົບປະໂອ້ລົມກັບຜູ້ຕາງໜ້ານັກຮຽນທະຫານທີ່ພວມຮໍ່າຮຽນຢູ່ມົດສະກູ.
ໂດຍ: ໄຊຊະນະ