ກຳປັ່ນ 016-ກວາງຈຸງ ເຂົ້າຮ່ວມພິທີສວນສະໜາມສະເຫຼີມສະຫຼອງວັນສ້າງຕັ້ງທະຫານເຮືອແຫ່ງລາຊະອານາຈັກ ອົດສະຕາລີ ຄົບຮອບ 125 ປີ
ກປ.ອອນໄລ - ພິທີສວນສະໜາມກໍາປັ່ນທະຫານເຮືອສາກົນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງທະຫານເຮືອແຫ່ງລາຊະອານາຈັກ ອົດສະຕາລີ ຄົບຮອບ 125 ປີ ໄດ້ຈັດຂຶ້ນຢ່າງສະຫງ່າງາມທີ່ອ່າວ ຊິດນີ, ລັດ New South Wales, ອົດສະຕາລີ ໃນຕອນບ່າຍວັນທີ 21 ມີນາ.
ກຳປັ່ນ 016-ກວາງຈຸງ ຂຶ້ນກັບກອງພົນນ້ອຍ 162, ທະຫານເຮືອເຂດ 4 ພ້ອມກັບຄະນະຜູ້ແທນທະຫານເຮືອປະຊາຊົນຫວຽດນາມ ນຳໂດຍພັນເອກພິເສດ ຫງວຽນມິງແລ່ງ, ຮອງຫົວໜ້າເສນາທິການທະຫານເຮືອເຂດ 4, ໄດ້ເຂົ້າຮ່ວມເຫດການນີ້.
    |
 |
|
ກຳປັ່ນ 016-ກວາງຈຸງ ກະກຽມຈອດຢູ່ອ່າວຊິດນີ ໃນຕອນເຊົ້າ ວັນທີ 21 ມີນາ. ພາບ: qdnd.vn |
ພິທີສວນສະໜາມຄັ້ງນີ້ ເປັນການປະກົດຕົວຂອງກຳປັ່ນຂອງຫຼາຍປະເທດຢູ່ຊິດນີ ໃນກວ່າ 10 ປີຜ່ານມາ, ພ້ອມດ້ວຍກຳປັ່ນ 30 ລຳ ຂອງອົດສະຕາລີ ແລະ 20 ລໍາຂອງປະເທດອື່ນໆ. ພິທີສວນສະໜາມແມ່ນຈຸດພົ້ນເດັ່ນໃນຂອບເຂດການຊ້ອມຮົບທະຫານເຮືອຫຼາຍຝ່າຍ Kakadu 2026.
ໃນລະຫວ່າງວັນທີ 21-25 ມີນາ, ຢູ່ຊິດນີ, ກ່ອນທີ່ເລີ່ມຕົ້ນໄລຍະທາງທະເລຂອງການຝຶກຊ້ອມ Kakadu 2026 ດ້ວຍບັນດາເນື້ອໃນທີ່ບໍ່ແມ່ນການສູ້ຮົບ ແລະຄະນະປະຕິບັດງານຈະເຂົ້າຮ່ວມກອງປະຊຸມວາງແຜນທາງທະເລ ແລະການເຄື່ອນໄຫວຢ້ຽມຊົມ, ແຂ່ງຂັນກິລາ, ວັດທະນະທຳ; ຮັບນໍ້າມັນເຊື້ອໄຟ, ນໍ້າຈືດ; ເພີ່ມເຕີມວັດຖຸດ້ານພະລາທິການ-ເຕັກນິກ; ຈັດງານລ້ຽງຕ້ອນຮັບຢູ່ກໍາປັ່ນ...
ໂດຍ: ຈາງຫງວຽນ