ໄວໜຸ່ມກົມໃຫຍ່ເສນາທິການປະຈັນບານ, ປະດິດຄິດສ້າງ, ນໍາໜ້າໃນການປະຕິບັດໜ້າທີ່
ກປ.ອອນໄລ - ຕອນຄ່ຳວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຝູ່ງຊີ໊ເຕິ໋ນ, ຮອງຫົວໜ້າກົມໃຫຍ່ເສນາທິການ, ເລຂາພັກກົມໃຫຍ່ເສນາທິການ, ກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມ ແລະຊີ້ນໍາລາຍການຍ້ອງຍໍຊົມເຊີຍໄວໜຸ່ມທີ່ດີເດັ່ນຂອງກົມໃຫຍ່ເສນາທິການປີ 2025, ບຸກຄົນທີ່ໄດ້ຮັບລາງວັນ “ໄວໜຸ່ມປະດິດຄິດສ້າງໃນກອງທັບ” ຄັ້ງທີ 25.
ທ່ານພົນໂທ ຝູ່ງຊີ໊ເຕິ໋ນ ຕີລາຄາວ່າ, ໄປພ້ອມກັບຂະບວນການແຂ່ງຂັນຂອງຊາວໜຸ່ມທົ່ວປະເທດ ແລະຊາວໜຸ່ມກອງທັບ, ໃນໄລຍະຜ່ານມາ, ວຽກງານຄະນະຊາວໜຸ່ມ ແລະຂະບວນການຊາວໜຸ່ມຂອງກົມໃຫຍ່ເສນາທິການໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ມີຈຸດສຸມ, ຈຸດໜັກ, ບັນລຸໄດ້ໝາກຜົນທີ່ດີຫຼາຍຢ່າງ. ທ່ານພົນໂທ ຝູ່ງຊີ໊ເຕິ໋ນ ເນັ້ນໜັກວ່າ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດວາງອອກທີ່ນັບມື້ນັບສູງ, ໄວໜຸ່ມຂອງກົມໃຫຍ່ເສນາທິການຕ້ອງມີຄວາມຕັດສິນໃຈສູງ, ມານະພະຍາຍາມກວ່າອີກ, ສືບຕໍ່ເສີມຂະຫຍາຍບົດບາດປະຈັນບານ, ປະດິດຄິດສ້າງ, ນຳໜ້າໃນການປະຕິບັດໜ້າທີ່, ເປັນຕົ້ນແມ່ນບຸກທະລຸໃນການພັດທະນາວິທະຍາສາດ-ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະຫັນເປັນດີຈີຕອນ.
ທ່ານພົນໂທ ຝູ່ງຊີ໊ເຕິ໋ນ ຮຽກຮ້ອງໃນໄລຍະຈະມາເຖິງ, ບັນດາອົງການຈັດຕັ້ງຂອງຄະນະຊາວໜຸ່ມ ແລະຊະມາຊິກຊາວໜຸ່ມ, ຊາວໜຸ່ມຂອງກົມໃຫຍ່ເສນາທິການສືບຕໍ່ເສີມຂະຫຍາຍມູນເຊື້ອ, ປະຈັນບານ, ປະດິດຄິດສ້າງ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ຝຶກແອບອົມຮົມຢ່າງບໍ່ຢຸດຢັ້ງ; ພ້ອມແລ້ວທີ່ຈະຮັບເອົາ ແລະປະຕິບັດສໍາເລັດທຸກໜ້າທີ່ໃຫ້ເປັນຢ່າງດີ. ພ້ອມທັງ, ຄະນະພັກ, ຜູ້ບັນຊາການທຸກຂັ້ນຄວນເອົາໃຈໃສ່, ສ້າງເງື່ອນໄຂ ເພື່ອໃຫ້ອົງການຈັດຕັ້ງຂອງຄະນະຊາວໜຸ່ມແມ່ນສະພາບແວດລ້ອມເພື່ອຝຶກຝົນຫຼໍ່ຫຼອມ, ພັດທະນາ, ເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມ.
    |
 |
|
ຍ້ອງຍໍຊົມເຊີຍຊາວໜຸ່ມທີ່ດີເດັ່ນຂອງກົມໃຫຍ່ເສນາທິການປີ 2025. ພາບ: qdnd.vn |
    |
 |
|
ຍ້ອງຍໍຊົມເຊີຍບຸກຄົນທີ່ບັນລຸໄດ້ລາງວັນ “ໄວໜຸ່ມປະດິດຄິດສ້າງໃນກອງທັບ” ຄັ້ງທີ 25. ພາບ: qdnd.vn |
ທີ່ລາຍການ, ຄະນະຈັດຕັ້ງ ໄດ້ຍ້ອງຍໍຊົມເຊີຍຊາວໜຸ່ມທີ່ດີເດັ່ນຂອງກົມໃຫຍ່ເສນາທິການປີ 2025 ແມ່ນ 10 ຄົນ; ມອບລາງວັນໃຫ້ແກ່ບຸກຄົນ 13 ຄົນ ທີ່ບັນລຸໄດ້ລາງວັນ “ໄວໜຸ່ມປະດິດຄິດສ້າງໃນກອງທັບ” ຄັ້ງທີ 25.
ໂດຍ: ທູຈາງ