ຊຸກຍູ້ການຮ່ວມມືລະຫວ່າງທະຫານເຮືອ ຫວຽດນາມ ແລະການາດາ
ກປ.ອອນໄລ - ເນື່ອງໃນໂອກາດເຂົ້າຮ່ວມພິທີລະນຶກເຖິງວັນສ້າງຕັ້ງທະຫານເຮືອອົດສະຕາລີ ຄົບຮອບ 125 ປີ, ໃນຕອນເຊົ້າວັນທີ 23 ມີນາ, ທີ່ Sydney, ປະເທດອົດສະຕາລີ, ທ່ານພົນຈັດຕະວາ ຫງວຽນດິ່ງຮຸ່ງ ຮອງຜູ້ບັນຊາການເຫຼົ່າທັບເຮືອ ໄດ້ມີການພົບປະສອງຝ່າຍກັບທ່ານພົນຕີ Angus Topshee, ຜູ້ບັນຊາການທະຫານເຮືອການາດາ.
    |
 |
|
ທ່ານພົນຈັດຕະວາ ຫງວຽນດິ່ງຮຸ່ງ ຮອງຜູ້ບັນຊາການເຫຼົ່າທັບເຮືອ ພົບປະສອງຝ່າຍກັບທ່ານພົນຕີ Angus Topshee, ຜູ້ບັນຊາການທະຫານເຮືອການາດາ. ພາບ: qdnd.vn |
ທົບທວນຄືນການເຄື່ອນໄຫວຮ່ວມມືສອງຝ່າຍຈໍານວນໜຶ່ງໃນໄລຍະຜ່ານມາ, ທ່ານພົນຈັດຕະວາ ຫງວຽນດິ່ງຮຸ່ງ ໃຫ້ຮູ້ວ່າ ການຮ່ວມມືດ້ານປ້ອງກັນຊາດ ເວົ້າລວມ ເວົ້າສະເພາະແມ່ນການຮ່ວມມືທະຫານເຮືອລະຫວ່າງຫວຽດນາມ-ການາດາ ໄດ້ມີການບາດກ້າວພັດທະນາທີ່ຕັ້ງໜ້າ. ທ່ານພົນຈັດຕະວາ ຫງວຽນດິ່ງຮຸ່ງ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກລະດັບ ເພື່ອແລກປ່ຽນວິຊາການ, ແບ່ງປັນບົດຮຽນໃນຂົງເຂດທະຫານເຮືອ, ຊອກຫາຄວາມສາມາດຮ່ວມມືທີ່ສອງຝ່າຍມີທ່າແຮງ ແລະມີຄວາມຕ້ອງການ; ຊຸກຍູ້ການຮ່ວມມືໃນຂົງເຂດອົບຮົມຫັດແອບ-ບໍາລຸງສ້າງ. ທະຫານເຮືອປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດາກໍາປັ່ນຂອງທະຫານເຮືອການາດາ ມາຢ້ຽມຢາມຫວຽດນາມ ທີ່ສອດຄ່ອງກັບຂໍ້ກໍານົດຂອງລັດຖະບານ ແລະກະຊວງປ້ອງກັນປະເທດຫວຽດນາມ.
ສ່ວນທ່ານພົນຕີ Angus Topshee ໄດ້ສະແດງຄວາມປະທັບໃຈຕໍ່ປະເທດ ແລະປະຊາຊົນຫວຽດນາມ ໃນການຢ້ຽມຢາມຫວຽດນາມ ຄັ້ງກ່ອນ ແລະເຫັນດີກັບຂໍ້ສະເໜີຂອງທ່ານພົນຈັດຕະວາ ຫງວຽນດິ່ງຮຸ່ງ ເພື່ອໃຫ້ການຮ່ວມມືທະຫານເຮືອລະຫວ່າງສອງປະເທດ ນັບມື້ນັບແທດຈິງ.
    |
 |
|
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ “ກໍາລັງແຮງຢູ່ທະເລ ແລະຄວາມວັດທະນາຖາວອນຢູ່ພາຍໃນປະເທດ”. ພາບ: qdnd.vn |
ກ່ອນໜ້ານັ້ນ, ໃນວັນທີ 22 ມີນາ, ທີ່ຫໍພິພິທະພັນການເດີນທະເລແຫ່ງຊາດ ອົດສະຕາລີ ຢູ່ Sydney ໄດ້ດໍາເນີນກອງປະຊຸມສຳມະນາຜູ້ບັນຊາການກອງເຮືອຮົບ ດ້ວຍຫົວຂໍ້ “ກໍາລັງແຮງຢູ່ທະເລ ແລະຄວາມວັດທະນາຖາວອນຢູ່ພາຍໃນປະເທດ”, ໂດຍມີການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 35 ປະເທດ. ທ່ານພັນເອກພິເສດ ຫງວຽນມິງແລ່ງ ຮອງຫົວໜ້າເສນາທິການ ທະຫານເຮືອເຂດ 4, ຫົວໜ້າຄະນະປະຕິບັດງານໃນກໍາປັ່ນ 016-ກວາງຈຸງ, ທີ່ພວມຈອດຢູ່ໃນອ່າວ Sydney ເພື່ອເຂົ້າຮ່ວມພິທີສວນສະໜາມກໍາປັ່ນທະຫານເຮືອສາກົນ ລະນຶກເຖິງວັນສ້າງຕັ້ງທະຫານເຮືອອົດສະຕາລີ ຄົບຮອບ 125 ປີ ແລະການຝຶກຊ້ອມທະຫານເຮືອຫຼາຍຝ່າຍ Kakadu 2026, ໄດ້ເຂົ້າຮ່ວມເຫດການນີ້.
ໂດຍ: ທະນູສອນ ລຽງຄຳອ່ອນ