ເຂົ້າຮ່ວມພິທີຕ້ອນຮັບທີ່ທ່າຕຽນຊາ ມີຕາງໜ້າການນໍາຄະນະກໍາມະການປະຊາຊົນນະຄອນດ່ານັງ, ທະຫານເຂດ 5, ທະຫານເຮືອເຂດ 3, ກົມພົວພັນຕ່າງປະເທດ ແລະບັນດາອົງການທີ່ກ່ຽວຂ້ອງກະຊວງປ້ອງກັນປະເທດ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn

ໃນການຢ້ຽມຢາມ, ກຸ່ມບັນຊາກໍາປັ່ນ ຈະເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນນະຄອນດ່ານັງ ແລະທະຫານເຮືອເຂດ 3; ຢ້ຽມຊົມບາງທິວທັດທໍາມະຊາດຢູ່ທ້ອງຖິ່ນ; ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາ ແລະຈັດຕັ້ງການຝຶກແອບລວມບົນທະເລກັບເຫຼົ່າທັບເຮືອ.

leftcenterrightdel
 

leftcenterrightdel
ກໍາປັ່ນ HMAS Toowoomba ຢູ່ທ່າຕຽນຊາ. ພາບ: qdnd.vn

ການຢ້ຽມຢາມຄັ້ງນີ້ຂອງກໍາປັ່ນ HMAS Toowoomba ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ, ສອງກອງທັບ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອົດສະຕາລີ; ພ້ອມທັງຊຸກຍູ້ການພົບປະແລກປ່ຽນ, ພົບປະລະຫວ່າງທະຫານເຮືອສອງປະເທດ.

ໂດຍ: ໄຊນີດາ