ຕາມນັ້ນແລ້ວ, ກະຊວງປ້ອງກັນປະເທດລາວ ໄດ້ປະດັບຫຼຽນໄຊພິລະອາດຫານ ຊັ້ນສອງ ໃຫ້ແກ່ 2 ສະຫາຍ, ຄື: ພັນເອກພິເສດ ຄວດບ໋າກາວ, ເລຂາພັກ, ຮອງຜູ້ບັນຊາການແມ່ທັບນ້ອຍ 15; ພັນເອກພິເສດ ຫງວຽນຮົ່ງລາມ, ຮອງຜູ້ບັນຊາການແມ່ທັບນ້ອຍ 15.
    |
 |
|
ທ່ານພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ປະດັບຫຼຽນໄຊພິລະອາດຫານ ໃຫ້ແກ່ພັນເອກພິເສດ ຄວດບ໋າກາວ ແລະພັນເອກພິເສດ ຫງວຽນຮົ່ງລາມ. ພາບ: qdnd.vn |
ປະດັບຫຼຽນໄຊພິລະອາດຫານ ຊັ້ນສາມ ໃຫ້ແກ່ 3 ສະຫາຍ, ຄື: ພັນເອກ ກູ່ດຶກເມົ້າ, ຜູ້ອໍານວຍການບໍລິສັດ 385; ພັນເອກ ຫງວຽນຊວນຫຽນ, ອະທິການບໍດີໂຮງຮຽນວິທະຍາໄລອາຊີບເລກ 21; ພັນໂທ ຫງວຽນເຕິດເຢິ່ນ, ຮອງຜູ້ອໍານວຍການບໍລິສັດ 385 (ແມ່ທັບນ້ອຍ 15).
    |
 |
|
ທ່ານພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ປະດັບຫຼຽນໄຊພິລະອາດຫານໃຫ້ແກ່ພະນັກງານຂອງແມ່ທັບນ້ອຍ 15. ພາບ: qdnd.vn |
ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກພິເສດ ຄວດບ໋າກາວ ເນັ້ນໜັກວ່າ: ນໍ້າໃຈສາມັກຄີຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນສາຍພົວພັນແບບພິເສດຫາຍາກໃນໂລກ, ເຊິ່ງໄດ້ຮັບການສ້າງພື້ນຖານໂດຍການນໍາຂອງສອງປະເທດ. ນັ້ນແມ່ນສາຍພົວພັນໄດ້ຮັບການສ້າງຂຶ້ນດ້ວຍຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ, ໄດ້ຮັບການທົດສອບຜ່ານຄວາມຫຍຸ້ງຍາກລໍາບາກ ແລະຮັກສາໄວ້ດ້ວຍເຫື່ອແຮງ, ເລືອດເນື້ອຂອງຫຼາຍລຸ້ນຄົນ. ພິເສດ, ພະນັກງານ, ນັກຮົບ, ຜູ້ອອກແຮງງານແມ່ທັບນ້ອຍ 15 ໄດ້ປະຕິບັດງານ ແລະສະໜິດຕິດພັນກັບ 15 ບ້ານຂຶ້ນກັບ 5 ເມືອງຂອງແຂວງອັດຕະປີ ແລະແຂວງບໍລິຄໍາໄຊ ຂອງລາວ. ນີ້ບໍ່ພຽງແຕ່ແມ່ນໜ້າທີ່ເທົ່ານັ້ນ, ຫາກຍັງແມ່ນຄວາມເປັນກຽດອີກດ້ວຍ.
    |
 |
|
ຜູ້ແທນທີ່ພິທີ. ພາບ: qdnd.vn |
ສະແດງຄວາມສະເທືອນໃຈ ແລະຄວາມເອກອ້າງທະນົງໃຈເມື່ອໄດ້ຮັບລາງວັນອັນສູງສົ່ງດັ່ງກ່າວ, ທ່ານພັນເອກພິເສດ ຄວດບ໋າກາວ ໄດ້ສົ່ງຄໍາຂອບອົກຂອບໃຈອັນເລິກເຊິ່ງມາຍັງການນໍາພັກ, ລັດ, ກະຊວງປ້ອງກັນປະເທດລາວ; ບັນດາອົງການ, ຄະນະ, ຂະແໜງການ, ອໍານາດການປົກຄອງແຂວງອັດຕະປື ແລະແຂວງບໍລິຄໍາໄຊ ຍາມໃດກໍ່ເອົາໃຈໃສ່, ຊ່ວຍເຫຼືອ, ອຳນວຍຄວາມສະດວກໃຫ້ແກ່ແມ່ທັບນ້ອຍ 15 ປະຕິບັດໜ້າທີ່ໃນຊຸມປີຜ່ານມາ.
ສ່ວນທ່ານພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ສະແດງຄວາມປິຕິຊົມຊື່ນຕໍ່ໜ້າໝາກຜົນອັນຍິ່ງໃຫຍ່ໃນການພັດທະນາສດຖະກິດ, ວັດທະນະທໍາ, ສັງຄົມຂອງປະຊາຊົນຫວຽດນາມອ້າຍນ້ອງ; ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ນັບມື້ນັບຮອບດ້ານ, ເລິກເຊິ່ງກວ້າງຂວາງ, ແທດຈິງ, ໃນນັ້ນມີການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ມີປະສິດທິຜົນຂອງແມ່ທັບນ້ອຍ 15 ສະຫງວນໃຫ້ແກ່ກອງທັບ ແລະປະຊາຊົນລາວ.
ໂດຍ: ທູຈາງ