ພິທີຕ້ອນຮັບໄດ້ຈັດຕັ້ງຢ່າງສົມກຽດໂດຍທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານພິທີ.

ພິທີຕ້ອນຮັບມີການເຂົ້າຮ່ວມຂອງບັນດາສະຫາຍ: ພົນໂທ ຫງວຽນເຈື່ອງຖ໊ັງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ກວນມິງເກື່ອງ ກໍາມະການສູນກາງພັກ, ເລຂາພັກແຂວງກວາງນິງ; ພົນໂທ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງ; ພົນໂທ ຝຸ່ງສີເຕີ໊ນ ຮອງຫົວໜ້າກົມໃຫຍ່ເສນາທິການ; ຫົວໜ້າອົງການ, ກົມກອງພາຍໃນ ແລະນອກກອງທັບ, ທ່ານ ຟ້າມແທງບິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຈີນ, ການນໍາບັນດາກະຊວງ, ຄະນະ, ຂະແໜງການ. ເຂົ້າຮ່ວມມີການນໍາ 6 ແຂວງມີເສັ້ນຊາຍແດນກັບຈີນ (ດ້ຽນບຽນ, ລາຍເຈົາ, ຕວຽນກວາງ, ກາວບັ່ງ, ລ້າງເຊີນ, ລາວກາຍ) ອີກດ້ວຍ.

ທ່ານພົນເອກ ຟານວັນຢາງ ໄດ້ຕ້ອນຮັບທ່ານພົນໂທ Dongjun ພ້ອມຄະນະຜູ້ແທນຈີນ ໄປຍັງຫວຽດນາມ ເຂົ້າຮ່ວມງານພົບປະແລກປ່ຽນ. ພິທີຕ້ອນຮັບໄດ້ດໍາເນີນໃນບັນຍາກາດເຕັມໄປດ້ວຍໄໃຕີຈິດມິດຕະພາບ, ດ້ວຍການເຂົ້າຮ່ວມຂອງປະຊາຊົນ ແລະນັກຮຽນເປັນຈໍານວນຫຼວງຫຼາຍໂບກທຸງ, ດອກໄມ້, ຮ້ອງຄຳຂວັນ “ຫວຽດນາມ-ຈີນ ມິດຕະພາບ, ຫວຽດນາມ-ຈີນ ສາມັກຄີ” ຢືນລຽບຕາມຂົວບັກລວານ 1 ເພື່ອຂໍ່ານັບຮັບຕ້ອນຄະນະຜູ້ແທນຈີນ.

ລັດຖະມົນຕີສອງທ່ານໄດ້ປຸກຕົ້ນໄມ້ມິດຕະພາບໃນບໍລິເວນດ່ານສາກົນມ໊ອງກາຍ ແລະຖ່າຍຮູບທີ່ລະນຶກພ້ອມຄະນະຜູ້ແທນຫວຽດນາມ ແລະຈີນ.

ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີສອງທ່ານຈະເຂົ້າຮ່ວມກິດຈະກຳຕ່າງໆໃນຂອບເຂດງານພົບປະແລກປ່ຽນຢູ່ຫວຽດນາມ, ລວມມີ: ເຂົ້າຮ່ວມພິທີວາງສີລາລຶກສຸກສາລາ ຕາແສງຫາຍເຊີນ; ຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍ ເຈິ່ນຝູ; ຢ້ຽມຢາມຄ້າຍທະຫານຊາຍ ແດນຈາໂກ໊ ແລະມີການພົບປະສອງຝ່າຍສໍາຄັນ.

ໜັງສືພິມກອງທັບປະຊາຊົນຂໍແນະນໍາບາງຮູບພາບທີ່ພິທີຕ້ອນຮັບ:

leftcenterrightdel
 

 

leftcenterrightdel
 

 

leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 

 

ໂດຍ: ໄຊນີດາ