ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍນໍາສະເໜີບົດຂຽນ “ຈັດບຸນເຕັດລ່ວງໜ້າຢູ່ຄະນະປະຕິບັດງານ” ໂດຍນັກຂ່າວຂອງໜັງສືພິມກອງທັບປະຊາຊົນ ປະຕິບັດເນື່ອງໃນໂອກາດເຂົ້າຮ່ວມຄະນະປະຕິບັດງານໄປ UNMISS ເພື່ອສ້າງການເຊື່ອມຕໍ່ທາງໄກລະຫວ່າງຊູດັງໃຕ້-ຫວຽດນາມ ໃນຂອບເຂດລາຍການ “ຖະໜົນລະດູບານໃໝ່ແຫ່ງດິນແດນຫວຽດນາມ 2026 - ການລວມຕົວກັນ”.

ຢູ່ຫວຽດນາມ ໃນຊຸມວັນນີ້, ບັນຍາກາດບຸນເຕັດ ໄດ້ປົກຄຸມໄປທົ່ວຖະໜົນຫົນທາງ, ສ່ວນຢູ່ UNMISS, ຊາວຫວຽດນາມ ພັດໄດ້ “ກັບໄປຫາກົກເຄົ້າເຫງົ້າກໍ” ພິເສດທີ່ສຸດ.

ໄລຍະທາງ “ບຸກເບີກທາງ”

ຕອນບ່າຍມື້ໜຶ່ງຂອງເດືອນກຸມພາ, ພາຍຫຼັງໄປຮອດຖານທັບ Tomping ຢູ່ນະຄອນຫຼວງ Juba ຂອງຊູດັງໃຕ້, ຜູ້ຕາງໜ້າກອງຊ່າງແສງຂອງໄທ ໄດ້ພາພວກຂ້າພະເຈົ້າ ແລະສະມາຊິກຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຈໍານວນໜຶ່ງໄປຢ້ຽມຢາມຄ້າຍທະຫານຂອງເຂົາເຈົ້າ. ການຢ້ຽມຢາມໃນຄັ້ງນີ້ບໍ່ແມ່ນເລື່ອງບັງເອີນຍ້ອນວ່າ ຢູ່ທີ່ນີ້ມີສະຖານທີ່ແຫ່ງໜຶ່ງໄດ້ຕິດພັນກັບໄລຍະເວລາເຂົ້າຮ່ວມພາລະກໍາຮັກສາສັນຕິພາບຂອງສະຫະປະຊາຊາດຂອງຫວຽດນາມ.

leftcenterrightdel
ສະມາຊິກໂຮງໝໍກາງສະໜາມຂັ້ນ 2 ເລກ 7 ພ້ອມກັບຮູບຖ່າຍ ຢູ່ບ່ອນດຽວກັນທີ່ຄະນະປະຕິບັດງານລະຫວ່າງຂະແໜງການຖ່າຍຮູບລວມໃນປີ 2013. ພາບ: ຮວ່າງຫວູ

ເມື່ອຢ້ອນເວລາກັບໄປ, ເພື່ອໃຫ້ຫວຽດນາມ ມີຄວາມໝັ້ນໃຈປະກາດຢ່າງເປັນທາງການຕໍ່ໜ້າປະຊາຄົມສາກົນໃນທ້າຍປີ 2013 ກ່ຽວກັບການຕົກລົງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ນັ້ນແມ່ນໄລຍະເວລາ 11 ກວ່າປີ ດ້ວຍບັນດາຂີດໝາຍໃນພາລະກໍາສັນຕິພາບ, ເປັນຂະບວນວິວັດການກະກຽມຢ່າງລະອຽດ, ຍາວນານ. ໃນນັ້ນຕ້ອງເວົ້າເຖິງການໄປສໍາຫຼວດພື້ນທີ່ຕົວຈິງຢູ່ເຂດດິນແດນທີ່ໄກແສນໄກ ເພື່ອ “ບຸກເບີກທາງ”.

ໃນການໄປເຄື່ອນໄຫວກ່ອນ ເພື່ອກະກຽມໃຫ້ແກ່ການຂຶ້ນແຜນສ້າງຕັ້ງກໍາລັງຮັກສາສັນຕິພາບຂອງຫວຽດນາມ ໃນວັນທີ 23 ມິຖຸນາ 2013, ຄະນະປະຕິບັດງານລະຫວ່າງຂະແໜງການໂດຍແມ່ນທ່ານພົນໂທ ຫງວຽນຈີວິ້ງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນຫົວໜ້າຄະນະໄດ້ມີໜ້າຢູ່ຊູດັງໃຕ້ ເຊິ່ງເປັນປະເທດທີ່ຍັງອ່ອນແອ ແຕ່ເຕັມໄປດ້ວຍຄວາມບໍ່ສະຫງົບ, ທຸກຍາກອຶດຫິວ, ປະສົບຄວາມຫຍຸ້ງຍາກນາໆປະການ ແລະກໍເປັນບ່ອນທີ່ UNMISS ປະຕິບັດໜ້າທີ່.

ເຂົ້າຮ່ວມຄະນະ ໃນຄາວນັ້ນມີພົນຕີ ໂຕເລິມ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ (ປັດຈຸບັນແມ່ນ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ); ພົນຈັດຕະວາ ຟານວັນຢາງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ (ປັດຈຸບັນແມ່ນ ພົນເອກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ); ພົນຈັດຕະວາ ຫງວຽນຈ້ອງເຫງັຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ (ປັດຈຸບັນແມ່ນ ພົນເອກ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ); ທ່ານ ເລຮວ່າຍຈຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ (ປັດຈຸບັນແມ່ນກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ)... ຄວາມຊົງຈຳຈາກການໄປສຳຫຼວດໃນຄັ້ງນັ້ນໄດ້ເກັບຮັກສາໄວ້ຜ່ານຮູບຖ່າຍຂອງສະມາຊິກໃນຄະນະທີ່ຖ່າຍຮ່ວມກັນຢູ່ຄ້າຍທະຫານ ຂອງກອງຊ່າງແສງຍີ່ປຸ່ນ ໃນເວລານັ້ນ.

ການໄປສໍາຫຼວດ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ໂດຍສະເພາະແມ່ນສາມາດແກ້ໄຂໄດ້ຄວາມກັງວົນໃຈ, ຄວາມເປັນຫ່ວງເປັນໃຍ, ບັນລຸໄດ້ຄວາມຮັບຮູ້ລວມທີ່ວ່າ ຫວຽດນາມ ຈະປະຕິບັດພາລະກໍາຮັກສາສັນຕິພາບ ສປຊ ຢ່າງມີປະສິດທິພາບ, ຄືດັ່ງຄໍາຢັ້ງຢືນຂອງອະດີດພົນໂທ ຫງວຽນຈີວິ້ງ ໃນປຶ້ມ “ການເດີນທາງ ເພື່ອສັນຕິພາບ”.

leftcenterrightdel
ມອບຮູບຖ່າຍໃຫ້ກອງຊ່າງແສງຂອງປະເທດໄທ. ພາບ: ຮວ່າງຫວູ

“ສະຖານທີ່ແດງ”

ວັນເດືອນປີໄດ້ຜ່ານພົ້ນໄປ, ຍ້ອນເງື່ອນໄຂພາວະວິໄສ ນັ້ນແມ່ນຢູ່ UNMISS ສ່ວນຫຼາຍແມ່ນນໍາໃຊ້ລະບົບເຮືອນສໍາເລັດຮູບທີ່ເຮັດດ້ວຍວັດສະດຸທີ່ໄດ້ອອກແບບຜະລິດໄວ້ລ່ວງໜ້າ ເຊິ່ງມີອາຍຸການໃຊ້ງານສັ້ນ ແລະກົມກອງຂອງກອງທັບບັນດາປະເທດຕັ້ງທັບຕາມຫຼັກການຜັດປ່ຽນກັນ ສະນັ້ນ ພື້ນທີ່ຢູ່ອ້ອມແອ້ມສະຖານທີ່ຖ່າຍຮູບປີ 2013 ໄດ້ປ່ຽນແປງຫຼາຍແລ້ວ. ດ້ວຍຄວາມປາດຖະໜາຢາກຊອກຫາຮ່ອງຮອຍ “ບຸກເບີກທາງ” ໃນເມື່ອກ່ອນ, ນາຍທະຫານຮັກສາສັນຕິພາບຫວຽດນາມ ບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ໄດ້ຄົ້ນຫາ ແລະລວບລວມຂໍ້ມູນຢ່າງບໍ່ຮູ້ອິດເມື່ອຍ. ຍ້ອນມີການພົວພັນວຽກງານຢ່າງໃກ້ຊິດສະໜິດໜົມ, ກໍາລັງຮັກສາສັນຕິພາບຫວຽດນາມ ຈຶ່ງໄດ້ຮັບການໜູນຊ່ວຍຢ່າງສຸດໃຈຈາກກົມກອງກອງທັບຂອງບັນດາປະເທດເພື່ອນ ແລະສຸດທ້າຍກໍ່ສາມາດຊອກເຫັນບ່ອນຖ່າຍຮູບໃນເມື່ອກ່ອນແມ່ນຂຶ້ນກັບຄ້າຍທະຫານຂອງກອງຊ່າງແສງປະເທດໄທ ຢູ່ຖານທັບ Tomping.

leftcenterrightdel
ຄະນະປະຕິບັດງານລະຫວ່າງຂະແໜງການຂອງຫວຽດນາມ ຢູ່ຄ້າຍທະຫານຂອງກອງຊ່າງແສງຍີ່ປຸ່ນ ທີ່ UNMISS ໃນວັນທີ 23 ມິຖຸນາ 2013. ພາບເອກະສານ.

ຖືຮູບໃນມື, ຢືນຢູ່ສະຖານທີ່ແຫ່ງນີ້ຂອງ 13 ປີກ່ອນ, ນາຍທະຫານຮັກສາສັນຕິພາບຫວຽດນາມ ຮູ້ສຶກເອກອ້າງທະນົງໃຈ. ຈາກຄວາມຫຍຸ້ງຍາກລໍາບາກໃນເບື້ອງຕົ້ນ, ພາຍຫຼັງໜຶ່ງທົດສະວັດກວ່າ ທີ່ເຂົ້າຮ່ວມຂົງເຂດຮັກສາສັນຕິພາບທີ່ເຄີຍຖືວ່າເປັນໜ້າໃໝ່ອ່ຽມນີ້, ຫວຽດນາມ ໄດ້ພິສູດໃຫ້ເຫັນວ່າ ບໍ່ພຽງແຕ່ສາມາດເຮັດໄດ້ເທົ່ານັ້ນ ຫາກຍັງເຮັດໄດ້ດີອີກດ້ວຍເຊິ່ງໄດ້ຮັບການຕີລາຄາສູງຈາກການນໍາ ສປຊ, ເພື່ອນຮ່ວມອາຊີບສາກົນ, ເພື່ອໃຫ້ທຸງແດງດາວເຫຼືອງຂອງຫວຽດນາມ ໃນປັດຈຸບັນໄດ້ປິວສະບັດຢ່າງເອກອ້າງທະນົງໃຈທີ່ບັນດາຄະນະປະຕິບັດງານຢູ່ອາຟຣິກາ. ສອງຄໍາ ທີ່ວ່າ ຫວຽດນາມ ໄດ້ກາຍເປັນຄວາມຄຸ້ນເຄີຍຢູ່ເຂດດິນແດນແຫ້ງກະແດ້ງ, ເຕັມໄປດ້ວຍແສງແດດ, ສາຍລົມ, ຂີ້ຝຸ່ນສີແດງ ແລະຍັງມີກິ່ນຄວັນປືນຢູ່. ພັນຕີ ຮວິ່ງແທັງຟອງ ຂຶ້ນກັບໜ່ວຍງານສຸກເສີນທາງອາກາດ, ໂຮງໝໍກາງສະໜາມ ຂັ້ນ 2 ເລກ 7 ໄດ້ແບ່ງປັນ ວ່າ “ນີ້ສາມາດປຽບເໝືອນດັ່ງ “ສະຖານທີ່ແດງ” ກັບກໍາລັງຮັກສາສັນຕິພາບຫວຽດນາມ. ຮຸ່ນໄປກ່ອນໄດ້ບຸກເບີກທາງ ແລະຮຸ່ນພວກຂ້າພະເຈົ້າ ມີຄວາມຮັບຜິດຊອບຮັກສາ” .

ກໍຍ້ອນມີຄວາມເຄົາລົບຕໍ່ເລື່ອງລາວ ທີ່ຕິດພັນກັບ “ສະຖານທີ່ແດງ” ນັ້ນ ສະນັ້ນ ກອງຊ່າງແສງຂອງປະເທດໄທ ຈຶ່ງໄດ້ສ້າງເງື່ອນໄຂຢ່າງສຸດຂີດໃຫ້ແກ່ການ “ກັບຄືນກົກເຄົ້າເຫງົ້າກໍ” ຂອງນາຍທະຫານຮັກສາສັນຕິພາບຫວຽດນາມ. ຊໍ້າບໍ່ໜໍາ ພັນໂທ Harun Teinkub ຜູ້ບັນຊາກອງຊ່າງແສງໄທ ຍັງສະເໜີຂໍຮູບພາບແຜ່ນນີ້ ເພື່ອແຂວນໄວ້ຢູ່ຄ້າຍຢ່າງສະຫງ່າຜ່າເຜີຍ, ແນະນໍາໃຫ້ຄະນະຕ່າງໆ ທີ່ມາແວ່ຢາມກົມກອງ.

ໂດຍ: ໄຊຊະນະ