ກ່າວຄໍາເຫັນຊີ້ນໍາ, ອວຍພອນປີໃໝ່ກໍາລັງປະກອບອາວຸດທະຫານເຂດ 2, ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ: ໃນປີທີ່ຜ່ານມາ, ກໍາລັງປະກອບອາວຸດທະຫານເຂດ 2 ສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ສະຫງ່າລາສີ, ປະຕິບັດພາລະບົດບາດ, ໜ້າທີ່ຂອງກອງທັບຕໍ່ສູ້, ກອງທັບປະຕິບັດງານ, ກອງທັບອອກແຮງງານຜະລິດເປັນຢ່າງດີ ແລະດີເລິດ; ເປັນກຳລັງຫຼັກແຫຼ່ງໃນການສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດ, ຕິດພັນກັບການສ້າງທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບ ແລະ “ທ່າຮົບໃນຈິດໃຈປະຊາຊົນ” ທີ່ເຂັ້ມແຂງ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ແລະຄະນະປະຕິບັດງານ ມາຢ້ຽມຢາມ, ອວຍພອນປີໃໝ່ໃຫ້ແກ່ກຳລັງປະກອບອາວຸດທະຫານເຂດ 2. ພາບ: qdnd.vn

ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເລືອງເກື່ອງ ແລະຄະນະປະຕິບັດງານໄດ້ຢ້ຽມຢາມ, ອວຍພອນປີໃໝ່ຄອບຄົວທຸກຍາກ, ຄອບຄົວນະໂຍບາຍ, ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ກຳລັງປະກອບອາວຸດຢູ່ແຂວງຟູທໍ້.

ກ່າວຄໍາເຫັນທີ່ການພົບປະກັບພະນັກງານ, ປະຊາຊົນ ແລະກຳລັງປະກອບອາວຸດທ້ອງຖິ່ນ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສະເໜີໃຫ້ແຂວງຟູທໍ້ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງ, ຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການເບິ່ງແຍງດູແລຊີວິດຂອງປະຊາຊົນຢ່າງເຂັ້ມງວດ, ແໜ້ນແຟ້ນ, ຈັດຕັ້ງຕ້ອນຮັບບຸນປີໃໝ່ປະຈໍາຊາດ ປີມະເມຍ 2026 ຕາມຄຳສັ່ງເລກທີ 55 ຂອງຄະນະເລຂາທິການ, ຄຳສັ່ງຂອງນາຍົກລັດຖະມົນຕີ, ຮັບປະກັນຄວາມສົດໃສ, ປອດໃສ, ປອດໄພ, ປະຢັດ ເພື່ອໃຫ້ທຸກຄົນ, ທຸກຄອບຄົວລ້ວນແຕ່ຕ້ອນຮັບລະດູບານໃໝ່, ຕ້ອນຮັບບຸນເຕັດຢ່າງມ່ວນຊື່ນ.

ໂດຍ: ຈາງຫງວຽນ