ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ແລະໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ປະສົບກັບຄວາມທຸກຍາກຢູ່ແຂວງເງະອານ
ກປ.ອອນໄລ - ວັນທີ 25 ມັງກອນ, ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ສົມທົບກັບໜັງສືພິມກອງທັບປະຊາຊົນ ຈັດຕັ້ງລາຍການ “ລະດູບານໃໝ່ແຫ່ງຄວາມເມດຕາ - ເຊື່ອມຕໍ່ຄວາມຮັກແພງ” ມອບຂອງຂວັນປີໃໝ່ 2026 ໃຫ້ຄອບຄົວນະໂຍບາຍ, ປະສົບກັບຄວາມທຸກຍາກຢູ່ແຂວງເງະອານ.
ທີ່ຕາແສງ ກວນແທ່ງ ແລະອຽນແທ່ງ (ແຂວງເງະອານ), ທ່ານພົນຈັດຕະວານາງ ຟານທິຮວ່າຍເວິນ ຮອງຫົວໜ້າກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ແລະຕາງໜ້າໜັງສືພິມກອງທັບປະຊາຊົນ ໄດ້ມອບເງິນເພື່ອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 3 ຫຼັງ ແລະຂອງຂວັນ 90 ພູດໃຫ້ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກ. ເນື່ອງໃນໂອກາດນີ້, ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ແລະໜັງສືພິມກອງທັບປະຊາຊົນ ໄດ້ມອບສິດໃຫ້ອໍານາດການປົກຄອງທ້ອງຖິ່ນມອບຂອງຂວັນ 1.200 ພູດໃຫ້ຄອບຄົວນະໂຍບາຍ, ປະສົບກັບຄວາມທຸກຍາກຢູ່ບໍລິເວນ 9 ຕາແສງ, ຄື: ກວນແທ່ງ, ອຽນແທ່ງ, ເວິນຕູ້, ເວິນຢູ, ເຮີບມິງ, ກວາງດົ່ງ, ບິ່ງມິງ, ຢາຍລາກ, ດົງແທ່ງ (ແຂວງເງະອານ). ລວມຍອດມູນຄ່າຂອງຂວັນເກືອບ 2,5 ຕື້ດົ່ງ.
    |
 |
|
ຕາງໜ້າກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ມອບເງິນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ຄອບຄົວປະສົບກັບຄວາມທຸກຍາກຢູ່ຕາແສງກວນແທ່ງ (ແຂວງເງະອານ). ພາບ: ຮວາເລ |
    |
 |
|
ທ່ານພົນຈັດຕະວາ ນາງ ຟານທິຮວ່າຍເວິນ ຮອງຫົວໜ້າກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ມອບຂອງຂວັນໃຫ້ປະຊາຊົນຕາແສງອຽນແທ່ງ (ແຂວງເງະອານ). ພາບ: ຮວາເລ |
    |
 |
|
ຕາງໜ້າໜັງສືພິມກອງທັບປະຊາຊົນ ມອບຂອງຂວັນໃຫ້ປະຊາຊົນຕາແສງ ອຽນແທ່ງ (ແຂວງເງະອານ). ພາບ: ຮວາເລ |
ກ່າວຄຳເຫັນທີ່ພິທີມອບຂອງຂວັນ, ທ່ານພົນຈັດຕະວານາງ ຟານທິຮວ່າຍເວິນ ໄດ້ອວຍພອນປີໃໝ່ໃຫ້ປະຊາຊົນຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະປະສົບຜົນສຳເລັດ. ບັນດາຂອງຂວັນທີ່ເຕັມໄປດ້ວຍອາລົມຈິດທີ່ຮັກແພງຂອງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ແລະໜັງສືພິມກອງທັບປະຊາຊົນສະແດງຈິດໃຈສາມັກຄີ, ສະໜິດຕິດພັນລະຫວ່າງກອງທັບກັບປະຊາຊົນ, ປະກອບສ່ວນລະດົມກໍາລັງໃຈທາງດ້ານຈິດໃຈ, ຊ່ວຍໃຫ້ປະຊາຊົນມີເງື່ອນໄຂທີ່ດີກວ່າໃນການຕ້ອນຮັບປີໃໝ່ປະຈໍາຊາດທີ່ສົດໃສ, ອົບອຸ່ນ.
ໂດຍ: ໄຊນີດາ