ເຂົ້າຮ່ວມກອງປະຊຸມມີ: ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ຟ້າມຮວ່າຍນາມ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ເຈິ່ນຫາຍ |
ປີ 2025, ດ້ວຍຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບ, ຄວາມຕັດສິນໃຈສູງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ສຸມໃສ່ນຳພາ, ຊີ້ນຳທົ່ວກອງທັບຜ່ານຜ່າທຸກຄວາມຫຍຸ້ງຍາກ, ເລັ່ງບຸກທະລຸ, ປະຕິບັດສຳເລັດໜ້າທີ່ຢ່າງຮອບດ້ານ, ບັນລຸໄດ້ບັນດາຜົນງານດີເດັ່ນໃນທຸກດ້ານ…
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ຟ້າມມິງຈີ້ງ ໄດ້ຕີລາຄາສູງ, ຍ້ອງຍໍຊົມເຊີຍກະຊວງປ້ອງກັນປະເທດ, ພາຍໃຕ້ການນຳພາ, ຊີ້ນຳຂອງສູນກາງພັກ, ກົມການເມືອງ, ຄະນະພັກການທະຫານສູນກາງ, ໄດ້ສຳເລັດໜ້າທີ່ໃນປີ 2025 ຢ່າງດີເດັ່ນ, ພັດທະນາອຸດສາຫະກຳປ້ອງກັນຊາດ, ປະກອບອາວຸດຍຸດໂທປະກອນເຕັກນິກໃຫ້ແກ່ບັນດາເຫຼົ່າທັບ, ເຫຼົ່າຮົບຕາມທິດກ້າວຂຶ້ນທັນສະໄໝ.
    |
 |
|
ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ເຈິ່ນຫາຍ |
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ຊາບຊຶມ, ປະຕິບັດເຂັ້ມງວດ, ມີປະສິດທິຜົນບັນດາຄໍາຊີ້ນໍາຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XII ແລະທີ່ວາລະປະຊຸມ ຄະນະພັກການທະຫານສູນກາງ ຄັ້ງທີ 15; ດ້ວຍຈຸດສຸມແມ່ນປະຕິບັດເປັນຢ່າງດີ “2 ຍຶດໝັ້ນ, 2 ຍູ້ແຮງ, 2 ສະກັດກັ້ນ”, “5 ໝັ້ນຄົງ” (ໝັ້ນຄົງດ້ານການເມືອງ, ໝັ້ນຄົງດ້ານລະບຽບວິໄນ, ໝັ້ນຄົງດ້ານເຕັກໂນໂລຊີ, ໝັ້ນຄົງດ້ານສິລະປະຍຸດການທະຫານ, ໝັ້ນຄົງທາງດ້ານຊີວິດການເປັນຢູ່ຂອງທະຫານ); ເປັນເຈົ້າການປ່ຽນແປງໃໝ່, ປະດິດສ້າງ, “ຕັດສິນໃຈຄົ້ນຄວ້າ, ຜະລິດອາວຸດຍຸດໂທປະກອນທີ່ກ້າວໜ້າ, ທັນສະໄໝ”, ປະຕິບັດໜ້າທີ່ໃນປີ 2026 ຢ່າງມີໄຊ.
ໃນປີ 2026, ທົ່ວກອງທັບສຸມໃສ່ປະຕິບັດໜ້າທີ່ກໍ່ສ້າງກອງທັບປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ; ສືບຕໍ່ຊາບຊຶມ, ປະຕິບັດເຂັ້ມງວດບັນດາແຜນນະໂຍບາຍ, ການຊີ້ນໍາຂອງສູນກາງ ກ່ຽວກັບການກໍ່ສ້າງ, ປັບປຸງພັກ; ຜັນຂະຫຍາຍການເຄື່ອນໄຫວການທູດປ້ອງກັນຊາດຢ່າງມີໄຫວພິບ, ແທດຈິງ ແລະມີປະສິດທິຜົນ; ເສີມຂະຫຍາຍທິດນໍາເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການປະຕິບັດໜ້າທີ່ອຸດສາຫະກຳປ້ອງກັນຊາດ, ວຽກງານພະລາທິການ, ເຕັກນິກ.
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: ເຈິ່ນຫາຍ |
ເນັ້ນໜັກເຖິງຄວາມຈຳເປັນຕ້ອງສືບຕໍ່ພັດທະນາອຸດສາຫະກຳປ້ອງກັນຊາດ; ພັດທະນາອາວຸດຍຸດໂທປະກອນຕາມທິດທັນສະໄໝ, ເຕັກໂນໂລຊີສູງ; ພັດທະນາຜະລິດຕະພັນທີ່ນໍາໃຊ້ໃຫ້ແກ່ໜ້າທີ່ປ້ອງກັນຊາດ ແລະພົນລະເຮືອນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສືບຕໍ່ຜັນຂະຫຍາຍປະຕິບັດມະຕິເລກທີ 57-NQ/TW ຂອງກົມການເມືອງ, ບັນດາມະຕິຂອງລັດຖະບານ, ຄະນະພັກການທະຫານສູນກາງ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະອຸດສາຫະກຳປ້ອງກັນຊາດ ຢ່າງມີປະສິດທິຜົນ; ລະດົມທຸກພາກສ່ວນເສດຖະກິດ, ໃນນັ້ນມີພາກເອກະຊົນເຂົ້າຮ່ວມການພັດທະນາອຸດສາຫະກຳປ້ອງກັນຊາດ, ໂດຍສະເພາະແມ່ນເຕັກໂນໂລຊີພື້ນຖານ, ເຕັກໂນໂລຊີຫຼັກ.
ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ກຳລັງກອງທັບ ສືບຕໍ່ເສີມສ້າງພາບພົດຂອງທະຫານລຸງໂຮ່, ນຳໜ້າໃນການພັດທະນາເຕັກໂນໂລຊີໃໝ່, ພັດທະນາອາວຸດຍຸດໂທປະກອນປະເພດຕ່າງໆ ເພື່ອຮັບໃຊ້ໜ້າທີ່ປົກປັກຮັກສາປະເທດຊາດ ດ້ວຍຈິດໃຈ “ຄົນກ່ອນ, ປືນຫຼັງ”.
ໂດຍ: ໄຊຊະນະ