leftcenterrightdel
ຄະນະຜູ້ແທນແຂວງຕວຽນກວາງ (ຫວຽດນາມ) ແລະຄະນະຜູ້ແທນ Wenshan Zhou (ຈີນ) ຖ່າຍຮູບເປັນທີ່ລະນຶກ. ພາບ: bienphong.com.vn

ທີ່ພິທີ, ຫົວໜ້າຄະນະທັງສອງຝ່າຍ ຢືນຢັນວ່າ ການເຄື່ອນໄຫວກວດກາຊາຍແດນສອງຝ່າຍມີຄວາມໝາຍສໍາຄັນໃນການຮັບປະກັນອະທິປະໄຕຜືນແຜ່ນດິນແຫ່ງຊາດ, ຮັກສາຊາຍແດນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ. ພ້ອມທັງເນັ້ນໜັກເຖິງຄວາມຈໍາເປັນຂອງການສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດຕາມຂັ້ນຕອນ, ລະບຽບການຢ່າງເຂັ້ມງວດ ແລະບັນດາເອກະສານນິຕິກໍາກ່ຽວກັບຊາຍແດນທີ່ສອງປະເທດໄດ້ລົງນາມ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ.

ພາຍຫຼັງພິທີ, ບັນດາກໍາລັງທີ່ກ່ຽວຂ້ອງຂອງສອງຝ່າຍ ໄດ້ສົມທົບກັນຜັນຂະຫຍາຍກວດກາພູມສາດຕົວຈິງ ຢູ່ລຽບຕາມເສັ້ນຊາຍແດນ, ສຸມໃສ່ຢູ່ເຂດຫຼັກໝາຍຊາຍແດນຢູ່ບໍລິເວນຕາແສງແບກດິກ. ເນື້ອໃນກວດກາລວມມີການກວດກາສະພາບເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນ ແລະສັນຍານຮັບຮູ້ຢູ່ໃນພູມສາດຕົວຈິງ.

leftcenterrightdel
ສອງຝ່າຍດໍາເນີນການແຕ້ມສີຫຼັກໝາຍຊາຍແດນ 358, ຕາແສງ ແບກດິກ, ແຂວງຕວຽນກວາງ. ພາບ: ມາຍທຶກ

ການເຄື່ອນໄຫວກວດກາຊາຍແດນສອງຝ່າຍປະກອບສ່ວນເພີ່ມທະວີປະສິດທິຜົນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດ; ພ້ອມທັງສືບຕໍ່ປັບປຸງການພົວພັນສົມທົບກັນ, ຄວາມໄວ້ເນື້ອເຊື່ອໃຈ ແລະມິດຕະພາບລະຫວ່າງອໍານາດການປົກຄອງ, ກໍາລັງທີ່ກ່ຽວຂ້ອງສອງຟາກຊາຍແດນຫວຽດນາມ-ຈີນ.

ທ່່ານພັນໂທ ຫງວຽນກ໊ວກຫາຍ, ຫົວໜ້າຄ້າຍທະຫານຊາຍແດນແບກດິກ, ທະຫານຊາຍແດນແຂວງຕວຽນກວາງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ສະພາບການຊາຍແດນຢູ່ບໍລິເວນ ໂດຍ ຄ້າຍຄຸ້ມຄອງ, ປ້ອງກັນໄດ້ຮັບການຮັກສາຢ່າງໝັ້ນຄົງ. ວຽກງານລາດຕະເວນສອງຝ່າຍ, ປະຕິບັດກົດໝາຍຢູ່ເສັ້ນຊາຍແດນລະຫວ່າງຄ້າຍ ກັບຝ່າຍປະເທດເພື່ອນ ໄດ້ປະຕິບັດຖືກຕ້ອງຕາມແຜນການ.

ໂດຍ: ໄຊນີດາ