ທ່ານພົນເອກ ຟານວັນຢາງ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມການເມືອງ-ການທະຫານ ທະຫານເຂດ 7
ກປ.ອອນໄລ - ຕອນເຊົ້າວັນທີ 28 ທັນວາ, ຢູ່ນະຄອນໂຮ່ຈີມິນ, ຄະນະພັກ, ກອງບັນຊາການທະຫານເຂດ 7 ໄດ້ຈັດຕັ້ງກອງປະຊຸມການເມືອງ-ການທະຫານ ທະຫານເຂດ 7 ປີ 2025 ແລະຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ I. ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມ.
ກ່າວຄຳເຫັນຊີ້ນໍາກອງປະຊຸມ, ທ່ານພົນເອກ ຟານວັນຢາງ ຕີລາຄາສູງບັນດາຜົນງານທີ່ກຳລັງປະກອບອາວຸດທະຫານເຂດ 7 ບັນລຸໄດ້ໃນປີ 2025; ຮຽກຮ້ອງໃຫ້ທະຫານເຂດ 7 ຊາບຊຶມ, ຜັນຂະຫຍາຍປະຕິບັດທັດສະນະ, ແຜນນະໂຍບາຍ, ແນວທາງຂອງພັກ ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ ໃນສະພາບການໃໝ່ຢ່າງເຂັ້ມງວດ, ສົມທົບການທະຫານ, ການປ້ອງກັນຊາດ ກັບເສດຖະກິດ-ສັງຄົມ; ຍົກສູງຄວາມສາມາດກຽມພ້ອມສູ້ຮົບ, ເປັນເຈົ້າການຄົ້ນຄວ້າ, ກໍາແໜ້ນ, ຄາດຄະເນ, ຕີລາຄາສະພາບການຢ່າງຖືກຕ້ອງ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ; ຍົກສູງຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບຂອງກຳລັງປະກອບອາວຸດທະຫານເຂດ 7.
    |
 |
|
ທ່ານພົນເອກ ຟານວັນຢາງ ປະດັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ I ໃຫ້ກຳລັງປະກອບອາວຸດທະຫານເຂດ 7. ພາບ: qdnd.vn |
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍັງຮຽກຮ້ອງໃຫ້ທະຫານເຂດ 7 ຊີ້ນໍາການປະຕິບັດວຽກງານພະລາທິການ, ເຕັກນິກ, ການເງິນ ແລະວຽກງານທຸກດ້ານໃຫ້ເປັນຢ່າງດີ, ພິເສດແມ່ນວຽກງານຕຸລາການ ແລະການພົວພັນຕ່າງປະເທດ; ກໍ່ສ້າງອົງຄະນະພັກທະຫານເຂດ 7 ນໍາໜ້າທາງດ້ານການເມືອງ, ຢຶດໝັ້ນ, ໝັ້ນຄົງ, ຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະປະຊາຊົນ; ຖືເປັນສໍາຄັນການຍົກສູງກໍາລັງຄວາມສາມາດໃນການນຳພາ, ກຳລັງສູ້ຮົບຂອງຄະນະພັກ, ອົງການຈັດຕັ້ງພັກ ແລະບົດບາດນໍາໜ້າເປັນແບບຢ່າງຂອງຖັນແຖວພະນັກງານ, ເປັນຕົ້ນແມ່ນພະນັກງານຫຼັກແຫຼ່ງທຸກຂັ້ນ; ປະສານສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ຮັບເອົາ ແລະປະຕິບັດສຳເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.
    |
 |
|
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: qdnd.vn |
ທີ່ກອງປະຊຸມ, ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ປະດັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ I ໃຫ້ແກ່ກຳລັງປະກອບອາວຸດທະຫານເຂດ 7 ແລະປະດັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ III ໃຫ້ແກ່ບັນດາບຸກຄົນທີ່ມີຜົນງານດີເດັ່ນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.
ໂດຍ: ທູຈາງ